|
 |
(GMT+08:00)
2005-05-29 17:12:29
|
 |
ຜູ້ນຳຈີນເວົ້າວ່າ ຫວັງໃຫ້ລະດົມທົ່ວສັງຄົມດຳເນີນການພັດທະນາບຳບັດຄວາມທຸກຍາກ
cri
Author: da
ຕາມຂ່າວສານຊິນຮວາ: ຫວ່າງມໍ່ໆນີ້ ຜູ້ນຳຈີນຄືທ່ານຫູຈີນທາວ ປະທານປະເທດຈີນເປັນຕົ້ນໄດ້ອອກຄຳຊີ້ແຈ້ງກ່ຽວກັບບັນຫາການພັດທະນາບຳບັດຄວາມທຸກຍາກໂດຍເວົ້າວ່າ,ຫວັງໃຫ້ລະດົມກຳລັງສັງຄົມຢ່າງກວ້າງຂວາງ,ເລັ່ງລັດຂະບວນການພັດທະນາບຳບັດຄວາມທຸກຍາກ.
ກອງປະຊຸມຜູ້ແທນສະມາຊິກສະມາຄົມພັດທະນາບຳບັດຄວາມທຸກຍາກຈີນຄັ້ງທີ 3 ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງຈີນແຕ່ວັນທີ 27 ຫາວັນທີ 28 ພຶດສະພາ.
ທ່ານຫູຈີນທາວເວົ້າວ່າ,ໃນຫຼາຍປີມານີ້,ວຽກງານການພັດທະນາບຳບັດຄວາມທຸກຍາກຂອງຈີນໄດ້ຮັບໝາກຜົນອັນເດັ່ນຊັດ,ແຕ່ຍັງຄົງປະເຊີນກັບໜ້າອັນລຳບາດກາກກຳທີ່ສຸດ,ທ່ານຫວັງໃຫ້ສະມາຄົມພັດທະນາບຳບັດຄວາມທຸກຍາກຈີນຈົ່ງເສີມຂະຫຍາຍບົດບາດອັນຕັ້ງໜ້າໃນດ້ານຕ່າງໆເຊັ່ນ:ຊຸກຍູ້ໃຫ້ອຸດສາຫະກຳດຳເນີນການພັດທະນາບຳບັດຄວາມທຸກຍາກ,ດຳເນີນການບໍລິການຂໍ້ມູນຂ່າວສານໃນດ້ານທຶນຮອນແລະເຕັກນິກບຳບັດຄວາມທຸກຍາກ,ຊຸກຍູ້ການອົບຮົມແລະຍົກຍ້າຍແຮງງານໃນເຂດທຸກຍາກ,ເພີ່ມທະວີການແລກປ່ຽນແລະການຮ່ວມມືລະຫວ່າງຊາດດ້ານພັດທະນາບຳບັດຄວາທຸກຍາກເປັນຕົ້ນ.
ທ່ານເວີນເຈຍປາວນາຍົກລັດຖະມົນຕີຈີນຊີ້ອອກວ່າ,ການລະດົມກຳລັງທົ່ວສັງຄົມດຳເນີນການພັດທະນາບຳບັດຄວາທຸກຍາກແມ່ນຊ່ອງທາງສຳຄັນໃນການລົບລ້າງຄວາມທຸກຍາກ.
|
|
|