|
 |
(GMT+08:00)
2005-05-30 15:39:11
|
ບັນທຶກການເຄື່ອນໄຫວວັດທະນະທຳຊົນເຜົ່າມື້ອອກໃໝ່ 8 ຄ່ຳເດືອນສີ່ຈັນທະຄະຕິຈີນຢູ່ເມືອງກຸ້ຍຢາງ(ສຽງ)
cri
Author: mo

ການເຄື່ອນໄຫວວັດທະນະທຳຊົນເຜົ່າມື້ອອກໃໝ່ 8 ຄ່ຳເດືອນສີ່ຈັນທະຄະຕິຂອງເມືອງກຸ້ຍຢາງຍັງໄດ້ຈັດການປະກວດນາງງາມຊົນເຜົ່າ, ນາງສາວເຜົ່າມົ້ງ ເຜົ່າຮຸຍ ເຜົ່າປູ້ອີ ເຜົ່າຕິເບດ ເຜົ່າອີ ແລະເຜົ່າມານຊູເປັນຕົ້ນໄດ້ເຂົ້າຮ່ວມການປະກວດເທື່ອນີ້.
ທ່ານນາງສິນສຽວຊຸນ ເຈົ້າໜ້າທີ່ກົມວຽກງານຊົນເຜົ່າສາສະໜາເມືອງກຸ້ຍຢາງກ່າວວ່າ, ຜ່ານການເຄື່ອນໄຫວຕ່າງໆຄືການປະກວດນາງງາມຊົນເຜົ່າແລະບົດຄວາມ"ຂ້ອຍກັບຊົນເຜົ່າຂອງຂ້ອຍ"ແລ້ວ, ບໍ່ພຽງແຕ່ໄດ້ສະແດງໃຫ້ເຫັນທຳນອງທັນສະໄໝທີ່ສວຍງາມແລະປອດໃສຂອງຊາວໜຸ່ມບັນດາເຜົ່າແລ້ວ, ຫາກຍັງຈະເຊີດຊູກຳລັງໃຈໃຫ້ຊາວໜຸ່ມຊົນເຜົ່າສ່ວນໜ້ອຍຮັກຫອມສິລະປະວັດທະນະທຳຊົນເຜົ່າຂອງຕົນຫລາຍຍິ່ງຂຶ້ນ.

1 2 3 4
|
|
|