|
 |
(GMT+08:00)
2005-05-09 11:14:11
|
 |
ຫນັງສືພິມເຢີນມີນຢື້ປາວພິມບົດນຳລະລຶກສົງຄາມຕ້ານຟັດຊິດໄດ້ຮັບໄຊຊະນະຄົບຮອບ 60 ປີ
cri
Author: sayvanny
ຕາມຂ່າວ CRI: ຫນັງສືພິມເຢີນມີນຢື້ປ້າວສະບັບວັນທີ 9 ພຶດສະພາໄດ້ພິມບົດນຳ,ລະລຶກສົງຄາມຕ້ານຟັດຊິດໄດ້ຮັບໄຊຊະນະຄົບຮອບ 60 ປີ.
ບົດນຳຊີ້ອອກວ່າ, ສົງຄາມຕ້ານຟັດຊິດໃນໂລກທີ່ເກີດຂຶ້ນເມື່ອ 60 ກວ່າປີກ່ອນ,ແມ່ນການສູ້ລົບແບບເອົາເປັນເອົາຕາຍລະຫວ່າງສິນທຳກັບຄວາມຊົ່ວຮ້າຍ,ລະຫວ່າງແສງສະຫວ່າງກັບຄວາມມືດມົນໃນປະຫວັດສາດຂອງມວນມະນຸດ. ຢູ່ທິດບົວລະພາຂອງໂລກ, ປະຊາຊົນຈີນໄດ້ຊູຄັນທຸງຕ້ານຟັດຊິດກ່ອນຫມູ່, ໄດ້ດຳເນີນສົງຄາມຕ້ານຍີ່ປຸ່ນຢ່າງທໍ່ລະຫົດອົດທົນແລະລຳ ບາກກາກກຳ.ປະຊາຊົນຈີນໄດ້ມີການເສຍສະຫລະຊົນຊາດອັນມະຫາສານແລະໄດ້ປະກອບສ່ວນສຳຄັນທາງປະຫວັດສາດສົງຄາມຕ້ານຟັດຊິດໃນໂລກໄດ້ຮັບໄຊຊະນະ.
ບົດນຳກ່າວວ່າ, ສົງຄາມຮຸກຮານຂອງພວກຟັດຊິດ,ບໍ່ພຽງແຕ່ໄດ້ນຳເອົາໄພພິບັດອັນເລິກເຊິ່ງມາໃຫ້ປະຊາຊົນຂອງປະເທດສ່ວນຫລາຍໃນໂລກ ເຊິ່ງ ລວມທັງປະຊາຊົນຈີນທໍ່ນັ້ນ, ຫາກຍັງເຮັດໃຫ້ປະຊາຊົນຂອງປະເທດທີ່ກໍ່ສົງຄາມຮຸກຮານກໍ່ຖືກທຳຮ້າຍຄືກັນ.ມີແຕ່ຖືປະຫວັດສາດເປັນແວ່ນແຍງຈິ່ງອວ່າຍຫນ້າໄປສູ່ອະນາຄົດໄດ້.
|
|
|