|
 |
(GMT+08:00)
2005-05-08 18:07:25
|
 |
ປະເທດເອີລົບແລະທະວີບໂອຊຽນນີຈັດການເຄື່ອນໄຫວລະລຶກສົງຄາມຕ້ານຟັດຊິດໄດ້ຮັບໄຊຊະນະຄົບຮອບ 60 ປີ
cri
Author: da
ຕາມຂ່າວCRI: ປີນີ້ແມ່ນປີທີ່ສົງຄາມໂລກຕ້ານຟັດຊິດໄດ້ຮັບໄຊຊະນະຄົບຮອບ 60 ປີ,ວັນທີ 9 ພຶດສະພາແມ່ນ"ວັນເອີລົບໄດ້ຮັບໄຊຊະນະ".ໃນຫຼາຍມື້ມານີ້,ປະເທດເອີລົບແລະທະວີບໂອຊຽນນີໄດ້ຈັດການເຄື່ອນໄຫວລະລຶກຕໍ່ເນື່ອງກັນ.
ຕອນຄ່ຳວັນທີ 7 ພຶດສະພາ,ຢູ່ແບກແລງ ນະຄອນຫຼວງເຢຍລະມັນ,ປະຊາຊົນ 2 ໝື່ນ 5 ພັນກວ່າຄົນໄດ້ແຂ່ງຝົນຖືທຽນໄຂຍ່າງຕາມຖະໜົນຫົນທາງປະກອບເປັນສາຍແສງທຽນທີ່ຍືດຍາວເນັ່ງຈາກທິດຕາເວັນອອກໄປຫາທິດຕາເວັນຕົກຂອງທາງສຳຄັນໃນເມືອງແບກແລງ,ເພື່ອລະລຶກເຢຍລະມັນຟັດຊິດຍອມຈຳນົນແລະສົງຄາມໂລກຄັ້ງທີສອງສິ້ນສຸດຄົບຮອບ 60 ປີ,ອະທິຖານໃຫ້ໂລກມີສັນຕິພາບ,ຄັດຄ້ານອິດທິກຳລັງລັດທິຂວາຈັດຂອງເຢຍລະມັນເງີຍຫົວຂຶ້ນ.
ຕອນບ່າຍວັນທີ 7 ພຶດສະພາ,ຢູ່ຕາມຖະໜົນໃນເມືອງປຼາກ,ລັດຖະບານເຊັກໄດ້ສະແດງສະພາບສູ້ລົບຂອງການລຸກຮືຂຶ້ນຢູ່ທີ່ປຼາກຄືນອີກ,ໄດ້ສ່ອງແສງໃຫ້ເຫັນສະພາບສູ້ລົບໃນຄາວກ່ອນຢ່າງແທ້ຈິງ.
ວັນທີ 7 ພຶດສະພາ,ຢູ່ເມືອງດັງເຄິກ ເມືອງທ່າໃຫຍ່ທີສາມຢູ່ພາກເໜືອຂອງຝຣັ່ງມີ 5000 ກ່ວາຄົນແຂ່ງຝົນແຫ່ຂະບວນຕາມຖະໜົນຫົນທາງ"ຊອກຫາຮ່ອງຮອຍປະຫວັດສາດ".
ເພື່ອສະຫຼອງເມືອງປິຣ໌ ເຊິນເມືອງພາກກາງຂອງເຊັກຖືກປົດປ່ອຍຄົບຮອບ 60 ປີ,ເມືອງນີ້ໄດ້ຈັດການເຄື່ອນໄຫວລະລຶກ 4 ມື້ເລີ່ມແຕ່ວັນທີ 5 ພຶດສະພາ.
ນອກນີ້,ວັນທີ 7 ພຶດສະພາ,ບຸນກາລີ ໂອຕຼິສແລະໂປໂລຍເປັນຕົ້ນກໍຈັດການເຄື່ອນໄຫວລະລຶກສົງຄາມໂລກຄັ້ງທີສອງໄດ້ຮັບໄຊຊະນະຄົບຮອບ 60 ປີ.
|
|
|