ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-17 17:50:33    
ປັກ​ກິ່ງ​ເອົາ​ໃຈ​ໃສ່​ນຳ​ບັນ​ຫາ​ການ​ນຳ​ໃຊ້​ສະ​ໜາມ​ກິ​ລາ​ຫຼັງ​ງານ​ກິ​ລາ​ໂອ​ລິມ​ປິກ(ສຽງ)

cri Author: lm

ສະບາຍດີ​ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ການ​ທີ່​ຈັດງານ​ກິລາ​ໂອ​ລິ​ມປິກ​ປີ 2008 ​ເປັນ​ງານ​ກິລາ​ໂອ​ລິ​ມປິກ​ລະດັບ​ສູງ​ແລະ​ສຳ​ເລັດ​ຜົນ​ ​ແມ່ນ​ເປົ້າໝາຍ​ທີ່​ນະຄອນ​ປັກ​ກິ່ງ​ອອກ​ແຮງ​ສະ​ແຫວງ​ຫາ. ​ແຕ່​ວ່າ, ຍ້ອນ​ການ​ກໍ່ສ້າງ​ສະໜາມກິລາໂອ​ລິ​ມປິກ​ຕ້ອງ​ລົງທຶນຫຼາຍ, ຖ້າ​ຫາກບໍ່​ໄດ້​ນຳ​ໃຊ້​​ສະ​ໜາມກິລາ​ເຫຼົ່ານີ້​ເປັນ​ຢ່າງ​ດີ​ຫຼັງຈາກ ງານ​ກິລາ​ໂອ​ລິ​ມປິກສິ້ນ​ສຸດ​ລົງ​ແລ້ວ, ການ​ລົງທຶນ​ກໍຈະ​ເປັນ​ການ​ຟູມ​ເຟືອຍ. ສະນັ້ນ, ​ໃນ​​ເວລາອອກ​ແບບ​ແລະ​ກໍ່ສ້າງ​ສະໜາມກິລາ​​ໂອ​ລິ​ມປິກ, ນະຄອນປັກກິ່ງ​ກໍ່​ໄດ້​ພິຈາລະນາ​ເຖິງ​ບັນຫາ​ນຳ​ໃຊ້ສະໜາມ​ກິ​ລາ​ຫຼັງ​ງານ​ກິລາ​ໂອ​ລິ​ມປິກ. ​ໃນ​ລາຍການ​ໂລກ​ກິລາ​ພາກ​ນີ້, ​ເຊີນ​ຟັງ​ບົດ​ແຈ້ງ​ຂ່າວ​ປະ​ກອບ​ສຽງ​ທີ່​ພາດ​ຫົວ​ເລື່ອງ​ວ່າ: ນະຄອນ​ປັກ​ກິ່ງ​ເອົາ​ໃຈ​ໃສ່​ນຳ​ບັນຫາ​ການ​ນຳ​ໃຊ້​ສະໜາມ​ກິ​ລາ​ຫຼັງ​ງານ​ກິລາ​ໂອ​ລິ​ມປິກ.

ການ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ ຕ້ອງ​ການກໍ່ສ້າງສະໜາມກິລາຫຼາຍໆ​ແຫ່ງ, ​ເມື່ອ​ງານ​ກິລາ​ໂອ​ລິ​ມປິກ​ສິ້ນ​ສຸດ​ລົງ ຖ້າສະໜາມກິລາ​ເຫຼົ່ານີ້​ບໍ່​ສາມາດ​ເສີມ​ຂະຫຍາຍ​ບົດ​ບາດ​ຂອງ​ພວກມັນ​ ​ແລະ​ສ້າ​ງປະສິດທິ​ຜົນ​ທາງ​ເສດຖະກິດ​ແລະ​ສັງຄົມ​ອັນ​ໃຫຍ່ຫຼວງ​ໃຫ້​ນະ​ຄອນ​ປັກ​ກິ່ງແລ້ວ, ຊັບພະຍາກອນ​ສັງຄົມ​ອັນ​ມະຫາສານ​ກໍ່​ຈະ​ເສຍ​ໄປ​ລ້າໆ. ​ເພື່ອ​ຫຼີກ​ເວັ້ນ​ບໍ່​ໃຫ້​ສະພາບ​ການ​ດັ່ງກ່າວ​ເກີດ​ຂຶ້ນ, ​ເລີ່​ມ​ແຕ່​ໄລຍະ​ອອກ​ແບບ​ກໍ່ສ້າງສະ​ໜາມ​ກິ​ລາ​​ໂອ​ລິ​ມປິກ, ປັກ​ກິ່ງ​ກໍ່​ເລີ່​ມ​ເອົາ​ໃຈ​ໃສ່​ນຳ​ບັນຫາ​ນຳ​ໃຊ້​ສະໜາມກິ​ລາ​ຫຼັງ​ງານ​ກິລາ​ໂອ​ລິ​ມປິກ​ແລ້ວ. ​ໃນ​ເວລາ​ເຂົ້າຮ່ວມ​ເວທີ​​ປາ​ໄສ​ສາກົນ​ກ່ຽວ​ກັບ​ການ​ກໍ່​ສ້າງ​ແລະ​ທຸ​ລະ​ກິດ​ສະ​ໜາມ​ກິ​ລາ​​ໂອ​ລິ​ມປິກ​ທີ່​ຈັດ​ຂຶ້ນຢູ່​ປັກ​ກິ່ງຫວ່າງ​ມໍ່ໆ​ນີ້, ທ່ານຈາງ​ມາວ ຮອງ​ເຈົ້າຄອງ​ນະ​ຄອນ​ປັກ​ກິ່ງ​​ເວົ້າຕໍ່​ນັກ​ຂ່າວ​ວ່າ: ການ​ນຳ​ໃຊ້​ສະໜາມ​ກິ​ລາ​ຫຼັງ​ງານ​ກິ​ລາ​ໂອ​ລິ​ມປິກ​ແມ່ນ​ບັນຫາ​ສຳຄັນ​ທີ່​ສຸດ, ​ເມື່ອ​ສັງ​ເກດ​​ເບິ່ງ​ງານ​ກິລາ​ໂອ​ລິ​ມປິກ​ທຸກ​ຄັ້ງທີ່​ຜ່ານ​ມາແລ້ວ ​ເຫັນ​ວ່າ​ມີ​ບົດຮຽນ​ຢ່າງສຳ​ເລັດຜົນ, ພ້ອມ​ທັງມີ​ບົດຮຽນ​ທາງ​ລົບ​ບໍ່​ໜ້ອຍ, ຖ້າ​ການ​ນຳ​ໃຊ້​​ສະ​ໜາມ​ກິ​ລາ​ຫຼັງ​ງານ​ກິລາ​ໂອ​ລິ​ມປິກ​ບໍ່​ສຳ​ເລັດ​ຜົນ​, ທີ່​ຈິງແລ້ວກໍ່​ແມ່ນ​ໄດ້​ເພີ່ມ​ຄວາມ​ພາລະ​ທາງ​ສັງຄົມ​ໃນ​ໄລຍະ​ງານ​ກິລາ​ໂອ​ລິ​ມປິກ. ສະນັ້ນ ພາຍ​ຫຼັງ​ການ​ຮ້ອງ​ຂໍ​ເປັນ​ເຈົ້າພາບ​ຈັດງານ​ກິລາ​ໂອ​ລິ​ມປິກ​ໄດ້​ສຳ​ເລັດ​ຜົນ​ແລ້ວ, ພວກ​ຂ້າພະ​ເຈົ້າກໍ່​ເລີ່ມ​ພິຈາລະນາ​ບັນຫານີ້, ດ້ານ​ໜຶ່ງ​ດຶງ​​ແມ່ນ​ຖອດ​ຖອນ​ເອົາບົດຮຽນ​ສຳ​ເລັດ​ຜົນ​ຂອງ​ຜູ່​ອື່ນ, ອີກ​ດ້ານ​ໜຶ່ງ​ກໍ່​​ແມ່ນ​ປະສົມ​ປະ​ສານ​​ກັບ​ສະພາບ​ຕົວ​ຈິງ​ຂອງ​ນະຄອນ​ປັກ​ກິ່ງ​ເອງ.

ທ່ານ​ຈາງ​ມາວ​​ແນະນຳ​ວ່າ, ​ກ່ຽວ​ກັບ​ບັນຫາ​ນຳ​ໃຊ້​​ສະໜາມກິລາ​ໂອ​ລິ​ມປິກ, ນະ​ຄອນ​ປັກ​ກິ່ງ​​ໄດ້ມີ​ແຜນການ​ຄົບ​ຖ້ວນ​ຊຸດ​ໜຶ່ງ​ແລ້ວ. ທ່ານ​ແນະ​ນຳ​ວ່າ, ຫຼັງຈາກ​ງານ​ກິ​ລາ​ໂອ​ລິມ​ປິກ​ລະດູ​ຮ້ອນແລະ​ງານ​ກິລາ​ໂອ​ລິ​ມປິກຄົນ​ພິການ​ປີ 2008 ແລ້ວ, ​ໃນ​ສະໜາມກິລາ 31 ​ແຫ່ງ​ທີ່​ປັກ​ກິ່ງ​ສ້າງ​ຂຶ້ນນັ້ນ, ສ່ວນ​ແມ່ນ​ສ້າງ​ຂຶ້ນ​ໃໝ່​ຊົ່ວຄາວ​ຈະ​ຖືກ​ມ້າງ​ໄປ, ອີກສ່ວນໜຶ່ງ​ທີ່​ເປັນ​​ສະໜາມກິລາ​ຖາວອນ​ນັ້ນ ຈະ​ກາຍ​ເປັນ​ບ່ອນ​ຝຶກ​ແອບ​ຂອງ​ທີ​ມ​ຊາດປະ​ເພດ​ຕ່າງໆ​ຂອງຈີນ​.ສ່ວນ​ສະໜາມກິລາ​ທີ່​ຕັ້ງຢູ່​ໃນ​ມະຫາວິທະຍາ​ໄລ​ນັ້ນ ຈະ​ກາຍ​ເປັນ​ສະໜາມກິລາ​ຂອງ​ມະຫາວິທະຍາ​ໄລ, ພ້ອມ​ກັນ​ກັບ​​ສະໜາມກິລາ​ຂອງ​ອົງການ​ຈັດຕັ້ງສັງຄົມຈະ​ເຊີນ​ຝ່າຍ​ຕ່າງໆ​ມາ​ເຂົ້າຮ່ວມ​ການ​ປະມູນ, ​ໃຫ້​ສັງຄົມມາຄຸ້ມ​ຄອງ​, ​ເປັນ​ບ່ອນຫຼິ້ນ​ກິ​ລາ​ແລະ​ຫັດ​ກາຍ​ຮັກສາ​ສຸຂະພາບ​ຂອງ​ນັກຮຽນ​ແລະ​ໄທ​ເມືອງ.

ຍັງ​ມີ​ສ່ວນ​ໜຶ່ງ​ຈະ​ຖືກ​ດັດ​ສ້າງ​ເປັນ​ສູນວັດທະນະທຳ​ລື້​ນ​ເລີງ ສູນ​ການ​ຄ້າຫຼືຮ້ານ​ກິນ​ດຶ່ມ. ຕົວຢ່າງ​ເຊັ່ນ ສູນ​ກິລາ​ທາງ​ນ້ຳ​ໂອ​ລິ​ມປິກ​ທີ່​ກະ​ວ່າຈະ​ລົງທຶນ 449 ລ້ານ​ຢວນນັ້ນຈະ​ກາຍ​ເປັນ​ບ່ອນ​ພັກ​ຜ່ອນ​ຢ່ອນ​ອາລົມ​ຊີວະ​ພາບ​​ເທິງ​ນ້ຳຂະໜາດ​ໃຫຍ່ຫຼັງງານ​ກິລາ​ໂອ​ລິ​ມປິກ. ສ່ວນ​ບ້ານ​ນັກ​ກິລາໂອ​ລິມປິກ 2000 ກວ່າ​ຊຸດ​ຈະ​ຂາຍ​ຢູ່​ໃນ​ຕະຫຼາດ.

ການ​ທຸລະ​ກິດ​ຂອງສະໜາມກິລາໂອ​ລິ​ມປິກ​ບໍ່ພຽງ​ແຕ່​ແມ່ນ​ບັນຫາ​ທີ່​ອົງການ​ປົກຄອງ​ນະ​ຄອນ​ປັກ​ກິ່ງ​ເອົາ​ໃຈ​ໃສ່​ນຳ​ທໍ່​ນັ້ນ, ​ເຈົ້າຂອງສະໜາມກິລາ​ເຫຼົ່ານີ້ກໍ່​ເອົາ​ໃຈ​ໃສ່ທີ່​ສຸດ. ສູນ​ກິ​ລາ​ວັດທະນະທຳ​ອູ​ເຄີ​ຊົງ​ທີ່​ຕັ້ງຢູ່​ທິດຕາ​ເວັນ​ຕົກ​ຂອງ​ນະຄອນ​ປັກ​ກິ່ງ​​ຈະ​ເປັນ​ບ່ອນ​ຈັດ​ການ​ແຂ່ງ​ຂັນ​ບານບ້ວງ​​ໂອ​ລິ​ມປິກ, ມັນແມ່ນ​ບໍລິສັດຫ້າງ​ຫາ​ເງິນ​ກໍ່ສ້າງ, ທ່ານ​ລິວ​ຈົງ​ອີ້ ຜູ່​ອຳນວຍ​ການ​ໃຫຍ່​ຂອງ​ບໍລິສັດ​ສູນ​ກິລາ​ວັດ​ທະນະ​ທຳ​ອູ​ເຄີ​ຊົງ​ຈຳກັດ​ເຊິ່ງ​ເປັນ​​ເຈົ້າຂອງ​ສູນ​ດັ່ງກ່າວ​ເວົ້າວ່າ: ​ໃນ​ໄລຍະ​ອອກ​ແບບ​ສູນ​ກິລາ​ວັດທະນະທຳ​ອູ​ເຄີ​ຊົງ​ ກໍ່​​ໄດ້ພິຈາ​ລະ​ນາ​ເຖິງ​ບັນ​ຫາ​ທຸ​ລະ​ກິດຫຼັງງານ​ກິລາ​ໂອ​ລິ​ມປິກ​​ແລ້ວເຊັ່ນ ​ໃຊ້​ໄດ້ຫຼາຍດ້ານ​ແລະ​ເປີດຕໍ່​ມວນ​ຊົນ​ເປັນ​ຕົ້ນ, ພ້ອມ​ກັນນັ້ນ, ​ໃນ​​ໄລຍະ​ກໍ່ສ້າງ, ພວກ​ຂ້າພະ​ເຈົ້າ​ໄດ້​ພົບ​ປະສັງ​ສັນ​ກັບ​ນັກ​ທຸ​ລະ​ກິດ​ພາຍ​ນອກ, ຮຽນ​ເອົາ​ທັດສະນະ​ຄະຕິ​ກ້າວໜ້າ. ການ​ເຮັດ​ທຸລະ​ກິດຫຼັງງານ​ກິລາ​ໂອ​ລິມ​ປິກ​ກໍ່​ຈະ​ດຳ​ເນີນ​ໄປ​ຕາມ​ຄວາມ​ຕ້ອງການ​ຂອງ​ຕະຫຼາດຢ່າງ​ສົມບູນ.

ປະຈຸ​ບັນ ອົງການ​ປົກຄອງນະຄອນ​ປັກ​ກິ່ງ​ໄດ້​​ເຊື້ອ​​ເຊີນຜູ່​ຊ່ຽວຊານ​ຈີນ​ແລະ​ຕ່າງປະ​ເທດ 5 ທ່ານ, ​ໃຫ້​ພວກທ່ານ​​ເປັນ​ທີ່​ປຶກສາ​ເສດຖະກິດຊັ້ນສູງ​ຂອງ​ງານ​ກິລາ​ໂອ​ລິ​ມປິກ. ການ​ວາງ​ແຜນການ​ໃຫ້​ອົງການ​ປົກຄອງ​ນະຄອນ​ປັກ​ກິ່ງ​ກ່ຽວ​ກັບ​ບັນຫາ​ທຸລະ​ກິດສະໜາມ​ກິ​ລາ​ຫຼັງ​ງານກິລາ​ໂອ​ລິ​ມປິກກໍແມ່ນ​ວຽກ​ໜຶ່ງ​ຂອງ​ຜູ່​ຊ່ຽວຊານ​ເຫຼົ່ານີ້. ທ່ານ​ລູ​ເວັດ​ ຜູ່​ຊ່ຽວ​ຊານ​ຝຣັ່ງ​ເຫັນ​ວ່າ, ບັນຫາ​ການທຸລະ​ກິດສະໜາມກິລາໂອ​ລິ​ມປິກ, ທີ່​ຈິ​ງ​ແລ້ວ​ແມ່ນ​ພາກ​ສ່ວນ​ໜຶ່ງ​ຂອງ​ນະຄອນປັກ​ກິ່ງ​ໃນ​ການວາງ​ຜັງ​ເມືອງ​ເຊິ່ງ​ເປັນ​ໂຄງການ​ໃຫຍ່. ທ່ານ​ສະ​ເໜີ​ວ່າ: ການ​ສ້າງ​ສະໜາມກິລາ​ບໍ່ສະ​ເພາະ​ແມ່ນ​ເພື່ອ​ງານ​ກິລາ​ໂອ​ລິ​ມປິກ​ທີ່​ດຳ​ເນີນ​ເປັນ​ເວ​ລາ 17 ມື້ນັ້ນທໍ່​ນັ້ນ, ຫາກ​ແມ່ນ​ພິຈາລະນາ​ເຖິງ​ຕົວ​ເມືອງ​ຢ່າງສັງ​ລວມ. ກ່ອນ​ຈະ​ສ້າງ, ຕ້ອງ​ພິຈາລະນາ​ເຖິງ​ການ​ນຳ​ໃຊ້ຫຼັງການ​ແຂ່ງຂັນ. ​

ທ່ານ​ລູ​ເວັດ​ກ່າວ​ວ່າ, ສະ​ເພາະງານ​ກິລາ​ໂອ​ລິ​ມປິກ​ສາມາດ​ສ້າງ​ອິດ​ທິພົນ​ຊື່ສຽງຫຼາຍ, ​ແຕ່​ເວົ້າສຳລັບ​ປັກ​ກິ່ງ​ແລ້ວ, ຜົນ​ດີ​ຂອງ​ງານ​ກິລາ​ໂອ​ລິ​ມປິກຍັງ​ມີ​ໃນຫຼາຍດ້ານ, ຜ່ານ​ຈາກ​ການ​ຈັດງານກິລາ​ໂອ​ລິ​ມປິກ, ປັກ​ກິ່ງ​ສາມາດ​ຍົກ​ສູງ​ສັບພະ​ຄຸນ​ຕົວ​ເມືອງ​ ​ແລະ​ບູລະນະ​ພາລະ​ບົດບາດ​ບໍລິການ​ສັງຄົມຂອງ​ຕົວ​ເມືອງໃຫ້​ສົມບູນ​ຄົບ​ຖ້ວນ. ທ່ານ​ລູ​ເວັດ​ກ່າວ​ວ່າ, ທ່ານ​ເອງ​ຮູ້ສຶກ​ວ່າ​ປັກ​ກິ່ງ​ໄດ້​ເຫັນ​ກວ້າງ​ມອງ​ໄກ​ໃນ​ບັນຫາ​ນຳ​ໃຊ້​​ສະໜາມກິລາ​ຫຼັງງານ​ກິລາ​ໂອ​ລິ​ມປິກ, ທັງ​ໄດ້​ວາງ​ແຜນ​ຢ່າງ​ລະອຽດ​ຮອບ​ຄອບ, ຄົນ​ທັງຫຼາຍ​ເຫັນ​ໄປ​ໃນ​ແງ່​ດີ​​ເຊື່ອວ່າ, ພາຍຫຼັງຈັດ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ປີ 2008 ຢ່າງ​ສຳ​ເລັດ​ຜົນ​ແລ້ວ, ສິ່ງ​ກໍ່ສ້າງ​ກິລາ​ທີ່​​ໃຫຍ່​ໂຕ​ ​ເຊັ່ນ ສະໜາມກິລາ​ແຫ່ງ​ຊາດ ສູນ​ລອຍ​ນ້ຳ ສູນກິລາ​ວັດ​ທະ​ນະ​ທຳອູ​ເຄີ​ຊົງ​ແລະ​ອື່ນໆ​ບໍ່ພຽງ​ແຕ່​ຈະ​ກາຍ​ເປັນ​​ເຄື່ອງໝາຍໃໝ່​ຂອງ​ນະ​ຄອນ​ປັກ​ກິ່ງ​ທໍ່​ນັ້ນ, ຫາກ​ຍັງ​ຈະ​ກາຍ​ເປັນ​ບ່ອນ​ພັກ​ຜ່ອນ​ຢ່ອນ​ອາລົມ​ທີ່​ດີຂອງ​ໄທ​ເມືອງ​ປັກ​ກິ່ງ​ອີກ​ດ້ວຍ.