ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-18 17:22:53    
[ນາງ​ຢາງ​ລີ້​ພິງ ນັກ​ຟ້ອນ​ຂອງ​ຈີນ]

cri Author: mo


ຍ້ອນ​ມີ​ພອນ​ສະຫວັນ​ໃນ​ການ​ຟ້ອນ​ອັນ​ດີ​ເດັ່ນ, ອາຍຸ 13 ປີ, ນາງ​ຢາງ​ລີ້​ພິງກໍ​ຖືກ​ຄັດ​ເລືອກ​ເຂົ້າ​​ຄະນະ​ສິລະ​ປາ​ກອນເຂດ​ຍ່ອຍ​ສິບ​ສອງ​ພັ່ນ​ນາ. ​ໃນ​ເວລາ​ນັ້ນ, ນາງ​ໄດ້​ຕິດຕາມ​ຄະນະ​ໄປສະ​ແດງ​ຢູ່​​ຕາມບ້ານຕ່າງໆ​ໃນຊົນນະບົດ​ເລື້ອຍໆ. ນາງ​ດີ​ໃຈ​ທີ່​ສຸດ​ທີ່​ໄດ້​ຟ້ອນໃຫ້​ໄທບ້ານ​ຊົມສູ່​ມື້. ນາງ​ເວົ້າວ່າ:
​ໃນ​ເວລາ​ໄປສະ​ແດງ​ຢູ່​ຊົນນະ​ບົດ, ​​ໄດ້​ນອນ​ຢູ່​​​ເຮືອນຍົກພື້ນ, ຄືນ​ໃດ​ອ້າຍບ່າວ​ໃນ​ບ້ານ​ກໍມັກ​ມາເປົ່າ​ແຄນ​ປ່າອູ່ຢູ່​ກ້ອງ​ລ່າງໝົດ​ຄືນ​, ​ເມື່ອ​ໄດ້ຍິນ​ສຽງ​ແຄນ​ປ່າ​ອູ່, ພວກ​ເຮົາ​ກໍ​​ລົງ​ເຮືອນ​ໄປ, ຮ້ອງ​ເພງ​​ແລະ​ເວົ້າຫຼີ້ນ​ເວົ້າຫົວ​ນຳ​ພວກ​ເຂົາ​ເຈົ້າ. ຕໍ່​ຄວາມ​ຮັກ, ພວກ​ເຂົາ​ເຈົ້າ​ມີ​ຄວາມ​ຄຶດ​ທີ່ບໍລິສຸດ​ທີ່​ສຸດ, ບໍ່​ມີ​ຄວາມ​ຄຶດ​ທີ່​ຕ່ຳ​ຊ້າ​ຫຍັງ​ໝົດ.

ໃນ​ຄະນະສິລະ​ປາ​ກອນ​ສິບ​ສອງ​ພັ່ນ​ນາ, ນາງ​ຢາງ​ລີ້​ພິງມີ​ຊື່​ລື​ນາມ​ຍ້ອນ​ໄດ້​ສະ​ແດງ​ເປັນ​ເຈົ້າຍິງ​ຜູ້ທີ 7 ​ໃນ​ລະຄອນ​ຟ້ອນ​ເຜົ່າ​ລື້​​ເລື່ອງ"​ເຈົ້າຍິງ​ນົກ​ຍູງ". ນີ້​ອາດ​ຈະ​ແມ່ນ​ຍ້ອນນາງ​ຮັກ​ນົກ​ຍູງ​ຫລາຍທັງ​ຍ້ອນ​​ໂຊກຊະຕາກຳ, ພາຍ​ຫລັງມາ, ນົກ​ຍູງ​ໄດ້​ກາຍ​ເປັນສັນຍະ​ລັກ​​ແຫ່ງ​ຊີວິດ​​ການ​ຟ້ອນຂອງ​ນາງ​ຢາງ​ລີ້​ພິງ. ​ຍ້ອນການສະ​ແດງ​ອັນ​ດີ​ເລີ​ດ​ໃນລະຄອນ​ຟ້ອນ"​ເຈົ້າຍິງ​ນົກ​ຍູງ", ປີ 1981, ນາງ​ຢາງ​ລີ້​ພິງ​​ໄດ້​ຖືກ​ຍ້າຍ​ໄປ​ເຮັດ​ວຽກ​ຢູ່​ຄະນະ​ສິລະ​ປາ​ກອນຊົນ​ເຜົ່າ​ສູນ​ກາງ​ຈີນ, ​ແຕ່​ນັ້ນມາ, ນາງ​ເລິ່ມສະ​ແຫວ​ງຫາ​ຄວາມຝັນ​​ແຫ່ງ​ສິລະ​ປະ.

ນາງ​ຢາງ​ລີ້​ພິງ​ມັກ​ໄປຫຼີ້ນສວນ​ສາທາລະນະ​​​ຜູ້ດຽວ​ເລື້ອຍໆເພື່ອ​ສັງ​ເກດ​ນົກ​ຍູງ, ຄົ້ນຄວ້າ​ກິລິຍາທ່າ​ທາງ​ຂອງ​ມັນຢ່າງ​ລະອຽດ​ລະ​ອໍ, ປີ 1986, ນາງ​ໄດ້​​ແຕ່ງ​ແລະ​ຟ້ອນ​ດ່ຽວ​ເລື່ອງ"Quezhiling"​ແປ​ວ່າ ຂວັນ​ນົກ​ຍູງ, ນາງ​ຢາງລ​ລີ້​ພິງ​ທີ່​ຄີງ​ບາງ​ຮ່າງ​ງາມ​ແລະ​ນີ້ວມື​ທີ່​ຍາວ​ອ່ອນ​ແອນໄດ້​ສະ​ແດງ​ວາດຟ້ອນ​ອັນ​ອ່ອນ​ນ້ອມ​ສວຍລວຍແລະ​ຄວາມ​ສະຫລາດວ່ອງ​ໄວຂອງ​ນົກ​ຍູງ​ຢ່າງ​ດີ​ເດັ່ນ. ​ລາຍການ​ຟ້ອນ​ຂວັນ​ນົກ​ຍູງ​ໄດ້​ພົ້ນ​ເດັ່ນ​​ໃນ​ການ​ປະ​ກວດກາ​ນຟ້ອນລະດັບ​ຊາດສະ​ໄໝ​ທີ 2 ​ໃນ​ປີນັ້ນ, ນາງ​ຢາງ​ລີ້​ພິງ​ໄດ້​ຮັບ​ລາງວັນ​ທີ 1 ສອງ​ລາຍ​ຄື​ການ​​ແຕ່ງ ​ແລະ​ການ​ສະ​ແດງຟ້ອນ​ຂວັນ​ນົກ​ຍູງ. ພາຍ​ຫຼັງມາ, ນາງ​ຢາງ​ລີ້​ພິງ​ໄດ້​ອອກໂທລະທັດ​ເລື້ອຍໆ, ​ກາຍ​ເປັນ​ດາລາ​ຟ້ອນ​ທີ່​ຮຸ່ງ​ເຮືອງ​ຈັບ​ຕາ​ຄົນ.

ຫລັງ​ຈາກ​ແຕ່ງ​ເລື່ອງຂວັນ​ນົກ​ຍູງແລ້ວ, ນາງ​ຢາງ​ລີ້​ພິງ​ໄດ້​ແຕ່ງ​ລະຄອນຟ້ອນ"​ເມືອງ​ນາລີ", "ສາຍຝົນ", ​ແລະ​"​ຕົ້ນໄມ້​ສອງຕົ້ນ​"​ແລະ​ອື່ນໆຢ່າງ​ຕໍ່​ເນື່ອງ​ກັນ. ​ແລະ​ໄດ້​ຮັບ​ຄວາມ​ນິຍົມ​ຫລາຍຈາກ​ຜູ້​ຊົມ. ປີ 1992, ນາງ​ຢາງ​ລີ້​ພິງ​ໄດ້​ຈັດ​ງານ​ລາຕີ​ຟ້ອນ​​ຈຳ​ເພາະ​ຢູ່​ປະ​ເທດ​ແລະ​ເຂດ​ແຄວ້ນ​ຕ່າງໆ​ຄືຟິລິບ​ປິນ ສິງກະ​ໂປ ຣັດ​ເຊຍ ອາ​ເມ​ລິ​ກາ ກາ​ນາ​ດາ ​ແລະ​ຍີ່​ປຸ່ນ​ເປັນຕົ້ນຢ່າງ​ຕໍ່​ເນື່ອງ​ກັນ. ປີ 1997, ສູນ​ແລກ​ປ່ຽນສາກົນ​ໂອຊາ​ກາ​ຍີ່​ປຸ່ນ​ໄດ້​ມອບ​ລາງວັນ​ສິລະ​ປະສູງ​ສຸດ​ໃຫ້​ນາງ, ສະມາຄົມ​ການ​ຟ້ອນ​ແຫ່ງ​ຊາດ​ຟິລິບ​ປິນ​ໄດ້​​ຮັບ​ເອົາ​ນາງ​ເປັນ​ສະມາຊິກ​ຕະຫລອດ​ຊີວິດ.
1  2  3