ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-10 11:12:00    
ທ່ານ​ຫູ​ຈິນທາວ​ຈາກ​ມົສກູ​ກັບ​ຄືນ​ປະ​ເທດ

cri Author: MO
ຕາມ​ຂ່າວCRI:ພາຍຫລັງ​ເຂົ້າຮ່ວມ​ພິທີ​ສະຫລອງ​ສົງຄາມ​ປ້ອງ​ກັນຊາ​ດຣັດ​ເຊຍ​ໄດ້​ຮັບ​ໄຊຊະນະ​ຄົບຮອບ 60 ປີ​​ແລ້ວ, ທ່ານ​ຫູ​ຈິນທາວ ປະທານ​ປະ​ເທດ​ຈີນ​ໄດ້​ຂີ່​ຍົນ​ພິ​ເສດ​ຈາກ​ມົສກູ​ກັບ​ຄືນ​ປະ​ເທດ​ໃນ​ຕອນ​ຄ່ຳ​ວັນ​ທີ 9 ພຶດສະພາ​​ເວລາ​ທ້ອງ​ຖິ່ນ.

ທ່ານ​ຫູ​ຈິນທາວ​ໄດ້​ເດີນທາງ​ໄປ​ຮອດ​ມົສກູ​ຕາມ​ຄຳ​ເຊີນ​ໃນ​ວັນ​ທີ 8 ພຶດສະພາ. ​ໃນ​ໄລຍະຢູ່​ມົສກູ, ທ່ານຫູ​ຈິນທາວ​ກັບ​ຜູ້ນຳ​ຂອງ 50 ກວ່າ​ປະ​ເທດ​ແລະ​ຜູ້​ຕາງໜ້າອົງການ​ສາກົນ​ທີ່​ເຂົ້າຮ່ວມ​ພິທີ​ສະຫລອງ​ໄດ້​ເຂົ້າຮ່ວມ​ພິທີ​ສວນສະໜາມ​ຢູ່ຈະ​ຕູ​ລັດ​ແດງ, ພິທີ​ວາງ​ພວງມາລາ​ຢູ່ອະນຸສາວະລີ​ນັກ​ລົບ​ນີລະນາມ, ​ແລະ​ງານ​ລ້ຽງ​ຮັບຮອງ​ອັນ​ໃຫຍ່​ໂຕ​ມະ​ໂຫລານ​ທີ່​ທ່ານ​ປູ​ຕີນ ປະທານາທິບໍດີ​ຈັດ​ຂຶ້ນ.

ວັນ​ທີ 9 ພຶດສະພາ, ທ່ານ​ຫູ​ຈິນທາວ​ຍັງ​ໄດ້​ແຍກ​ອອກ​ພົບ​ປະທ່ານ​ປະທານາທິບໍດີ​ຂອງຣັດ​ເຊຍ ຝຣັ່ງ ​ແລະ​ລູມາ​ນີ.

ໃນ​ເວລາ​ພົບ​ປະ​ກັບ​ທ່ານ​ປູ​ຕີນ ປະທານາທິບໍດີຣັດ​ເຊຍ​ນັ້ນ, ທ່ານ​ຫູ​ຈີນ​ທາວ​ກ່າວ​ວ່າ, ຄວນ​ຊຸກ​ຍູ້​ໃຫ້ການ​ພົວພັນ​ຄູ່​ຂາ​ປະສານ​ງານ​ຍຸດ​ທະ​ສາດ​ຈີນຣັດ​ເຊຍ​ຂະຫຍາຍຕົວ​ຕື່ມ​ອີກ. ທ່ານ​ປູ​ຕີນ​ກ່າວ​ວ່າ, ຣັດ​ເຊຍ​ສະໜັບສະໜູນ​ພາລະກິດ​ໂຮມ​ຈີນ​ເຂົ້າ​ເປັນ​ເອກະ​ພາບ​ກັນ​ຢ່າງ​ເດັດດ່ຽວ​ໜຽວ​ແໜ້ນ. ຜູ້ນຳ​ຈີນ​ແລະຣັດ​ເຊຍ​ຍັງ​ໄດ້​ຕີ​ລາຄາ​ສູງ​ຕໍ່​ປະຫວັດ​ສາດ​ອັນ​ສະຫງ່າ​ລາສີ​ຂອງ​ສອງປະ​ເທດ​ທີ່​ພ້ອມ​ກັນ​ຕໍ່ຕ້ານ​ການ​ຮຸກ​ຮານ​ຂອງ​ພວກ​ຟັດ​ຊິດ.

ໃນ​ເວລາ​ພົບ​ທ່ານ​ຊີ​ລັກ ປະທານາທິບໍດີ​ຝຣັ່ງ, ຜູ້​ນຳ​ຈີນ​ແລະ​ຝຣັ່ງ​ໄດ້​ຕີ​ລາຄາ​ສູງ​ຕໍ່​ການ​ຂະຫຍາຍ​ການ​ພົວພັນ​ລະ​ຫວ່າງ​ຈີນ​ຝຣັ່ງ​ໃນ​ຫລາຍ​ປີ​ມາ​ນີ້. ທ່ານ​ຫູ​ຈີນ​ທາວ​ສະ​ເໜີ​ວ່າ​ຄວນ​ຊຸກ​ຍູ້​ການ​ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດລະຫວ່າງ​ຈີນ​ຝຣັ່ງຢ່າງ​ບໍ່​ຢຸດ​ຢັ້ງ. ທ່ານຊີ​ລັກ​ກ່າວ​ລື້​ມວ່າ, ຝຣັ່ງຈະ​ສືບ​ຕໍ່​ຕັ້ງໜ້າຊຸກ​ຍູ້​ໃຫ້​ສະຫະພາບ​ເອີ​ລົບ​ຍົກ​ເລີກ​ຄຳ​ສັ່ງ​ຫ້າມ​ຂາຍ​ອາວຸດ​ໃຫ້​ຈີນ​.