ຕາມຂ່າວຈາກໜັງສືພິມເຢັນໝິນຢື້ປ້າວຂອງຈີນ: ວັນທີ 8 ມິຖຸນານີ້ ຢູ່ທີ່ປັກກິ່ງ, ເຈົ້າໜ້າທີ່ກະຊວງການປົກຄອງແລະປະຊາສົງເຄາະຈີນກ່າວວ່າ, ຈີນໄດ້ຖືການຮັບປະກັນຄວາມປອດໄພດ້ານຊີວິດຂອງມວນຊົນເປັນຈຸດເລີ່ມຕົ້ນແລະຈຸດຈັ້ງຕີນຂອງວຽກງານກູ້ໄພ, ພະແນກຕ່າງໆຂອງລັດຖະບານຖືຄວາມຕ້ອງການແລະສະພາບຊີວິດການເປັນຢູ່ຂອງມວນຊົນທີ່ປະສົບໄພເປັນຫຼັກອ້າງອີງຕົ້ນຕໍໃນການຕົກລົງນະໂຍບາຍໃນວຽກງານກູ້ໄພ.
ຕາມແນະນຳວ່າ, ຈີນແບ່ງລະດັບໄພທຳມະຊາດເປັນ 4 ລະດັບໂດຍອີງຕາມຈຳນວນຄົນຕາຍໃນໄພ, ພາຍຫຼັງເກີດໄພທີ່ມີລະດັບຕ່າງກັນແລ້ວ, ລ້ວນແຕ່ມີມາດຕະການກອບກູ້ທີ່ເປັນແບບສະບັບ. ປະຈຸບັນ ຈີນມີລະບົບສະສົມວັດສະດຸກູ້ໄພທີ່ສົມບູນໃນຂັ້ນພື້ນຖານ, ສາມາດຮັບປະກັນຄວາມຕ້ອງການດ້ານຊີວິດການເປັນຢູ່ຂັ້ນພື້ນຖານໃນເວລາສັ້ນພາຍຫຼັງປະສົບໄພ.
|