ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-09 11:15:37    
ອັງກິດ​ເຢຍລະ​ມັນ​ຝຣັ່ງ​ແບນ​ຊິກ​ລະ​ລຶກ​ສົງ​ຄາມ​ຕ້ານ​ຟັດ​ຊິດ​ໄດ້​ຮັບ​ໄຊ​ຊະ​ນະ​ຄົບ​ຮອບ 60 ປີ

cri Author: li
ຕາມ​ຂ່າວ CRI: ວັນ​ທີ 8 ພຶດສະພາ​ແມ່ນ"ວັນ​ໄຊຊະນະ​ຂອງ​ເອີ​ລົບ". ​ໃນ​ມື້ນັ້ນ ອັງກິດ,​ເຢຍລະ​ມັນ,ຝຣັ່ງ​ແລະ​ແບນ​ຊິກ​ຕ່າງ​ໄດ້​ຈັດການ​ເຄື່ອນ​ໄຫວ,ລະ​ລຶກສົງຄາມ​ຕ້ານ​ຟັດ​ຊິດ​ໄດ້​ຮັບ​​ໄຊຊະນະ​ຄົບຮອບ 60 ປີ.

ສົມ​ເດັດ​ຊາຣສ໌ ອົງ​ມົງກຸດລາ​ຊະ​ກຸ​ມານ​ຂອງ​ອັງກິດ​ໄດ້​​ໄປ​ວາງ​ພວງມາລາ​ຢູ່​ອານຸສາ​ວະລີ​ນັກ​ລົບ​ຜູ້​ເສຍສະຫຼະ​ທີ່​ຕັ້ງຢູ່​ໃຈກາງ​ເມືອງ​ລອນ​ດອນ. ທະຫານ​ອັງກິດ​ປະຈຳການ​ແລະ​ອອກ​ການ​ພ້ອມ​ດ້ວຍ​ຄອບຄົວ​ປະມານ 4000 ຄົນ​ໄດ້​ເຂົ້າຮ່ວມ​ການ​ລະ​ລຶກດັ່ງກ່າວ.

ຢູ່​ຫໍ​ລະ​ລຶກຜູ້​ປະສົບ​ເຄາະ​ຮ້າຍ​ໃນ​ສົງຄາມ​ທີ່​ຕັ້ງຢູ່​ໃຈກາງ​ເມືອງ​ແບກ​ແລງ,ທ່ານ​​​ໂຄ​ເລີ ປະທານາທິບໍດີ ທ່ານ​ສະ​ໂລ​ເດີ ນາຍົກລັດຖະມົນຕີ​ແລະ​ທ່ານ​ເທຍ​ເຊີ ປະທານ​ສະພາ​ສະຫະພັນ​ຂອງ​ເຢຍລະ​ມັນ​ໄດ້​​ໄປ​ວາງ​ພວງມາລາ​ໃຫ້​ຜູ້​ປະສົບ​ເຄາະ​ຮ້າຍ. ທ່ານ​ໂຄ​ເລີ​ກ່າວ​ວ່າ,ຊາວ​ເຢຍລະ​ມັນ​ມີໜ້າ​ທີ່​ຈື່​ຈຳ​ຄວາມ​ທໍລະມານ​ທັງ​ໝົດ​ແລະ​ມູນ​ເຫດ​ທີ່​ພາ​ໃຫ້​ເກີດ​ຄວາມ​ທໍລະມານ​ເຫຼົ່ານີ້ດ​ແລະ​ປ້ອງ​ກັນ​ບໍ່​ໃຫ້​ຄວາມ​ທໍລະມານ​ເຫຼົ່ານີ້​​ເກີດ​ຂຶ້ນຄືນ​ໃໝ່.

ທ່ານ​ຊີ​ລັກ ປະທານາທິບໍດີ​ຝຣັ່ງ​ໄດ້​​ໄປ​ວາງ​ພວງມາລາ​ຢູ່​ສຸສານ​ນັກ​ລົບ​ຜູ້​ເສຍສະຫຼະ,ຜູ້ຕາງໜ້າ​ຊາວ​ໜຸ່ມ​ແລະນັກ​ລົບ​ເກົ່າ​ທີ່​ເຄີຍ​ເຂົ້າຮ່ວມ​ສົງຄາມ​ໂລກ​ຄັ້ງທີ​ສອງ 400 ຄົນ​ຂອງ​ 15 ປະ​ເທດ​ໄດ້​ເຂົ້າຮ່ວມ​ການ​ເຄື່ອນ​ໄຫວ​ລະ​ລຶກ.

ສົມ​ເດັດ​ອານ​ເບີດ​ລັດຊະການ​ທີ​ສອງ ​ເຈົ້າຊີວິດ​ແບນ​ຊິກ,ທ່ານ​ເວີ​ຮົຟສະ​ຕັດ ນາຍົກ​ລັດຖະມົນຕີ,ປະທານ​ສອງ​ສະພາ,​ເຈົ້າຄອງ​ນະຄອນ​ຫຼວງບຼູ​ແຊນ​ພ້ອມ​ດ້ວຍ​ນັກ​ລົບ​ເກົ່າ​ທີ່​ເຄີຍ​ເຂົ້າຮ່ວມ​ສົງຄາມ​ໂລກ​ຄັ້ງທີ​ສອງ​ແລະ​ຜູ້​ຕາງໜ້າ​ຊາວ​ໜຸ່ມ​ເປັນຕົ້ນ​ໄດ້​ໂຮມ​ຊຸ​ນນຸມຢູ່​ຕໍ່ໜ້າ​ສຸສານ​ນັກ​ລົບ​ຜູ້​​ເສຍ​ຊະຫຼະ​ນີລະນາມ​ຢູ່​ບຼູ​ແຊນ,​ເພື່ອ​ລະ​ລຶກ​ສົງຄາມ​ໂຣກ​ຄັ້ງທີ​ສອງ​ໄດ້​ຮັບ​ໄຊຊະນະ​ຄົບຮອບ 60 ປີ.