ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-16 18:23:23    
ວຽກ​ງານ​ກະກຽມງານ​ກິລາ​ໂອ​ລິມ​ປິກ​ປັກ​ກິ່ງ​ທຸກ​ລາຍ​ໄດ້​ດຳ​ເນີນ​ໄປ​ຢ່າງ​ສະ​ດວກ

cri Author: lm

ຕາມ​ຂ່າວCRI: ວັນ​ທີ 16 ພຶດສະພາ, ​ໃນ​ກອງ​ປະຊຸມ​ໂຕະມົນ​ດ້ານ​ການ​ກິລາ​ຂອງ​ເວທີ​ປາ​ໄສ​ທົ່ວ​ໂລກ​ໂຟທູນ, ທ່ານ​ລິວ​ຈິ້ງ​ມິນ ຮອງ​ເຈົ້າຄອງ​ກຳ​ແພງນະຄອນ​ປັກ​ກິ່ງ ຮອງ​ປະ​ທານ​ຄະນະ​ກຳມະການ​ຈັດຕັ້ງງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ປີ 2008 ກ່າວ​ວ່າ, ​ໃນ​ສະ​ເພາະ​ໜ້າ​ນີ້, ວຽກ​ງານ​ກະກຽມ​ງານ​ກິລາ​ໂອ​ລິ​ມປິກປັກ​ກິ່ງ​ທຸກ​ລາຍ​ໄດ້​ດຳ​ເນີນ​ໄປ​ຢ່າງ​ສະດວກ.

ທ່ານ​ລິວ​ຈິ້ງ​ມິນ​ກ່າວ​ວ່າ, ປະຈຸ​ບັນ,  ຄູ່​ຂາ​ຮ່ວມ​ມື​ທົ່ວ​ໂລກ​ຂອງ​ຄະນະ​ກຳມະການ​​ໂອ​ລິ​ມປິກ​ສາກົນທີ່​ອຸປະຖຳ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ມີ​ເຖິງ 11 ​ແຫ່ງ​ແລ້ວ, ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຈະ​ມີ​ການ​ຮັບປະກັນ​ດ້ານ​ເງິນ​ທຶນ​ຢ່າງ​ເຕັມ​ສ່ວນ; ວຽກ​ງານ​ກໍ່ສ້າງ​ຫໍ​ແລະສະໜາມກິລາ​ໂອ​ລິ​ມປິກ​ກໍ່​ດຳ​ເນີນ​ໄປ​ຢ່າງ​ສະດວກ, ຫໍ​ແລະສະໜາມກິລາ​ທີ່​ສ້າງ​ໃໝ່​ທຸກ​ແຫ່ງ​ລ້ວນ​ແຕ່​ຈະ​ລົງມື​ກໍ່ສ້າງ​ພາຍ​ໃນ​ປີ​ນີ້.