ຈີນຈະໃຊ້ມາດຕະການແຂງແຮງເພື່ອຮັບປະກັນແມ່ນ້ຳຢາງເຊຜ່ານຍາມນ້ຳນອງຢ່າງປອດໄພ
cri
Author: q
ຕາມຂ່າວສານຈີນ,ວັນທີ15ພຶດສະພາ,ຢູ່ເມືອງນານຊ່າງ ເມືອງພາກກາງຂອງຈີນ,ກອງບັນຊາການໃຫຍ່ປ້ອງກັນນ້ຳນຖ້ວມແມ່ນ້ຳຢາງເຊເຊິ່ງເປັນແມ່ນ້ຳໃຫຍ່ທີໜຶ່ງຂອງຈີນໄດ້ຈັດກອງປະຊຸມ,ຈັດວາງວຽກງານປ້ອງກັນນ້ຳຖ້ວມແມ່ນ້ຳຢາງເຊ.ກອງປະຊຸມໄດ້ຮຽກຮ້ອງໃຫ້ບັນດາແຂວງ,ນະຄອນຢູ່ແຄມຝັ່ງແມ່ນ້ຳຢາງເຊເຮັດວຽກປ້ອງກັນນ້ຳນຖ້ວມໃຫ້ດີຕື່ມອີກ,ເພື່ອຮັບປະກັນຜ່ານຍາມນ້ຳນອງຢ່າງປອດໄພ.
ຕາມກົມອຸຕິນິຍົມຈີນພະຍາກອນວ່າ,ໃນຍາມນ້ຳນອງປີນີ້,ເຂດລ້ອງແມ່ນ້ຳຢາງເຊມີຝົນຕົກຫຼາຍກວ່າຍາມປົກກະຕິ,ໃນເຂດສ່ວນໜຶ່ງອາດຈະເກີດໄພນ້ຳຖ້ວມ.
|
|