ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-21 16:59:29    
ສ.​ເ​ກົາຫຼີຫວັງ​ໃຫ້ການ​ສົນທະນາ​ລະຫວ່າງ​ສ.​ເກົາຫຼີ​ກັບ​ສປປ​ເກົາຫຼີ​ກັບ​ການ​ເຈລະຈາ​ຫົກ​ຝ່າຍ​​ແຈ້ງ​ສະພາບ​ໃຫ້​ກັນຊາບ

cri
ຕາມ​ຂ່າວສານ​ຊິນ​ຮວາ, ວັນ​ທີ21​ພຶດສະພາ ຢູ່​ທີ່​ເຊ​ອຸ່ນ, ທ່ານ​ລີ​ບົງ​ໂຈ ຮອງ​ລັດຖະມົນຕີ​ກະຊວງ​ເອກະ​ພາບ​ສ.​ເກົາຫຼີ ຫົວໜ້າ​ຜູ້​ແທນ​ຝ່າຍ​ສ.​ເກົາຫຼີ​ໃນ​ການ​ເຈລະຈາ​ວຽກ​ງານ​ຂັ້ນ​ຮອງ​ລັດຖະມົນຕີ​ສ.​ເກົາຫຼີ​ກັບສປປ​ເກົາຫຼີ​ກ່າວ​ວ່າ, ລັດຖະບານ​ສ.​ເກົາຫຼີ​ຫວັງ​ໃຫ້ການ​ສົນທະນາ​ລະຫວ່າງ​ເຈົ້າ​ໜ້າ​ທີ່​ສ.​ເກົາຫຼີ​ກັບສປປ​ເກົາຫຼີ​ກັບ​ການ​ເຈລະຈາ​ຫົກ​ຝ່າຍ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍຂອງ​ແຫຼມ​ເກົາຫຼີ​​ແຈ້ງ​ສະພາບ​ໃຫ້​ກັນຊາ​ບ, ​​ເພື່ອ​ໃຫ້ມີ​ຜົນ​ທີ່​ຕ່າງຊຸກ​ຍູ້​ເຊິ່ງກັນ​ແລະ​ກັນ.

​ວັນ​ທີ21​ພຶດສະພາ, ໃນ​ເວລາ​ທ່ານລີ​ບົງ​ໂຈ​ກ່າວ​ຄຳ​ປາ​ໄສ​ຢູ່​ວິທະຍຸCBSຂອງ​ສ.​ເກົາຫຼີ​ນັ້ນ, ທ່ານ​ກ່າວ​ວ່າ, ລັດຖະບານ​ສ.​ເກົາຫຼີ​ໄດ້​ແຈ້ງ​ຜົນ​ການ​ເຈລະຈາ​ວຽກ​ງານ​ຂັ້ນຮອງ​ລັດຖະມົນຕີສ.​ເກົາຫຼີ​ກັບ​ສປປ​ເກົາຫຼີທີ່​ຈັດ​ຂຶ້ນ​ໃນ​ຫວ່າ​ງມໍ່ໆ​ນີ້​ໃຫ້​ອາ​ເມ​ລິ​ກາ, ຈີນ, ຍີ່ປຸ່ນ, ລັດ​ເຊຍ​ແລະ​ສະຫະພາບ​ເອີ​ລົບ​ຊາບ. ປະ​ເທດ​ທີ່​ກ່ຽວຂ້ອງ​ຊົມ​ເຊີຍ​ສ.​ເກົາຫຼີ​ກັບສປປ​ເກົາຫຼີ​ຟື້ນ​ຟູ​ການ​ສົນທະນາ​ກັນ, ​ແລະ​ຫວັງ​​ໃຫ້ການ​ສົນທະນາ​ກັນ​ລະຫວ່າງ​ສ.​ເກົາຫຼີ​ກັບສປປ​ເກົາຫຼີ​​ເສີ​ມຂະຫຍາຍ​ບົດບາດ​ອັນຕັ້ງໜ້າ​ຕໍ່​ການ​ຟື້ນ​ຟູ​ການ​ເຈລະຈາ​ຫົກ​ຝ່າຍ.

ທ່ານ​ລີ​ບົງ​ໂຈ​ຊີ້​ອອກ​ວ່າ, ການ​ສ້າງ​ເງື່ອນ​ໄຂ​ແລະ​ບັນຍາກາດ​ແກ່​ການ​ເຈລະຈາ​ຫົກ​ຝ່າຍ​ຄືນ​​ໃໝ່, ​ແມ່ນມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ​ຕໍ່​ການ​ຂະຫຍາຍ​ການ​ພົວພັນ​ເໜືອ​ໃຕ້. ຖ້າ​ການ​ສົນທະນາ​ລະຫວ່າງ​ເໜືອ​ໃຕ້​​ແລະ​ການ​ເຈລະຈາ​ຫົກ​ຝ່າຍ​ຟື້ນ​ຟູ​ພ້ອມ​ກັນ, ກໍຈະ​ເກີດ​ມີ​ຜົນ​ສະທ້ອນຊຸກ​ຍູ້​ເຊິ່ງກັນ​ແລະ​ກັນ.