ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-26 14:54:03    
ວຽກ​ງານ​ກະ​ກຽມ​ສ້າງ​ຫໍ​ກິ​ລາ​ແລະ​ສະ​ຫນາມ​ກິ​ລາ​ໂອ​ລິມ​ປິກ​ຂອງ​ປັກ​ກິ່ງ​ພະ​ຍາ​ຍາມ​ໃຫ້​ສອດ​ຄ່ອງ​ກັບ​ທັດ​ສະ​ນະ​ຄະ​ຕິ​ສີ​ຂຽວ

cri Author: sayvanny
ຕາມ​ຂ່າວ​ສານ​ຊີນ​ຮວາ:"ວຽກ​ງານ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ເປັນ​ສິ່ງ​ຮັບ ປະ​ກັນ​ອັນ​ແຂງ​ແຮງ​ເພື່ອ​ຈັດ​ງານ​ກິ​ລາ​ໂອ​ລິ​ມປິກ​ສີຂຽວ". ວັນ​ທີ 25 ພຶດ​ສະ ພາ ທ່ານ​ວາງ​ໄວ ຮອງ​ປະ​ທານ​ບໍ​ລິ​ຫານ​ງານ​ຂອງ​ຄະ​ນະ​ກຳ​ມະ ການ​ຈັດ​ຕັ້ງ ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ​ຫວັງ​​ຊອກ​ຮູ້​ໄຮ​​ເທັກ​ແລະ​ຜະ​ລິດ​ຕະ​ພັນ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ທີ່​ກ້າວ​ຫນ້າ​ແລະ​ສຸກ​ອມ​ໃຫ້​ຫລາຍ​ໃນ​ງານ​ວາງ​ທະ​ແດງ​ວິ​ທະ ຍາ​ສາດ​ເຕັກ​ນິກ​ຄັ້ງ​ທີ 8,​ເພື່ອ​​ໃຊ້​ເຂົ້າ​ໃນ​ການ​ກໍ່​ສ້າງ​ກິດ​ຈະ​ການ​ງານ​ກິລາ​ໂອ​ລິມ​ປິກ​ປັກ​ກິ່ງ​ປີ 2008,ພະ​ຍາ​ຍາມ​ໃຫ້​ຈັດ​ງານ​ກິລາ​ໂອ​ລິ​ມປິກ​​ໃຫ້​ເປັນ​ງານ​ໂອ​ລິມ​ປິກ​ສີ​ຂຽວ​ແລະ​ງານ​ກິລາ​ໂອ​ລິມ​ປິກ​ວິ​ທະ​ຍາ​ສາດ​ເຕັກ​ນິກ.

ທ່ານ​ວາງ​ໄວ​ເວົ້າ​ວ່າ:"​ໃນ​ດ້ານ​ກໍ່​ສ້າງ​ຫໍ​ກິ​ລາ​ແລະ​ສະ​ຫນາມ​ກິ​ລາ​ໂອ​ລິມ ປິກ, ຄະ​ນະ​ກຳ​ມະ​ການ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ໄດ້​ອອກ​ແຮງ​ຊຸກ​ຍູ້ໃຫ້​ນຳໃຊ້​ພະ​ລັງ​ງານ​ໃຫມ່​ແລະອຸ​ປະ​ກອນ​ໃຫມ່, ຕົວ​ຢ່າງ​ຄື ​ເຕັກ​ນິກ​ສະ​ຫນອງ​ຄວາມ​ຮ້ອນ​ແລະ​ຄວາມ​ເຢັນ​ດ້ວຍ​ກ້ອງ​ສູບ​ຮ້ອນ,​ເຕັກ​ນິກ​ສະ​ຫນອງ​ຄວາມ​ຮ້ອນ​ແລະ​ພະ​ລັງ​ໄຟ​ດ້ວຍ​ແສງ​ຕາ​ເວັນ​ເປັນ​ຕົ້ນ".ທ່ານ​ກ່າວ​ວ່າ, ​ໃນ​ເວລາ​ເຮັດ​ວຽກ​ກະ​ກຽມ​ກໍ່​ສ້າງ​ກິດ​ຈະ​ການ ບຸກ​ເບີກ​ຕະ​ຫລາດ ກາ​ບໍ​ລິ​ການ​ແລະ​ການ​ຈໍ​ລະ​ຈອນ​ສິນ​ຄ້າ ບ່ອນ​ພັກ​ເຊົາ​ແລະ​ການ​ກິນ​ດື່ມ​ຂອງ​ງານ​ກິລາ​ໂອ​ລິມ​ປິກ,ຄະ​ນະ​ກຳ​ມະ​ການ​ຈັດ​ຕັ້ງ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ​ໄດ້​ພະ​ຍາ​ຍາມ​ໃຫ້​ສອດ​ຄ່ອງ​ກັບ​ທັດ​ສະ​ນະ​ຄະ​ຕິ​ສີຂຽວ, ​ເພື່ອ​ຫລຸດ​ຜ່ອນ​ຜົນ​ສະ​ທ້ອນ​ທາງ​ລົບ​ຕໍ່​ສິ່ງ​ແວດ​ລ້ອມ​ແລະ​ລະ​ບົບ​ຊີ​ວະ​ພາບ.

ຕາມ​ຊາບ​ວ່າ, ຫໍ​ກິລາ​ແລະ​ສະ​ຫນາມ​ກິ​ລາ​ທີ່​ໃຊ້​​ໃນ​ການ​ແຂ່ງຂັນ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ລວມ​ມີ 36 ​ແຫ່ງ,​ໃນ​ນັ້ນ 31 ​ແຫ່ງ​ຕັ້ງ​ຢູ່​ປັກ​ກິ່ງ, ​ໃນ​ສະ​ຖານ​ທີ່​ແຂ່ງ​ຂັນ​ທັງ​ຫມົດ, ມີ 14 ​ແຫ່ງ​ແມ່ນ​ຕ້ອງ​ສ້າງ​ຂຶ້ນ​ໃຫມ່, 14 ​ແຫ່ງ​ຕ້ອງ​ຂະ​ຫຍາຍ​ສ້າງ,​ອີກ 8 ​ແຫ່ງ​ແມ່ນ​ສ້າງ​ຂຶ້ນ​ຊົ່ວຄາວ.ທ່ານ​ວາງ​ໄວ​ບອກ​ນັກ​ຂ່າວ​ວ່າ:"ປະຈຸ​ບັນ,ຫໍ​ກິລາ​ແຂ່ງຂັນ​ແລະ​ຫໍ​ກິລາ​ທີ່​ບໍ່​ໃຊ້​ໃນ​ການ​ແຂ່ງຂັນ 6 ​ແຫ່ງ​ຄື ສະ​ຫນາມ​ກິ​ລາ​ແຫ່ງ​ຊາດ ສູນ​ລອຍ​ນ້ຳ​ແຫ່ງ​ຊາດ ຫໍ​ຍິງ​ເປົ໋າ​ປັກ​ກິ່ງ​ແລະ​ສູນ​ວັດ​ທະ​ນະ​ທຳ​ກິ​ລາ​ວູ​ເຄີ​ຊົງ​​ໄດ້​ເລີ່ມ​ກໍ່​ສ້າງ​ຕາມໆ​ກັນ​ແລ້ວ, ຫໍ​ກິ​ລາ​ແລະ​ສະ​ຫນາມ​ກິ​ລາ​ແຫ່ງ​ໃຫມ່​ອື່ນໆ​ກໍ່​ຈະ​ເລີ່ມ​ກໍ່​ສ້າງ​ຢ່າງ​ຮອບ​ດ້ານ​ກ່ອນ​ທ້າຍ​ປີ 2005. ​"​ເພື່ອ​ຫລຸດ​ຜ່ອນ​ຜົນ​ສະ​ທ້ອນ​ທາງ​ລົບ​ຂອງ​ການ​ກໍ່​ສ້າງ​ກິດ​ຈະ​ການ​ກິ ລາ​ໂອ​ລິ​ມປິກ​ທີ່​ມີ​ຕໍ່​ສິ່ງ​ແວດ​ລ້ອມ​ແລະ​ຊີ​ວະ​ພາບ,ຄະ​ນະ​ກຳ​ມະ​ການ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ຈັດ​ຕັ້ງ​ຫົວ​ຫນ່ວຍ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ແລະ​ໂຮງ ຮຽນ​ວິຊາ​ສະ​ເພາະ​ຊັ້ນ​ສູງ​ຄົ້ນ​ຄວ້າ​ບັນ​ຫາ​ທີ່​ກ່ຽວ​ພັນ​ເຖິງ​ການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ໃນ​ການ​ກໍ່​ສ້າງ​ກິດ​ຈະ​ການ​ງານ​ກິລາ​ໂອ​ລິ​ມປິກ, ​ໄດ້​ຮຽບ​ຮຽງ​ປື້​ມຄູ່​ມືຊີ້​ນຳ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ຂອງ​ກິດ​ຈະ​ການ​ກິລາ​ໂອ​ລິມ​ປິກ,ປຶ້ມ​ຊີ້​ນຳ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ກິດ​ຈະ​ການ​ດັດ​ສ້າງ​ແລະ​ກິດ​ຈະ​ການ​ຊົ່ວ​ຄາວ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ແລະ​ເອ​ກະ​ສານ​ອື່ນໆ.

ນອກ​ນີ້, ​ເພື່ອ​ປ້ອງ​ກັນ​ຂີ້​ຝຸ່ນ ຊຳ​ລະ​ນ້ຳ​ໂສ​ໂຄກ ຈັດ​ການ​ຂີ້​ເຫຍື້ອ​ຢູ່​ສະ​ຖານ​ທີ່​ກໍ່​ສ້າງ​ແລະ​ແກ້​ໄຂ​ສຽງ​ນັນ​ແຊວ​ຢູ່​ສະ​ຖານ​ທີ່​ກໍ່​ສ້າງ​ລົບ​ກວນ​ເຂດ​ອ້ອມ​ແອ້ມ,ຄະ​ນະ​ກຳ​ມະ​ການ​ຈັດ​ຕັ້ງ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ​ຍັງ​ໄດ້​ວາງ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ການ​ສ້າງ​ກິດ​ຈະ​ການ​ໂອ​ລິມ​ປິກ, ຮຽກ​ຮ້ອງ​ໃຫ້​ເຈົ້າ​ຂອງ​ກິດ ຈະ​ການ​ແລະ​ຫົວ​ຫນ່ວຍ​ກໍ່​ສ້າງ​ບໍ່​ພຽງ​ແຕ່​ຕ້ອງ​ຕັ້ງ​ໃຈ​ປະ​ຕິ​ບັດ​ຕາມ​ມາດ​ຖານ​ຂອງ​ກົດ​ຂໍ້​ກຳ​ນົດ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ຢູ່​ສະ​ຖານ​ທີ່​ກໍ່​ສ້າງ​ຂອງ​ລັດ​ແລະ​ຂອງ​ນະ​ຄອນ​ຫລວງ​ປັກ​ກິ່ງ​ທໍ່​ນັ້ນ, ຫາກ​ຍັງ​ຕ້ອງ​ຕັ້ງ​ຫນ້າ​ປະ​ຕິ​ບັດ​ຕາມ​ກົດ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ສ້າງ​ກິດ​ຈະ​ການ​ສີ​ຂຽວ, ຜັນ​ຂະ​ຫຍາຍ​ພາ​ຫະ​ນະ​ຄຸ້ມ​ຄອງ​ແລະ​ສິ່ງ​ກໍ່​ສ້າງ​ພື້ນ​ຖານ​ທຸກ​ຢ່າງ.

ທ່ານ​ວາງ​ໄວ​ແນະ​ນຳ​ວ່າ:"​ ໃນ​ເວລາ​ຊອກ​ຫາ​ຄູ່​ຮ່ວມ​ມື​ໃນ​ງານ​ກິລາ​ໂອ​ ລິມ​ປິກ​ນັ້ນ,ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ແມ່ນ​ເງື່ອນ​ໄຂ​ສຳຄັນ​ລາຍ​ຫນຶ່ງ​ໃນ​ການ​ເລືອກ​​ເຟັ້ນ."ທ່ານ​ເວົ້າວ່າ, ​ໃນ​ການ​ຊອກ​ຫາ​ຄູ່​ຮ່ວມ​ມື​ງານ​ກິລາ​ໂອ​ລິ​ມ ປິກ,ຄະ​ນະ​ກຳ​ມະ​ການ​ຈັດ​ຕັ້ງ​ງານ​ກິ​ລາ​​ໂອ​ລິ​ມປິກ​ປັກ​ກິ່ງ​ຈະ​ອີງ​ຕາມ​ຫລັກ​ເກນ​ບຸກ​ເບີກ​ຕະ​ຫລາດ​ໂອ​ລິ​ມປິກ, ​ໃນ​ຂະນະ​ທີ່​ຄົ້ນ​ຄວ້າ​ປະ​ເມີນ​ຕໍ່​ຂະ​ແຫນງ​ການ​ກໍ່​ສ້າງ​ແລະ​ວິ​ສາ​ຫະ​ກິດ​ນັ້ນ, ຍັງ​ຈັດ​ຖື​ສະ​ພາບ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ຂອງ​ວິ​ສາ​ຫະ​ກິດ​ເປັນ​ເງື່ອນ​ໄຂ​​ເລືອກ​ເຟັ້ນ​ສຳ​ຄັນ, ວິ​ສາ​ຫະ​ກິດ​ທີ່​ຮ້ອງ​ຂໍ​ທັງ​ຫມົດ,ຕ່າງ​ໄດ້​ໄດ້​ລາຍ​ງານ​ສະ​ພາບ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ແລະ​ສະ​ພາບ​ປະ​ຕິ​ບັດ​ຕາມ​ກົດ​ຫມາຍ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ຂອງ​ຕົນ​ເອງ, ​ແລະ​ກວດ​ກາ​ພິ​ຈາ​ລະ​ນາ​ຢ່າງ​ເຂັ້ມ​ງວດ.ຕາມ​ທີ່​ໄດ້​ຊາບ,ບໍ​ລິ​ສັດ​ຈີນ​ແລະ​ຕ່າງ​ປະ​ເທດ 7 ບໍ​ລິ​ສັດ​ຄື:ກຸ່ມ​ລົດ​ຍົນ​ໂວ​ສວາ​ເກີນ ທະ​ນາ​ຄານ​ຈີນ ບໍ​ລິ​ສັດ​ໂມ​ບິຣ​ຈີນ ບໍ​ລິ​ສັດ CNC ຈີນ ບໍ​ລິ​ສັດ​ການ​ບິນ​ສາ​ກົນ​ຈີນ ບໍ​ລິ​ສັດ​ນ້ຳ​ມັນ​ເຊື້ອ​ໄຟ​ແລະ​ເຄມີ​ຂອງ​ຈີນ​ແລະ​ບໍ​ລິ​ສັດ​ອາ​ດີ​ດັດ( Adidas )​ໄດ້​ກາຍ​ເປັນ​ຄູ່​ຮ່ວມ​ມື​ງານ​ກິລາ​ໂອ​ລິມ​ປິກ​ປັກ​ກິ່ງ​ປີ 2008 ​ແລ້ວ.