ຕາມຂ່າວສານຊິນຮວາ: ເນື່ອງໃນໂອກາດວັນເດັກນ້ອຍສາກົນວັນທີ 1 ມິຖຸນາໃກ້ຈະວຽນມາເຖິງ, ວັນທີ 28 ພຶດສະພານີ້ ທ່ານນາງກູຊິວລຽນ ຮອງປະທານຄະນະປະຈຳສະພາປະຊາຊົນແຫ່ງຊາດຈີນ ປະທານສະຫະພັນແມ່ຍິງແຫ່ງຊາດຈີນໄດ້ນຳພາຜູ່ຮັບຜິດຊອບຂອງ 15 ພາກສ່ວນຂອງຈີນ, ໄປຢື້ຢາມຖາມຂ່າວເດັກພິການຢູ່ສູນຄົ້ນຄວ້າຟື້ນຟູສຸຂະພາບຂອງເດັກຫູໜວກຈີນທີ່ປັກກິ່ງ, ແລະພ້ອມກັນກັບພວກຫຼານນ້ອຍສະຫຼອງມື້ບຸນ.
ທ່ານນາງກູຊິວລຽນກ່າວວ່າ, ລັດຖະບານຈີນສຸດທີ່ເອົາໃຈໃສ່ນຳການເຕີບໃຫຍ່ຢ່າງປອດໃສຂອງເດັກນ້ອຍ, ຫວັງໃຫ້ແຫ່ງຕ່າງໆແລະພາກສ່ວນຕ່າງໆຂອງຈີນຈົ່ງເພີ່ມການລົງທຶນເຂົ້າໃນພາລະກິດທຸກລາຍກ່ຽວກັບເດັກພິການ, ແກ້ໄຂຄວາມຫຍຸ້ງຍາກຕົວຈິງໃຫ້ເດັກພິການ.
ຕາມໄດ້ຊາບ, ປະຈຸບັນ ຈີນມີເດັກພິການອາຍຸ 6 ປີລົງລຸ່ມ 1 ລ້ານ 4 ແສນຄົນ.
|