ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-26 17:03:29    
ຂັນຊູ​ດີ​ມານ​ເປັນ​ການ​ອຸ່ນ​ຄີງ​ກ່ອນ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ​ປີ 2008(ສຽງ)

cri Author: lm

ສະບາຍດີ​ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ຫຼັງຈາກ​ງານ​ກິລາ​ໂອ​ລິ​ມປິກ​ອາ​ແຕນ​ປີ 2004 ສິ້ນ​ສຸດ​ລົງ​ແລ້ວ, ຜູ່​ມັກ​ກິລາ​​ໃນທົ່ວ​ໂລກ​ລ້ວນ​ແຕ່​ສັກ​ສາຍຕາ​ໃສ່​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ປີ 2008. ສ່ວນ​ງານ​ແຂ່ງຂັນ​ດອກ​ປີກ​ໄກ່​ໝູ່​ຄະນະຍິງ​ຊາຍປະສົມ​ຊິງ​ຂັນ​ຊູ​ດີ​ມານ​ທີ່​ຈັດ​ຂຶ້ນ​ໃນ​ເດືອນ​ພຶດສະພາ​ປີ 2005, ​ແມ່ນ​ງານ​ກິລາ​ລະດັບ​ໂລກ​ເທື່ອ​ທຳ​ອິດ​ທີ່​ຈັດ​ຂຶ້ນຢູ່​ທີ່​ປັກ​ກິ່ງ​ໃນ​ໄລຍ​ະປັກ​ກິ່ງກະກຽມ​ງານ​ກິລາ​ໂອ​ລິ​ມປິກ​ປີ 2008. ສະນັ້ນ ປັກ​ກິ່ງ​ຈຶ່ງ​ຖື​ເອົາ​ການຈັດ​ງານ​ແຂ່ງຂັນ​ດອກ​ປີກ​ໄກ່​ຊິງ​ຂັນຊູ​ດີ​ມານ​​​ເທື່ອ​ນີ້ເປັນ​ການ​ອຸ່ນ​ຄິງທີ່​ສຳຄັນ​ເທື່ອ​ໜຶ່ງ​ກ່ອນ​ຈັດ​ງານ​ກິລາ​ໂອ​ລິ​ມປິກ, ​ພະຍາຍາມ​ເຮັດຕາມ​ມາດຖານ​ງານ​ກິລາ​ໂອ​ລິ​ມປິກ​​ໃນ​ທຸກ​ດ້ານ​. ​ໃນ​ລາຍການ​ໂລກ​ກິລາ​ພາກ​ນີ້, ​ເຊີນ​ຟັງ​ບົດ​ແຈ້ງ​ຂ່າວ​ທີ່​ພາດ​ຫົວ​ເລື່ອງ​ວ່າ: ຂັນຊູ​ດີ​ມານ​ເປັນ​ການ​ອຸ່ນ​ຄີງ​ກ່ອນ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງປີ 2008.

​ແຕ່​ວັນ​ທີ 10 ຮອດ​ວັນ​ທີ 15 ພຶດສະພາ​ປີ 2005, ງານ​ແຂ່ງຂັນ​ດອກ​ປີກ​ໄກ່​ໝູ່​ຄະນະ​ຍິງ​ຊາຍ​ປະສົມ​ຊິງ​ຂັນ​ຊູ​ດີ​ມານ​ຄັ້ງທີ 9 ​ໄດ້​ຈັດ​ຂຶ້ນຢູ່​ທີ່​ປັກ​ກິ່ງ. ງານ​ແຂ່ງຂັນ​ເທື່ອ​ນີ້​ໄດ້​ດຶງ​ດູດ​​ຄວາມ​ເອົາ​ໃຈ​ໃສ່​ຂອງສື່​ມວນ​ຊົນ 500 ກວ່າ​ແຫ່ງ​ໃນ​ທົ່ວ​ໂລກ, ມີ​ນັກ​ຂ່າວ 80 ກວ່າ​ຄົນ​ຂອງປະ​ເທດ​ແລະ​ເຂດ​ແຄວ້ນ​ເຊິ່ງນອກຈາກ​ຈີນ​ໄດ້​ມາ​​ເອົາຂ່າວ. ​ເນື່ອງ​ຈາກ​ປັກ​ກິ່ງ​ແມ່ນ​ເຈົ້າພາບ​ງານ​ກິລາ​ໂອ​ລິ​ມປິກ, ສະນັ້ນ ງານ​ແຂ່ງຂັນ​ດອກ​ປີກ​ໄກ່​ຊິງ​ຂັນ​ຊູ​ດີ​ມານ ​ເຊິ່ງ​ເປັນ​ງານ​ແຂ່ງຂັນຂະໜາດ​ໃຫຍ່​ລາຍ​ທຳ​ອິດທີ່​ຈັດ​ຂຶ້ນຢູ່​ທີ່ປັກ​ກິ່ງຫຼັງຈາກ​ປັກ​ກິ່ງ​ເຂົ້າສູ່​ໄລຍະ​ກະກຽມ​ງານ​ກິລາ​ໂອ​ລິ​ມປິກ​ ຈຶ່ງ​ໄດ້​ຖືກ​ສົນ​ໃຈ​ຫຼາຍ. ກ່ອນ​ເປີດ​ງານ​​ແຂ່ງຂັນ​ດອກ​ປີກ​ໄກ່​ຊິງ​ຂັນ​ຊູ​ດີ​ມານ, ທ່ານ​ຕ້ວນຊື​ເຈ ຮອງ​ຫົວໜ້າ​ກົມ​ໃຫຍ່​ກິລາ​ແຫ່ງ​ຊາດ​ຈີນ​ໄດ້​ເນັ້ນ​ເຖິງ​ຄວາມ​ໝາຍ​ສຳຄັນ​ຂອງ​ງານ​ແຂ່ງຂັນ​ເທື່ອ​ນີ້​ທີ່​ມີຕໍ່​ປັກ​ກິ່ງ, ທ່ານ​ເວົ້າວ່າ:

ງານ​ແຂ່ງຂັນ​ດອກ​ປີກ​ໄກ​ຊິງ​ຂັນ​ຊູ​ດີ​ມານ​ເທື່ອນີ້​ແມ່ນ​ໜຶ່ງ​ໃນບັນດາງານ​ແຂ່ງຂັນ​ສຳຄັນ​ພາຍຫຼັງປັກ​ກິ່ງ​ເຂົ້າສູ່​ໄລຍະ​ກະກຽມ​ງານ​ກິລາ​ໂອ​ລິ​ມປິກ, ກໍ່​ແມ່ນ​ການ​ອຸ່ນ​ຄິງຮອບດ້ານ​ເທື່ອ​ນຶ່ງ​ກ່ອນ​​ງານ​ກິລາ​ໂອ​ລິ​ມປິກ​ປີ 2008. ​ເດືອນ​ແລ້ວ​ນີ້, ພະນັກງານ​ແກນ​ກາງຂອງ​ພາກສ່ວນແຂ່ງຂັນ​ທຸກ​ປະ​ເພດ​ຂອງ​ພວກ​ຂ້າພະ​ເຈົ້າ​ໄດ້​ເລີ່​ມ​ເຕົ້າ​ໂຮມ​ຢູ່​ຄະນະ​ກຳມະການ​ຈັດ​ຕັ້ງງານ​ກິລາ​ໂອ​ລິ​ມປິກ, ກໍ່​ໝາຍ​ຄວາມ​ວ່າ ​ເລີ່​ມ​ແຕ່​ດຽວ​ນີ້​ເປັນຕົ້ນ​ໄປ, ຫົວໜ້າ​ແລະ​ພະນັກງານ​ແກນ​ກາງຂອງພາກສ່ວນ​ແຂ່ງຂັນ​ຂອງ 28 ລາຍກາ​ນ​ແຂ່ງຂັນ​ປະ​ເພດ​ໃຫຍ່ຂອງ​ງານ​ກິລາ​ໂອ​ລິ​ມປິກ​ເລີ່​ມພິຈາລະນາ​ແລະ​ກຽມ​ການ​ແຂ່ງຂັນ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ປີ 2008, ​ໃນ​ນັ້ນ, ການ​ແຂ່ງຂັນ​ດອກ​ປີກ​ໄກ່​ແມ່ນ​ປະ​ເພດ​ໜຶ່ງ​ທີ່​ສຳຄັນ. ສະນັ້ນ ການຈັດຕັ້ງການ​ແຂ່ງຂັນ​ເທື່ອ​ນີ້, ຂ້າພະ​ເຈົ້າ​ເຫັນ​ວ່າ​ແມ່ນ​ການ​ອຸ່ນ​ຄິງ​ເທື່ອ​ໜຶ່ງ​ສຳລັບ​ວຽກ​ງານ​ຈັດຕັ້ງງານ​ກິລາ​ໂອ​ລິ​ມປິກ​ປີ 2008.

ຖື​ເປັນ​ການ​ອຸ່ນ​ຄີງ, ກໍ່​ຕ້ອງພະຍາຍາມ​ເຮັດຕາມ​ມາດຖານ​ງານ​ກິລາ​ໂອ​ລິ​ມປິກ. ​ວຽກ​ງານ​ຈັດຕັ້ງງານ​ແຂ່ງຂັນ​ດອກ​ປີກ​ໄກ່​ຊິງ​ຂັນ​ຊູ​ດີ​ມານ​ຄັ້ງນີ້​ມີ​ຈຸດ​ພິ​ເສດ​ພົ້ນ​ເດັ່ນຫຼາຍຂໍ້ຄື​ດັ່ງ​ລຸ່ມ​ນີ້: ກ່ອນ​ອື່ນ​ແມ່ນ​ການ​ບໍລິການ​​ສື່​ມວນ​ຊົນ​ໄດ້​​​ເຮັດ​ຕາມ​ມາດຖານ​ສາກົນ. ງານ​ກິລາ​ໂອ​ລິ​ມປິກ​ແມ່ນ​ງານ​ກິລາ​ທີ່​ທົ່ວ​ໂລກ​ສົນ​ໃຈ​ນຳ, ການ​ບໍລິການ​​ສື່​ມວນ​ຊົນ​ຕ້ອງ​ພິຈາລະນາ​ເຖິງ​ຄວາມ​ຕ້ອງການ​ຂອງ​ນັກ​ຂ່າວ​ທີ່​ມາ​ຈາກ​ແຫ່ງ​ຕ່າງໆ​ໃນ​ທົ່ວ​ໂລກ. ສະນັ້ນ ການຈັດຕັ້ງງານ​​ແຂ່ງຂັນ​ດອກ​ປີກ​ໄກ່​ຊິງ​ຂັນ​ຊູ​ດີ​ມານ​ເທື່ອ​ນີ້, ຈີນໄດ້​ລົງທຶນ 1 ​ແສນ​ຢວນ​ເຂົ້າ​ໃນ​ຮາດ​ແວ​ອິນ​ເທີ​ເນັດ, ບໍ່ພຽງ​ແຕ່​ໄດ້​ຮັບປະກັນ​ມີ​ປ່ອງ​ສຸບ​ສາຍ​ກວ້າງ​ເປັນ​ຈຳນວນຫຼວງຫຼາຍ, ​ຕັ້ງ​ເຂດ​ ​​ເຄືອ​ຂ່າຍອິນ​ເທີ​ເນັດ​ໄຮ້​ສາຍຢູ່​ສະ​ໜາມ​ແຂ່ງຂັນ, ຍັງ​ໄດ້​ຮັບປະກັນ​ມີ​ປ່ອງ​ສຸບ​ສົ່ງ​ຂ່າວ​ຜ່ານ​​ເຄືອ​ຂ່າຍອິນ​ເທີ​ເນັດສາກົນ​ທີ່​ໝັ້ນທ່ຽງ​ແລະ​ບໍລິ​ມາດ​ສູງ, ​​ນີ້​ກໍໄດ້​ອຳນວຍ​ຄວາມ​ສະດວກຫຼາຍ​ແກ່​ນັກ​ຂ່າວ​ທີ່​ມາ​ເອົາ​ຂ່າວ. ພ້ອມ​ກັນນັ້ນ, ​ໂດຍ​ພິຈາລະນາ​ເຖິງ​ງານ​ແຂ່ງຂັນ​ສາກົນ​ຂະໜາດ​ໃຫຍ່​ມັກ​ຈະ​ກາຍ​ເປັນ​ເປົ້າໝາຍຫຼອນ​ໂຈມ​ຕີ​ຂອງ​ແຮັກ​ເກີ​ອິນ​ເທີ​ເນັດ, ຜູ່​ຈັດງານ​​ແຂ່ງຂັນ​ໄດ້​ຕິດຕັ້ງກຳ​ແພງ​ກັນ​ໄວ​ລັດ​ຄອມ​ພິວ​ເຕີຫຼາຍຊັ້ນຢູ່​, ທັງ​ມີ​ນັກວິຊາການ​ຄອຍ​ຖ້າຄຳ​ສັ່ງ​ປ້ອງ​ກັນຢູ່​ທຸກ​ເວລາ. ທ່ານ​ຣາ​ແຟນ ນັກ​ຂ່າວ​ເວັບ​ໄຊ​ຝ່າຍ​ທາງ​ການ​ສະຫະພັນ​ດອກ​ປີກ​ໄກ່​ສາກົນ​​ເຄີຍ​ລາຍ​ງານ​ຂ່າວ​ງານ​ແຂ່ງຂັນ​ສາກົນ​ຂະໜາດ​ໃຫຍ່​ຫຼາຍ​ເທື່ອເຊິ່ງລວມທັງ​ງານ​ກິລາ​ໂອ​ລິ​ມປິກ, ສຳລັບ​ວຽກ​ງານ​ຈັດຕັ້ງງານ​ແຂ່ງຂັນ​ດອກ​ປີກ​ໄກ່​ຊິງ​ຂັນ​ຊູ​ດີ​ມານ​ເຊິ່ງ​ເປັນ​ການ​ອຸ່ນ​ຄີງກ່ອນງານ​ກິລາ​ໂອ​ລິ​ມປິກ​ເທື່ອ​ນີ້, ທ່ານ​ໄດ້​ຕີ​ລາຄາ​ສູງ​. ທ່ານ​ເວົ້າວ່າ:ເວົ້າລວມ​ແລ້ວ, ການ​ບໍລິການ​ສື່​ມວນ​ຊົນ​ດີຫຼາຍ, ​ມີປະ​ສິດ​ທິ​ພາບ​ສູງ, ນັກ​ຂ່າວ​ແລະ​ຊ່າງ​ຖ່າຍຮູບ​ຂຶ້ນອິນ​ເທີ​ເນັດ​ພ້ອມ​ກັນ​ໄດ້. ຜູ່​ບໍລິການ​ກໍ່​ສີ​ປາກ​ດີ, ສາ​ມາດ​ຊ່ອຍ​ເຫຼືອພວກ​ຂ້າພະ​ເຈົ້າ, ພວກ​ເຂົາ​ເຈົ້າຜູ່​ໃດ​ກໍ​​ເວົ້າພາສາ​ອັງກິດ​​ເປັນ. ​ເວົ້າ​ລວມ​ແລ້ວ, ຂ້າພະ​ເຈົ້າ​ເພິ່ງ​ພໍ​​ໃຈທີ່​ສຸດ. ຂ້າພະ​ເຈົ້າກໍ່​ເຄີຍ​ໄປ​ອາ​ແຕນ, ຢູ່​ທີ່​ນີ້​ຍິ່ງ​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ມີ​ຄວາມ​ຮູ້​ສຶກ​ຢ່າງ​ເລິກ​ເຊິ່ງກວ່າ​ນັ້ນ​ແມ່ນ ຄວາມ​ໄວ​ຂອງ​​ສາຍ​ກວ້າງ​ໄວ​ກວ່າ​ຫຼາຍ, ນີ້​​ສຳ​ຄັນ​ຫຼາຍ.

ນອກຈາກ​ການ​ບໍລິການ​ສື່​ມວນ​ຊົນ​ແລ້ວ, ການສະໜອງການ​ບໍລິການ​ຄຸນ​ນະພາ​ບດີ​ໃຫ້​ນັກ​ກິລາ, ກໍ່​ແມ່ນ​ວຽກໜຶ່ງ​ທີ່​ຕ້ອງ​ເອົາ​ໃຈ​ໃສ່​​ເປັນ​ພິ​ເສດໃນ​ງານ​ກິລາ​ໂອ​ລິ​ມປິກ, ຄະນະ​ກຳມະການໂອ​ລິ​ມປິກ​ສາກົນ​ໄດ້​ກ່າວ​ເນັ້ນຊ້ຳ​ແລ້ວ​ຊ້ຳ​ອີກ​ວ່າ, ນັກ​ກິລາ​ຈຶ່ງ​ແມ່ນ​ພະ​ເອກ​ຂອງ​ງານ​ກິລາ​ໂອ​ລິ​ມປິກ. ງານ​ແຂ່ງຂັນ​ດອກ​ປີກ​ໄກ່​ຊິງ​ຂັນ​ຊູ​ດີ​ມານ​ເທື່ອ​ນີ້ ​ມີ​ນັກ​ກິລາພຽງ 400 ກວ່າ​ຄົນ​ທໍ່​ນັ້ນ, ສ່ວນງານ​ກິລາ​ໂອ​ລິ​ມປິກພັດມີ​ນັກ​ກິລາ 1 ໝື່ນ​ກວ່າ​ຄົນ​, ​ແຕ່​ຜູ່​ຈັດຕັ້ງຍັງ​ຄົງ​ຫວັງ​ຖອດ​ຖອນ​ເອົາ​ບົດຮຽນ​ໃນ​ດ້ານ​ຂໍ້​ປີກ​ຍ່ອຍ​ບາງຢ່າງ, ​ຕົວຢ່າງ​ຄື ​ໃນ​ການຈັດ​ວາງ​ການ​ພັກ​ເຊົາ​ແລະ​ຄົມມະນາຄົມ, ຜູ່ຈັດຕັ້ງ​ໄດ້​ຈັດ​ວາງ​ການ​ກິນ​ການ​ຢູ່​ແລະ​ລົດ​ພິ​ເສດ​ຢ່າງ​ພຽນ​ໃຈ​ໃຫ້​ນັກ​ກິລາ. ຕໍ່​ວຽກ​ງານ​ບໍລິການ​ຕ້ອນຮັບ​ຂອງ​ຄະນະ​ກຳມະການ​ຈັດຕັ້ງນັ້ນ, ນັກ​ກິລາ​ທັງຫຼາຍລ້ວນ​ແຕ່​ສະ​ແດງ​ຄວາມ​ເພິ່ງ​ພໍ​ໃຈ. ທ້າວລຸນ​ກາ​ອາດ ນັກ​ກິລາ​ຕີ​ຄູ່​ເພດ​ຊາຍ​ທີ​ມດານ​ມາກ​ເວົ້າວ່າ: ຂ້າພະ​ເຈົ້າຮູ້ສຶກ​ດີ​ໃຈຫຼາຍທີ່​​ໄດ້ມາ​ເຂົ້າຮ່ວມ​ງານ​ແຂ່ງຂັນ. ວຽກ​ງານ​ຈັດຕັ້ງດີຫຼາຍ, ສະໜາມ​ຝຶກ​ແອບ​ແລະ​ສະໜາມ​ແຂ່ງຂັນ​ຂອງ​ພວກ​ຂ້າພະ​ເຈົ້າລ້ວນ​ແຕ່ຮັກສາ​ໄດ້​ດີ. ຂ້າພະ​ເຈົ້າ​ເຫັນ​ວ່າ, ຜູ່ຈັດຕັ້ງຂອງ​ຈີນ​ໄດ້​ເຮັດ​ວຽກ​ກະກຽມ​ເປັນ​ຢ່າງ​ດີ.

​ໃນການ​ອຸ່ນ​ຄີງເທື່ອ​ນີ້, ​ຜູ່​ຈັດຕັ້ງງານ​ກິລາ​ໂອ​ລິ​ມ ປິກ​ໃນ​ພາຍໜ້າ​ກໍ່​ໄດ້​ພົບ​ເຫັນ​ຂໍ້​ຂາດ​ຕົກ​ບົກ​ຜ່ອງ​ບາງ​ຢ່າງທີ່​ຕ້ອງ​ໄດ້ແກ້​ໄຂ. ​ແຕ່​ຍ້ອນ​ເປັນ​ການ​ອຸ່ນ​ຄີງ, ກໍ່​ແມ່​ນຖອດ​ຖອນ​ເອົາ​ບົດຮຽນ ​ແກ້​ໄຂ​ບັນຫາ, ​ແລະ​ເປັນ​ຄຳ​ເຕືອນ​ຕໍ່​ວຽກ​ງານ​ຈັດຕັ້ງງານ​ກິລາ​ໂອ​ລິມ​ປິກ​ປັກ​ກິ່ງ. ​ໃນ 3 ປີ​ຂ້າງ​ໜ້ານີ້, ປັກ​ກິ່ງ​ຍັງ​ຈະ​ຈັດ​ງານ​ແຂ່ງຂັນ​ລະດັບ​​ໂລກຫຼາຍສິບ​ເທື່ອ, ​ເພື່ອ​ເປັນ​ການ​ອຸ່ນ​ຄີງສຳລັບ​ງານ​ກິລາ​ໂອ​ລິ​ມປິກ. ​ເຊື່ອ​ວ່າ​ຮອດ​ປີ 2008, ຜູ່​ຈັດຕັ້ງງານ​ກິລາ​ໂອ​ລິມ​ປິກ​ປັກ​ກິ່ງ​ຍ່ອມ​ຈະ​ມີ​ບົດຮຽນ​ອັນ​ອຸດົມສົມ​ບູນ, ​ແລະ​ຈະຈັດ​ງານ​ກິລາ​ໂອ​ລິ​ມປິກ​ຢ່າງ​ສຳ​ເລັດ​ຜົນ​ທີ່​ສຸດ.