ຕາມຂ່າວສານຊິນຮວາ: ສື່ມວນຊົນອິນໂດເນເຊຍລາຍງານວ່າ, ວັນທີ 14 ພຶດສະພາ, ຢູ່ພູມທະເລພາກຕາເວັນຕົກຂອງເກາະຊູມາທຼາແຫ່ງອິນໂດເນເຊຍໄດ້ເກີດແຜ່ນດິນໄຫວຂັ້ນ 6,9 ລິກເທີ. ປະຈຸບັນຍັງບໍ່ທັນມີຂ່າວກ່ຽວກັບຄົນຕາຍແລະບາດເຈັບ ແລະການເສຍຫາຍທາງຊັບສິນ.
ກົມອຸຕຸນິຍົມແລະພູມສາດໜ່ວຍໂລກອິນໂດເນເຊຍກ່າວວ່າ, ໃຈກາງແຜ່ນດິນໄຫວເທື່ອນີ້ຢູ່ພື້ນທະເລທີ່ຫ່າງຈາກເມືອງປາຕາງ ເທດສະບານແຂວງຊູມາທຼາຕາເວັນຕົກທີ່ຕັ້ງຢູ່ພາກຕາເວັນອອກສຽງໃຕ້ຂອງເກາະນິອາສ ໄປທາງທິດຕາເວັນຕົກສຽງເໜືອປະມານ 50 ກິໂລແມັດ.
|