|
 |
(GMT+08:00)
2005-05-16 21:24:16
|
 |
ຜູ້ແທນການເຈລະຈາຜູ້ທີໜຶ່ງຝ່າຍອາເມລິກາກ່າວວ່າອາເມລິກາພວມທຳຄວາມພະຍາຍາມເພື່ອຈັດການເຈລະຈາຫົກຝ່າຍ
cri
Author: q
ຕາມຂ່າວCRI,ວັນທີ16ພຶດສະພາ,ຢູ່ເຊອຸນ,ທ່ານຮີວ ຜູ້ຊ່ອຍລັດຖະມົນຕີການຕ່າງປະເທດອາເມລິກາ,ຜູ້ແທນການເຈລະຈາຜູ້ທີໜຶ່ງຝ່າຍອາເມລິກາທີ່ເຂົ້າຮ່ວມການເຈລະຈາຫົກຝ່າຍກ່ຽວກັບບັນຫານີວເຄຼຍແຫຼມເກົາຫຼີກ່າວວ່າ,ອາເມລິກາມີຄວາມຫວັງຫຼາຍທີ່ສຸດໃຫ້ຂະບວນວິວັດການເຈລະຈາຫົກຝ່າຍຈົ່ງດຳເນີນຕໍ່ໄປ,ແລະພວມທຳຄວາມພະຍາຍາມດຈົນສຸດຂີດເພື່ອເລື່ອງນີ້.
ທ່ານຮີວແມ່ນໃຫ້ທັດສະນະດັ່ງກ່າວໃນເວລາພົບປະທ່ານບານກີມູນລັດຖະມົນຕີກະຊວງການຕ່າງປະເທດແລະການຄ້າສ.ເກົາຫຼີໃນວັນທີ16ພຶດສະພາ.ທ່ານຮີວຍັງແຍ້ມໃຫ້ຮູ້ວ່າ,ຖ້າຫາກການເຈລະຈາຫົກຝ່າຍຕົກຢູ່ໃນສະພາບຄາກັນຕໍ່ໄປ,ອາເມລິກາຈະພິຈາລະນາແກ້ໄຂບັນຫານີວເຄຼຍແຫຼມເກົາຫຼີດ້ວຍການເລືອກແນວອື່ນ.
ວັນທີ16ພຶດສະພາ,ທ່ານຮີວຍັງໄດ້ແຍກອອກພົບປະທ່ານຊົງມິນຊູນຮອງລັດຖະມົນຕີກະຊວງການຕ່າງປະເທດແລະການຄ້າສ.ເກົາຫຼີ,ຜູ້ແທນການເຈລະຈາຜູ້ທີໜຶ່ງຝ່າຍສ.ເກົາຫຼີທີ່ເຂົ້າຮ່ວມການເຈລະຈາຫົກຝ່າຍແລະທ່ານຈູງດົງຢົງ ລັດຖະມົນຕີກະຊວງເອກະພາບສ.ເກົາຫຼີ.
ພາຍຫຼັງການພົບປະສິ້ນສຸດລົງແລ້ວ,ທ່ານຊົງມິນຊູງອະທິບາຍຕໍ່ນັກຂ່າວວ່າ,ອັນທີ່ວ່າການເລືອກ ແນວອື່ນທີ່ທ່ານຮີວເວົ້າມານັ້ນເປັນການກ່າວລື້ມຫຼັກໝັ້ນພື້ນຖານໃນບັນຫານີວເຄຼຍແຫຼມເກົາຫຼີຂອງລັດຖະບານອາເມລິກາກ່ອນໜ້ານີ້.ຫາກບໍ່ມີຄວາມໝາຍພິເສດທີ່ພົວພັນກັບກໍລະນີລະອຽດໃດໜຶ່ງ.
|
|
|