|
 |
(GMT+08:00)
2005-06-08 09:11:52
|
ຈີນຢ້ຳວ່າການເຈລະຈາ 6 ຝ່າຍແມ່ນຮູບການດີທີ່ສຸດໃນການແກ້ໄຂບັນຫານິວເຄຼຍແຫຼມເກົາຫຼີ
cri
Author: li
ຕາມຂ່າວສານຊິນຮວາ: ວັນທີ 7 ມິຖຸນາ ຢູ່ທີ່ນິວຢອກ ທ່ານວາງກວາງຢາ ເອກອັກຄະລັດຖະທູດຈີນປະຈຳອົງການສະຫະປະຊາຊາດໃຫ້ສຳພາດຕໍ່ວົງການໜັງສືພິມວ່າ,ບັນດາຝ່າຍທີ່ກ່ຽວຂ້ອງລ້ວນແຕ່ເຫັນວ່າ,ການເຈລະຈາ 6 ຝ່າຍແມ່ນຮູບການດີທີ່ສຸດໃນການແກ້ໄຂບັນຫານິວເຄຼຍແຫຼມເກົາຫຼີ,ແລະຫວັງໃຫ້ຟື້ນຟູການເຈລະຈາ 6 ຝ່າຍຢູ່ປັກກິ່ງພາຍໃນບໍ່ເທົ່າໃດອາທິດຂ້າງໜ້າ.
ວັນທີ 6 ມິຖຸນາ ເຈົ້າໜ້າທີ່ອາເມລິກາແລະສປປເກົາຫຼີໄດ້ພົບປະກັນຢູ່ນິວຢອກ. ວັນທີ 7 ມິຖຸນາ ທ່ານແມັກມາກ ໂຄສົກກະຊວງການຕ່າງປະເທດອາເມລິກາໃຫ້ສຳພາດຕໍ່ສື່ມວນຊົນວ່າ,ສປປເກົາຫຼີໄດ້ແຈ້ງໃຫ້ອາເມລິກາຊາບວ່າ,ເຂົາຍິນດີກັບຄືນສູ່ການເຈລະຈາ 6 ຝ່າຍກ່ຽວກັບບັນຫານິວເຄຼຍແຫຼມເກົາຫຼີ,ແຕ່ບໍ່ໄດ້ເວົ້າເວລາລະອຽດ.
|
|
|