ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-09 11:36:32    
ປະຊາຊົນ​ຈີນ​ໄດ້​ເສຍສະຫຼະ​ປະ​ຊາ​ຊາດ​ອັນ​ມະ​ຫາ​ສານ​ແລະ​ໄດ້​ປະ​ກອບ​ສ່ວນ​ອັນ​ສຳ​ຄັນ​ທາງ​ປະ​ຫວັດ​ສາດ​​ເພື່ອ​ສົງ​ຄາມ​ຕ້ານ​ຟັດ​ຊິດ​ຂອງ​ໂລກ​ໄດ້​ຮັບ​​ໄຊ​ຊະ​ນະ

cri Author: ສຣ
ຕາມ​ຂ່າວ CRI: ຫວ່າງ​ມໍ່ໆ​ນີ້ ​ໃນ​ເວລາ​ທ່ານ​ວັງ​ຈ້ຽນລາງ ຮອງ​ຫົວໜ້າ​ສະ​ຖາ​ບັນ​ຄົ້ນຄວ້າ​ປະຫວັດສາດ​ສະ​ໄໝ​ມໍ່​ແຫ່ງ​ສະພາ​ບັນດິດ​ວິທະຍາສາດ​ສັງຄົມ​ຈີນ​ໃຫ້​ສຳພາດ​​ໂດຍ​ຈຳ​ເພາະ​ຕໍ່​ນັກ​ຂ່າວ​ວິທະຍຸ​ພວກ​ເຮົາ​ນັ້ນ ທ່ານ​ກ່າວ​ວ່າ,ສົງຄາມ​ຕໍ່ຕ້ານ​ຍີ່​ປຸ່ນ​ຂອງ​ປະຊາຊົນ​ຈີນ​ແມ່ນ​ພາກສ່ວນ​ປະກອບ​ອັນ​ສຳຄັນ​ຂອງ​ສົງຄາມ​ຕ້ານ​ຟັດ​ຊິດ​ຂອງ​ໂລກ,ປະຊາຊົນ​ຈີນ​ໄດ້​ເສຍ​ສະຫຼະ​ປະຊາ​ຊາດ​ອັນ​ມະຫາສານ​ແລະ​​ໄດ້​ປະກອບ​ສ່ວນ​ອັນ​ສຳຄັນ​ທາງ​ປະຫວັດສາດ​​ເພື່ອ​ສົງຄາມ​ຕ້ານ​ຟັດ​ຊິດ​ຂອງ​ໂລກ​ໄດ້​ຮັບ​​ໄຊຊະນະ.

ທ່ານ​ວາງ​ຈຽນ​ລາງ​ເວົ້າວ່າ,​ໃນ​ໄລຍະ​ສົງຄາມ​ໂລກ​ຄັ້ງທີ​ສອງ,​ໃນ​ຖານ​ເປັນ​ສະໜາມ​ລົບ​ອັນ​ສຳຄັນ​ຢູ່​ພາກ​ຕາ​ເວັນ​ອອກ​ໃນ​ສົງຄາມ​ຕ້ານ​ຟັດ​ຊິດ​ຂອງ​ໂລກ,ຈີນ​ໄດ້​ຕໍ່​ສູ້​ກັບ​ທະຫານ​ຍີ່​ປຸ່ນທີ່​ກຳລັງ​ຕົວ​ຈິງ​ທາງ​ເສດຖະກິດ​ແລະ​ຍຸດ​ໂທ​ປະກອນ​ເຂັ້ມ​ແຂງ​ກວ່າ​ຕົນ​ເອງ​ຢ່າງ​ຫຼວງຫຼາຍ​ນັ້ນ​ເປັນ​ເວລາ 8 ປີ​ຢ່າງ​ເອົາ​ເປັນ​ເອົາ​ຕາຍ,​ໄດ້​ໜ່ວງ​ດຶງ​ກຳລັງ​ຫຼັກ​ແຫຼ່ງ​ຂອງ​ທະຫານ​ບົກ​ຂອງ​ຍີ່​ປຸ່ນ,​ໄດ້​ເສີມ​ຂະຫຍາຍ​ບົດບາດ​ປະສານ​ສົມທົບ​ກັບ​ສະໜາມ​ລົບ​ປາຊິ​ຟິກ​ແລະ​ສະໜາມ​ລົບ​ເອີ​ລົບ,ທັງ​ນີ້​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ​ອັນ​ສຳຄັນ​ຕໍ່​ສົງຄາມ​ຕ້ານ​ຟັດ​ຊິດ​ຂອງ​ໂລກ​ໄດ້​ຮັບ​ໄຊຊະນະ​ໃນ​ທີ່​ສຸດ.

ຕາມ​ສະຖິຕິ,​ໃນ​ສົງຄາມ​ຕໍ່ຕ້ານ​​ເປັນ​ເວລາ 8 ປີ,ທະຫານ​ແລະ​ປະຊາຊົນ​ຈີນ​ໄດ້​ດັບ​ສູນ​ທະຫານ​ຍີ່​ປຸ່ນຜູ້​ຮຸກ​ຮານ​ຈີນ 1 ລ້ານ 5 ​ແສນ​ກວ່າ​ຄົນ,ກວມ 70% ຂອງ​ຈຳນວນ​ທະຫານ​ຍີ່​ປຸ່ນທີ່​ຕາຍ​ແລະ​ບາດ​ເຈັບ​ໃນ​ສົງຄາມ​ໂລກ​ຄັ້ງທີ​ສອງ.