ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-10 08:38:49    
ຈີນ​ຈະ​ສະ​ຫນອງ​ຂໍ້​ມູນ​ຂ່າວ​ສານ​ປະ​ກອບ​ອາ​ຊີບ​ໃຫ້​ນັກ​ສຶກ​ສາ​ທີ່​ຮຽນ​ຈົບ​ຈາກ​ໂຮງ​ຮຽນ​ຊັ້ນ​ສູງ​ໂດຍ​ທາງ​ອິນ​ເຕີ​ເນັດ​ໃຫ້​ຫລາຍ​ກວ່າ​ເກົ່າ

cri Author: sayvanny
ຕາມ​ຂ່າວ CRI:ວັນ​ທີ 9 ​ພຶດ​ສະ​ພາ​ໃນ​ພິ​ທີ​ເປີດ​ແວບ​ໄຊ​ຮັບ​ສະ​ຫມັກ​​ແຫ່ງ​ຫນຶ່ງ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ,ທ່ານ​ຢວນ​ກຸ້ຍ​ເຢີ​ນ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສຶກ​ສາ​ທິ​ການ​ຈີນ​ເວົ້າ​ວ່າ, ຕໍ່​ໄປ​ພາຍ​ຫນ້າ, ຈີນ​ຈະ​ສະ​ຫນອງ​ຂໍ້​ມູນ​ຂ່າວ​ສານ​ກ່ຽວ​ກັບ​ການ​ປະກອບ​ອາຊີບ​ໃຫ້​ນັກ​ສຶກ​ທີ່​ຮຽນ​ຈົບ​ຈາກ​ໂຮງ​ຮຽນ​ຊັ້ນ​ສູງ​ໂດຍ​ທາງ​ອິນ​ເຕີ​ເນັດ​ໃຫ້​ຫລາຍ​ກວ່າ​ເກົ່າ.

ທ່ານ​ຢວນ​ກຸ້ຍ​ເຢີ​ນເວົ້າວ່າ,​ເມື່ອ​ທຽບ​ກັບ​ງານ​ຮັບ​ສະ​ຫມັກ​ທີ່​ຈັດ​ຂຶ້ນ​ໂດຍ​ຫົວ​ຫນ່ວຍ​ທີ່​ຕ້ອງ​ການ​ຜູ່​ເຮັດ​ວຽກ​ແລະ​ອົງການ​ຈັດ​ຕັ້ງ​ສື່​ກາງ​ແລ້ວ, ຮູບ​ການ​ຮັບ​ສະຫມັກ​​ໂດຍ​ທາງ​ອິນ​​ເຕີ​ເນັດ​ມີ​ປະ​ສິດ​ທິ​ພາບ​ສູງ​ກວ່າ​ແລະ​ໄວ​ກວ່າ,​ໄດ້​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ນັກ​ສຶກ​ສາ​ແລະ​ຫົວ​ຫນ່ວຍ​ຮັບ​ສະ​ຫມັກ,​ໄດ້​ຫລຸດ​ຕົ້ນ​ທຶນ​ປະ​ກອບ​ອາຊີບ​ຂອງ​ນັກ​ສຶກສາ​ໃຫ້​ຕ່ຳ​ລົງ. ປະຈຸ​ບັນ, ກະ​ຊວງ​ສຶກ​ສາ​ທິການ​ໄດ້​ເປີດ​ແວບ​ໄຊ​ຂໍ້​ມູນ​ຂ່າວ​ສານ ບໍ​ລິ​ການ​​ປະກອບ​ອາຊີບ​ສຳລັບ​ນັກ​ສຶກ​ສາ​ທີ່​ຮຽນ​ຈົບ​ຈາກ​ໂຮງ​ຮຽນ​ຊັ້ນ​ສູງ​ແລ້ວ,​ ແວບ​ໄຊ​ຮັບ​ສະ​ຫມັກ​ຫລວງ ຫລາຍ​ຂອງ​ຈີນ​ກໍ່​ຕ່າງ​ຈະ​ຈັດ​ຫນ້າ​ແວບ​ໄຊ​ທີ່​ແນ​ໃສ່​ນັກ​ສຶກສາ​ທີ່​ຮຽນ​ຈົບ​ຈາກ​ໂຮງ​ຮຽນ​ຊັ້ນ​ສູງ.