ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-26 16:15:14    
ເມືອງ​​ຊິງເວີນ​ແຂວງ​ເຊ​ສວນ​ພົບ​​ເຫັນ​ປາ​ເດັກນ້ອຍສີຂາວ​ທີ່​ເຫັນ​ຍາກ

cri
ຕາມ​ຂ່າວສານ​ຊິນ​ຮວາ: ຫວ່າງ​ມໍ່ໆ​ນີ້,ປາ​ເດັກນ້ອຍສີຂາວ​ຝູງ​ຫນຶ່ງ​ຖືກ​ພົບ​​ເຫັນ​ຢູ່​ເມືອງ​​ຊິງເວີນ​ແຂວງ​ເຊ​ສວນ,​ແລະ​ຖືກ​ສູນ​ຄົ້ນຄ້ວາ​ເພາະ​ພັນ​ອະນຸລັກ​ປາ​ເດັກນ້ອຍ ຂອງ​ເມືອງ​ດັ່ງກ່າວ​ຮັບ​ເອົາ​ໄປ​ລ້ຽງ.ການ​ພົບ​ເຫັນ​ດັ່ງກ່າວ​ໄດ້​ປ່ຽນ​​ແປງ​ການ​ບັນທຶກ​ໃນ​ແຕ່​ກ່ອນ​ທີ່​ປາ​ເດັກນ້ອຍມີ​ແຕ່​ສີ​ນ້ຳຕານ.

ປາ​ເດັກນ້ອຍ​ເປັນ​ສັດ​ອະນຸລັກ​ຂັ້ນສອງ​ຂອງ​ລັດ​ຈີນ.ຍ້ອນ​ສີ່ຂາຂອງ​ມັນ​ຄື​ແຂນ​ຂາ​ຂອງ​ເດັກນ້ອຍ,ສຽງ​ຮ້ອງ​ກໍ່​ຄື​ສຽງ​​ໃຫ້​ຂອງເດັກນ້ອຍ​,ສະນັ້ນຈິ່ງ​ຖືກ​ເອິ້ນ​ເປັນ"ປາ​ເດັກນ້ອຍ".ປາ​ເດັກນ້ອຍ​ແມ່ນ​ສັດ​ລ້ຳ​ຄ່າ​ຊະນິດ​ຫນຶ່ງ​ທີ່​ຊົງ​ຕົວ​ຢູ່​​ໃນຍຸກ​ດຽວ​ກັນກັບ​ໄດ​ໂນ​ເສົາ​ເມື່ອ 350 ລ້ານ​ປີ​ກ່ອນ​ຈົນ​ຮອດປັດຈຸບັນ,​ເປັນ​ສັດ​ປະ​ເພດ​ຂ້າ​ມຜ່ານ​ຈາກ​ຈຳພວກ​ປາ​ແລະ​ສັດ​ເລືອ​ຄານ,​ແມ່ນ"ຟໍຊິນ"ອັນ​ລ້ຳ​ຄ່າ.