|
 |
(GMT+08:00)
2005-05-08 17:04:41
|
ປະເທດເອີລົບທະຍອຍກັນຈັດການເຄື່ອນໄຫວລະລຶກສົງຄາມໂລກຄັ້ງທີສອງໄດ້ຮັບໄຊຊະນະຄົບຮອບ 60 ປີ
cri
Author: da
ຕາມຂ່າວສານຊິນຮວາ:ເນື່ອງໃນໂອກາດລະລຶກສົງຄາມໂລກຕ້ານຟັດຊິດໄດ້ຮັບໄຊຊະນະຄົບຮອບ 60 ປີ ,ການເຄື່ອນໄຫວລະລຶກສົງຄາມໂລກຄັ້ງທີສອງໄດ້ໄຊຊະນະຂອງປະເທດເອີລົບຈຳນວນໜຶ່ງກໍເປີດສາກຕໍ່ເນື່ອງກັນ.
ວັນທີ 7 ພຶດສະພາ,ຢູ່ເມືອງດັງເຄິກ ເມືອງທ່າໃຫຍ່ທີສາມຢູ່ພາກເໜືອຂອງຝຣັ່ງມີ 5000 ກ່ວາຄົນແຂ່ງຝົນແຫ່ຂະບວນຕາມຖະໜົນຫົນທາງ"ຊອກຫາຮອງຮອຍປະຫວັດສາດ".
ວັນທີ 7 ພຶດສະພາ,ຢູ່ໂປໂລຍ,ບຸກຄົນວົງການການເມືອງທີ່ສຳຄັນຄືປະທານາທິບໍດີໂປລອນເປັນຕົ້ນໄດ້ວາງພວງມາລາໃສ່ສຸສານລວມຂອງນາຍທະຫານໂຊວຽດແລະສຸສານລວມຂອງນັກລົບໂປໂລຍທີ່ຕັ້ງຢູ່ເມືອງວຼົສລັຟ ເມືອງພາກຕາເວັນຕົກສຽງໃຕ້ໂປໂລຍ,ແລະຈັດພິທີໄວ້ອາໄລ.
ເພື່ອສະຫຼອງເມືອງປິຣ໌ ເຊິນເມືອງພາກກາງຂອງເຊັກຖືກປົດປ່ອຍຄົບຮອບ 60 ປີ,ເມືອງນີ້ໄດ້ຈັດການເຄື່ອນໄຫວລະລຶກ 4 ມື້ເລີ່ມແຕ່ວັນທີ 5 ພຶດສະພາ.
|
|
|