ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-14 15:19:54    
ດວງ​ຈັນ​ໃນ​ລະ​ດູ​ໃບ​ໄມ້​ຫຼົ່ນ​(ສຽງ)

cri Author: huachunmei

ຕໍ່​ໄປ, ​ເຊີນຟັງ​ເພງມ່ວນໆ​ທີ່​ຊື່ວ່າ ​ເຢ້ລ້ຽງ​ເຢີ​ເຕີ່​ຮົ້ວ ​ເກີ​ດ​ເລື່ອງ​ຍ້ອນ​ດວງ​ຈັນ ​ເຊິ່ງຂັບ​ຮ້ອງ​ໂດຍ​ທ່ານຈ່າງ​ຢູ. ​ເພງນີ້​ມີ​ເນື້ອຮ້ອງ​ວ່າ "ແມ່ນ​ຄວາມ​ຜິດ​ຂອງ​ເຈົ້າທັງໝົດ, ​​ທີ່ຮັກ​ຂ້ອຍຢ່າງ​ງ່າຍດອຍ, ພາ​ໃຫ້​ຂ້ອຍພໍ​ໃຈ​ຢ່າງ​ບໍ່​ຮູ້ສຶກ​ຕົວທີ່​ຖືກ​ຄົນ​ຮັກ. ​​ແມ່ນ​ຄວາ​ມຜິດ​ຂອງ​ເຈົ້າທັງ​ໝົດ, ທີ່​ພາ​ໃຫ້​ຄົນຫຼົງ​ໄຫຼ. ​ເບິ່ງ​ແສງຕາ​ເຈົ້າພາ​ໃຫ້​ຄົນ​ຮັກ​​ໃຄ່​ທັງ​ເອັນດູ. ​ແມ່ນ​ຄວາມ​ຜິດ​ຂອງ​ເຈົ້າທັງ​ໝົດ, ຝັນ​ເຫັນ​ເຈົ້າກໍ​ຄື​ຖືກ​ເວດມົນ​ຄາຖາ, ຮັກ​ເຈົ້າ​ແລ້ວ​ຈະ​ໄປ​ຮັກ​ໃຜ​ໄດ້​ອີກ. ຂ້ອຍ​ຮັບຮູ້ວ່າ, ນັ້ນ​ແມ່ນ​ຄວາມ​ຜິດຂອງ​ຄຳໝັ້ນສັນຍາ, ​ຫວານປານ​ນ້ຳ​ເຜິ້ງ, ​ຈັບ​ອົກຈັບ​ໃຈ​, ​ໃຈ​ແຂງປານ​ໃດ​ກໍ​ຕ້ອງອ່ອນ​ໂຍບ." ​ເບິ່ງ​ຊົງພະຈັນ​ບໍ່ພຽງ​ແຕ່​​ແມ່ນ​ສັນຍະລັກຍາມ​ມ່ວນ​ຍາ​ມ​ເສົ້າ ຍາມ​ຮ່ວມ​ຍາມ​ຈາ​ກຂອງ​ຄົນ​ທັງຫຼາຍທໍ່​ນັ້ນ, ຫາກຍັງ​ເປັນ​ຂໍ້​ອ້າງຂອງບ່າວ​ສາວ​ທີ່​ຮັກ​ກັນ.

ດົນຕີ ​ໄສ​ຢູຈຸ່ຍ​ເຢ້ ​ເມກ​ສີ​ລອຍ​ຕາມ​ດວງຈັນ​ແມ່ນ​ຊື່​ດົນຕີ​ພື້ນ​ເມືອງ​ທີ່​ນິຍົມ​ກັນ​ໂດຍ​ທົ່ວ​ໄປແລະ​ມີຊື່ສ​ຽງຢູ່​ຈີນ. ​ແຕ່​ວ່າ, ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນ​ເພງ​ສະ​ໄໝ​ທີ່​ມີ​ຊື່​ດຽວ​ກັນ ​ເຊິ່ງຂັບ​ຮ້ອງ​ໂດຍ​ນາງ​ໄອ້ຕ້າຍ. ​ເພງ​ນີ້​ໄດ້​ນຳ​ໃຊ້​ຮູບ​ການທີ່ຮ້ອງ​ແບບ​ບໍ່​ມີດົນຕີ​ສະຫຼັບ, ມີ​ແຕ່ສຽງ​ຊາຍຮ້ອງສະຫຼັບ​ກັນ, ບາງທີຍັງ​ດີດ​ນິ້ວມື​ຕາມ​ຈັງ​ຫວະ​, ​ຍິ່ງ​ປະກົດ​ວ່າ, ​ສຽງ​ຂອງ​ນາງ​ໄອ້ຕ້າຍ​ແຈ່ມ​ແຈ້ງ​ແລະ​ອ້ອຍ​ອິ່ນ, ມີ​ຈຸດ​ພິ​ເສດ​ໄປ​ອີກ​ຢ່າງ​ໜຶ່ງ.

" ວົງ​ເດືອນກົ່ງ​ນົ້ງໆ, ສາຍ​ລົມ​ພັດ​ເປັນ​ເພື່ອນ, ​​​​ພິມ​ເງົາ​ລົງ​ໜ້າ​ໜອງ. ທິວ​ທັດ​ງາມປານ​​ແຕ້ມ, ຖາມຫາ​​ເພື່ອນຍາມ​ເກົ່າ​ຍາມ​ໃດ​ຈະ​ໄດ້​ພົບ​ກັນ, ​ຂໍ​ເພິ່ງ​ດວງ​ພະຈັນ​ສົ່ງ​ຂ່າວ​ຖາມ​ຫາ​ເຈົ້າ. ​ເມກ​ສິລອຍ​ຕາມ​ດວງ​ພະຈັນ." ທີ່​ຟັງ​ມານັ້ນ​ແມ່ນ​ເພງ​ເມກ​ສີ​ລອຍ​ຕາດ​ວງຈັນ.

ທ່ານ​ຜູ່​ຟັງ​ທີ່​ຮັກ​ແພງ, ​ເພງ ​ເຢ້ລ້ຽງ​ຕ້າຍ​ປຽວ​ວໍ​ເຕີ່​ຊິ່ນ ພະຈັນ​ສ່ອງ​ແສງ​ໃຈ​ຂອງ​ຂ້າ ເປັນ​ເພງທີ່​ນິຍົມກັນຫຼາຍ​ແລະ​ເຄີຍ​ມີ​ດາລາເພງ​​ຈີນຫຼາຍຄົນຂັບ​ຮ້ອງ ​ເຊັ່ນ: ນາງ​ເຕີ້ງລີ້​ຈຸ່ນແລະ​ທ່ານລິວ​ເຕິ​ຮວາເປັນ​ຕົ້ນ. ທ່ານຢ່າງ​ຄຸ່ນ​ໄດ້​ຮ້ອງເພງ​ນີ້​ຄືນ​ໃໝ່​ໂດຍ ​​ເລືອກ​ເອົາ​ແຕ່​ບາງ​ຕອນ​ໃນ​ເພງ​ເກົ່າ, ກໍ​​ເຜີຍ​ແຜ່​ໄປ​ທົ່ວ​ປະ​ເທດ​ຈີນ​ຢ່າງ​ວ່ອງ​ໄວ. ຕໍ່​ໄປ, ​ເຊີນ​ຟັງ​ເພງ ​ເຢ້ລ້ຽງ​ເຄີ​ຢີຕ້າຍ​ປຽວ​ວໍ​ເຕີ່​ຊິ່ນ ພະຈັນ​ສາມາດ​ສ່ອງ​ແສງ​ໃຈ​ຂອງ​ຂ້າ ທີ່​ຂັບ​ຮ້ອງ​ໂດຍ​ທ່ານຢ່າງ​ຄຸ່ນ .

ຕັ້ງ​ແຕ່ບູຮານນະ​ການ​ມາ​ນີ້, ນັກ​ວັນນະຄະດີກໍ​ໄດ້​ແຕ່ງ​ບົດ​ແຕ່ງ​ກອນ​ຢ່າງຫຼວງຫຼາຍກ່ຽວ​ກັບ​ດວງ​ຈັນ. ​ໃນ​ກອນ​ບູຮານ​ຊື່ວ່າ ຊຸ່ນຈ່ຽງຮ່ວາ​ເຢ້​ເຢ້ ລາຕີ​ບົນ​ລຳ​ທານ​ຍາມ​ຈັນ​ເພັງ​ມາ​ລາ​ບານ ​ເຊິ່ງຂຽນ​ໂດ​ຍທ່ານຈ່າງ​ຢໍ້ຊີ່​​ໃນ​ລາຊະວົງ​ຖາງຂອງຈີນ, ກໍ​ໄດ້​ມີປະ​​ໂຫຍ​ດ​ທີ່​ວ່າ "ຢູ່​​​ແຄມຝັ່ງ​ແມ່​ນ້ຳ​ແມ່ນ​ໃຜ​​ເປັນ​ຜູ່ເຫັນ​ພະຈັນ​ກ່ອນ​ໝູ່? ພະຈັນ​ບົນຟ້າສ່ອງ​​ແສງ​ແຍງ​ເມືອງ​ຄົນເທື່ອ​ທຳ​ອິດ​ໃນ​ຍາມ​ໃດ? ມວນ​ມະນຸດ​ສືບ​ເ​ຊື້​ອສືບ​ພັນຕໍ່ກັນ​​ໄປ​ທຸກ​ເຊັ່ນ​ຄົນ, ພະຈັນ​ບົນ​ຟ້າ​ພັດ​ຄື​ກັນ​ບໍ່​ມີ​ປຽນຕະຫຼອດການ."ໄດ້​ກາຍ​ເປັນປະ​​ໂຫຍ​ກ​ອັນ​ດີ​ເດັ່ນ​ທີ່​ຄົນ​ທັງຫຼາຍມັກ​ອ່ານ.

​ເພງ ຕ້ານ​ຢ້ວນ​ເຢິນຊາງ​ຈິ​ວ ຫວັງ​ໃຫ້ທຸກຄົນ​ຢູ່​ຮ່ວມ​ກັນຍາວ​ນານ ​ແມ່ນ​ຄັດຈາກ​ກອນບົດ​ໜຶ່ງທີ່​ຂຽນ​ໂດ​ຍທ່ານຊູ່​ຊື້ ນັກ​ວັນ​ນະ​ຄະດີ​ສະ​ໄໝລາຊະ​ວົງ​ຊົ້​ງ​ທີ່​ມີ​ຊື່ສຽງຂອງູ​ຈີນ, ​ເນື້ອ​ເພງ​ມີ​ຄວາມ​ໝາຍ​ເລິກ​ເຊິ່ງຍາວ​ໄກ​ສົມທົບ​ທຳນອງ​ທີ່​ຈື່​ງ່າຍຮ້ອງ​ງ່າຍນັບ​ວ່າ​ເປັນ​ເພງ​​ດີ​ເດັ່ນ​ທີ່​ເອົາ​ກອນບູຮານ​ມາ​ໃສ່​ທຳນອງ​ແລະ​ຈັງຫວະ​ປັດຈຸ​ບັນນີ້.

ພະຈັນ​ມີ​ຍາມ​ແຈ້ງ​ຍາມ​ມຶ​ດວັນ​ເພັງ​ວັນ​ດັບ, ຄົນກໍ​ມີ​ຍາມ​ມ່ວນ​ຍາມ​ເສົ້າ ຍາມຮ່ວມ​ຍາມ​ຈາກ. ບໍ່ຫ່ອນ​ສົມ​ດັ່ງ​ປາຖະໜາ​ທຸກ​ປະການ. ຂໍ​ໃຫ້​ເຮົາ​ຢູ່​ຮ່ວມ​ກັນ​ຍາວ​ນານ, ຈະຫາງ​ຈາກ​​ໄກ​ກັນ​ປານ​ໃດ​ສາຍຕາ​ເຮົາ​ກໍ​ຍັງ​ພົບ​ກັນ​ໄດ້​ໃນ​ດວງ​ຈັນທາ." ຄຽງ​ຄູ່​ກັບສ​ຽງ​ເພງ​ທີ່​ເຕັມ​ໄປ​ດ້ວຍ​ຈັງຫວະ​ບູຮານ​ນີ້, ລາຍການ​ນັດ​ພົບ​ກັນ​ໃນ​ວັນ​ອາທິດ​ຂອງ​ພວກ​ເຮົາມື້​ນີ້​ຂໍ​ສ້ຽງ​ສຸດ​ລົງ​ພຽງ​ທໍ່​ນີ້, ສົມບູນ​​ແລະ​ກຸຫຼາບ ບັນນາທິການຂອບ​ໃຈ​​ທ່ານ​​ໄດ້​ຮັບ​ຟັງ, ພົບ​ກັນ​ໃໝ່​ໃນ​ອາທິດ​ໜ້າ.


1  2