ຝ່າຍຈີນຫວັງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງສືບຕໍ່ທຳຄວາມພະຍາຍາມທີ່ມີລັກສະນະສ້າງສັນເພື່ອຟື້ນຟູການເຈລະຈາຫົກຝ່າຍຄືນໃໝ່ໂດຍໄວ
cri
Author: q
ຕາມຂ່າວCRI, ວັນທີ9ມິຖຸນາ,ໃນງານຊຸມນຸມນັກຂ່າວທີ່ຈັດຂຶ້ນຢູ່ປັກກິ່ງ,ທ່ານລິວຈ້ຽນຊາວ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ,ຝ່າຍຈີນຫວັງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງສືບຕໍ່ທຳຄວາມພະຍາຍາມທີ່ມີລັກສະນະສ້າງສັນ,ເພື່ອຟື້ນຟູການຈັດການເຈລະຈາຫົກຝ່າຍກ່ຽວກັບບັນຫານີວເຄຼຍແຫຼມເກົາຫຼີຄືນໃໝ່ໂດຍໄວ.ທ່ານກ່າວເນັ້ນວ່າ,ຈຸດປະສົງກົກຮາກຂອງການເຈລະຈາຫົກຝ່າຍແມ່ນເພື່ອເຮັດໃຫ້ແຫຼມເກົາຫຼີປອດນີວເຄຼຍ,ຄວາມສົນໃຈຂອງບັນດາຝ່າຍທີ່ກ່ຽວຂ້ອງລ້ວນແຕ່ຈະແກ້ໄຂໄດ້ໂດຍຜ່ານການປຶກສາຫາລືກັນພາຍໃນຂອບການເຈລະຈາຫົກຝ່າຍ.
|
|