ນະໂຍບາຍໃຫ້ລາງວັນແກ່ຜູ້ເອົາລູກໜ້ອຍຂອງຈີນໄດ້ຮັບປະສິດທິຜົນຢ່າງເດັ່ນຊັດ
cri
Author: q
ຕາມຂ່າວCRI,ວັນທີ9ມິຖຸນາ,ຢູ່ທີ່ປັກກິ່ງ,ທ່ານນາງພານກຸ້ຍຢູ ຮອງຫົວໜ້າຄະນະກຳມະການປະຊາກອນແລະແຜນການຄຸມກຳເນີດແຫ່ງຊາດຈີນກ່າວວ່າ,ນະໂຍບາຍແຜນການຄຸ້ມກຳເນີດທີ່ໃຫ້ລາງວັນແກ່ຜູ້ເອົາລູກໜ້ອຍທີ່ຈີນທົດລອງປະຕິບັດຢູ່ເຂດຊົນນະບົດສ່ວນໜຶ່ງໄດ້ຮັບປະສິດທິຜົນຢ່າງເດັ່ນຊັດ.ປີໜ້າຈະເຜີຍແຜ່ນະໂຍບາຍດັ່ງກ່າວໃນຊົນນະບົດທົ່ວປະເທດຈີນ,ແລະຈະປະຕິບັດຢ່າງໜັກແໜ້ນໃນໄລຍະຍາວນານ.
|
|