ວັນເວລາແລະລາຍການຂອງງານກິລາໂອລິມປິກຄົນພິການປັກກິ່ງໄດ້ກຳນົດຢ່າງເປັນທາງການ
cri
Author: q
ຕາມຂ່າວສານຊິນຮວາ,ວັນທີ17ພຶດສະພາ,ນັກຂ່າວໄດ້ຊາບຈາກຄະນະກຳມະການຈັດງານກິລາໂອລິມປິກປັກກິ່ງວ່າ,ຄະນະກຳມະການໂອລິມປິກຄົນພິການສາກົນໄດ້ກຳນົດຢ່າງເປັນທາງການວ່າ,ງານກິລາໂອລິມປິກຄົນພິການປີ2008ຈະຈັດຂຶ້ນແຕ່ວັນທີ6ຫາວັນທີ17ກັນຍາປີ2008.
20ລາຍການແຂ່ງຂັນລວມທັງ,ຍິງທະນູ,ແລ່ນແລະລານ,ນັ່ງລົດລໍ້ເຂັນຫຼິ້ນບານບ້ວງ,ນັ່ງລົດລໍ້ເຂັນແທງດາບ, ຄົນຕາບອດຕີຄີ, ລອຍນ້ຳ,ບານສົ່ງແບບນັ່ງ,ຊ່ວງກະໂນ ເປັນຕົ້ນ,ໃນນັ້ນ,ການຊ່ວງກະໂນແມ່ນລາຍການແຂ່ງຂັນທີ່ເພີ່ມໃໝ່ໃນງານກິລາໂອລິມປິກຄົນພິການປັກກິ່ງ.
ຕາມໄດ້ຮູ້ວ່າ,ຄືກັນກັບວຽກງານກະກຽມງານກິລາໂອລິມປິກປັກກິ່ງ,ວຽກງານກະກຽມງານກິລາໂອລິມປິກຄົນພິການປັກກິ່ງກໍມີຄວາມຄືບໜ້າຢ່າງສະດວກ,ໃນວັນທີ13ກໍລະກົດປີກາຍນີ້,ຈີນໄດ້ປະກາດເຄື່ອງໝາຍງານກິລາໂອລິມປິກຄົນພິການປັກກິ່ງ,ປີນີ້ຍັງຈະປະກາດສັນຍາລັກນຳໂຊກຂອງງານກິລາໂອລິມປິກຄົນພິການປັກກິ່ງ.
|
|