ຝ່າຍຈີນບໍ່ໄດ້ປະລະການທຳຄວາມພະຍາຍາມເພື່ອຂຸກຍູ້ຂະບວນການເຈລະຈາຫົກຝ່າຍຕະຫຼອດມາ
cri
ຕາມຂ່າວCRI, ໃນງານຊຸມນຸມນັກຂ່າວທີ່ຈັດຂຶ້ນຢູ່ປັກກິ່ງໃນວັນທີ2ມິຖຸນາ, ທ່ານຂົງຊວນ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ, ຝ່າຍຈີນບໍ່ໄດ້ປະລະຄວາມພະຍາຍາມເພື່ອຊຸກຍູ້ຂະບວນການເຈລະຈາຫົກຝ່າຍຕະຫຼອດມາ.
ໃນເວລາຕອບຄຳຖາມຂອງນັກຂ່າວທ່ານກ່າວວ່າ, ປະຈຸບັນ, ຂະບວນການເຈລະຈາຫົກຝ່າຍໄດ້ພົບພໍ້ຄວາມຫຍຸ້ງຍາກຈຳນວນໜຶ່ງ, ຝ່າຍຈີນໄດ້ຮັກສາການຕິດຕໍ່ພົວພັນປຶກສາຫາລືແລະສົ່ງຂໍ້ມູນຂ່າວສານກັບບັນດາຝ່າຍຢ່າງສະໜິດແໜ້ນ. ຫວັງໃຫ້ຝ່າຍອື່ນໆພ້ອມກັນກັບຝ່າຍຈີນທຳຄວາມພະຍາຍາມ, ຝ່າຍທີ່ກ່ຽວຂ້ອງຕົ້ນຕໍສະແດງຄວາມຈິງໃຈຕື່ມອີກ, ເຮັດເລື່ອງທີ່ເພີ່ມຄວາມເຂົ້າໃຈກັນແລະເພີ່ມຄວາມໄວ້ເນື້ອເຊື່ອໃຈກັນໃຫ້ຫຼາຍກວ່າເກົ່າ, ເພື່ອສ້າງເງື່ອນໄຂໃຫ້ຟື້ນຟູການເຈລະຈາຫົກຝ່າຍໂດຍໄວ.
|
|