ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-08 15:58:24    
ຮົງ​ກົງ​ຈັດ​ງານ​ລາຕີ​ຂະ​ໜາດ​ໃຫຍ່​ສະ​ຫຼອງ​ສົງ​ຄາມ​ຕໍ່​ຕ້ານ​ຍີ່​ປຸ່ນ​ໄດ້​ຮັບ​ໄຊ​ຊະ​ນະ​ຄົບ​ຮອບ 60 ປີ

cri Author: lm

ຕາມ​ຂ່າວສານ​ຊິນຮວາ: ງານ​ລາຕີຂະໜາດ​ໃຫຍ່​ສະຫຼອງສົງຄາມ​ຕໍ່ຕ້ານ​ຍີ່ປຸ່ນ​ໄດ້​ຮັບ​ໄຊ​ຊະ​ນະ​ຄົບ​ຮອບ 60 ປີ​ເຊິ່ງ​ແມ່ນຄະນະ​ກຳມະການ​ກະກຽມ​ການ​ເຄື່ອນ​ໄຫວ​ຂອງ​ວົງ​ການ​ຕ່າງໆ​ຂອງ​ຮົງ​ກົງ​ເປັນ​ຜູ່​ຈັດ​ຂຶ້ນນັ້ນ ​ໄດ້​ຈັດ​ຂຶ້ນຢູ່​ສູນ​ປະຊຸມວາງສະ​ແດງຮົງ​ກົງ​ໃນ​ຕອນ​ຄ່ຳ​ວັນ​ທີ 7 ມິ​ຖຸ​ນາ​, ບຸກຄົນ​ວົງ​ການ​ຕ່າງໆ​ຂອງ​ຮົງ​ກົງ​ປະມານ 2000 ຄົນ​ໄດ້​ເຂົ້າຮ່ວມ​ງານ​ລາ​ຕີ​ດັ່ງ​ກ່າວ.

​ໃນ​ງານ​ລາ​ຕີ, ທ່ານ​ນາງ​ລຽງ​ອາຍ​ຊື ຫົວໜ້າ​ພະ​ແນ​ກກົດໝາຍ​ແລະ​ການ​ບໍລິ​ຫານ​ຂອງ​ອົງ​ການ​ປົກຄອງ​ເຂດ​ພິ​ເສດ​ຮົງ​ກົງກ່າວ​ວ່າ, ​ເພື່ອ​ລະ​ລຶກສົງຄາມ​ຕໍ່ຕ້ານ​ຍີ່ປຸ່ນ​ໄດ້​ຮັບ​ໄຊ​ຊະ​ນະ​ຄົບຮອບ 60 ປີ, ຄະນະ​ກຳມະ​ການກະກຽມ​​ໄດ້​ຈັດການ​ເຄື່ອນ​ໄຫວ​ລະ​ລຶກທີ່​ມີ​ຫຼາຍ​ຮູບ​ຫຼາຍ​ແບບ​ໃຫ້​ໄທ​ເມືອງ​ຮົງ​ກົງ, ຊ່ອຍ​ໄທ​ເມືອງ​ຮົງ​ກົງ​ຮັບຮູ້ປະຫວັດສາດ​ຕອນ​ນີ້​ທີ່​ມີ​ຄວາມ​ໝາຍ​ອັນ​ເລິກ​ເຊິ່ງຕໍ່​ຮົງ​ກົງ ປະ​ເທດ​ຊາດ ຈົນກະທັ້ງທົ່ວ​​ໂລກ​ຈາກຫຼາຍມຸມ.