ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-08 09:51:30    
ທ່ານ​ຫູ​ຈີນ​ທາວ​ເດີນທາງ​ຈາກ​ປັກ​ກິ່ງ​ໄປ​ລັດ​ເຊຍ​ເພື່ອ​ເຂົ້າ​ຮ່ວມ​ງານ​ສະຫຼອງ​ສົງຄາມ​ປ້ອງ​ກັນ​ປະ​ເທດ​ໄດ້​ໄຊ​ຮັບ​ຊະນະ​ຄົບຮອບ60​ປີ

cri
ຕາມ​ຂ່າວCRI, ​ໂດຍ​ຕອບ​ສະໜອງ​ຄຳ​ເຊີນ​ຂອງ​ທ່ານ​ປູ​ຕິນ ປະທານາທິບໍດີ​ສະຫະພັນ​ລັດ​ເຊຍ, ທ່ານ​ຫູ​ຈີ​ນທາວ ປະທານ​ປະ​ເທດ​ຈີນ​ໄດ້​ເດີນທາງ​ຈາກ​ປັກ​ກິ່ງ​ໃນ​ວັນ​ທີ8​ພຶດສະພາ, ​ໄປ​ລັດ​ເຊຍ​​ເພື່ອ​ເຂົ້າ​ຮ່ວມ​ງານ​ສະຫຼອງ​ສົງຄາມ​ປ້ອງ​ກັນ​ປະ​ເທດ​ລັດ​ເຊຍ​​ໄດ້​ຮັບ​ໄຊ​ຊະນະ​ຄົບຮອບ60​ປີທີ່​ຈັດ​ຂຶ້ນ​ຢູ່​ມົສກູ.

ງານ​ສະຫຼອງ​ສົງຄາມ​ປ້ອງ​ກັນ​ປະ​ເທດ​ລັດ​ເຊຍ​ໄດ້​ຮັບ​ໄຊ​ຊະນະ​ຄົບຮອບ60​ປີ​ຈະ​ຈັ​ດ​ຂຶ້ນ​ຢູ່​ມົສກູ​ໃນ​ວັນ​ທີ9​ພຶດສະພາ, ນີ້​ແມ່ນພາກ​ສ່ວນ​ໜຶ່ງ​ຂອງ​ການ​ເຄື່ອນ​ໄຫວ​ລະ​ລຶກສົງຄາມ​ຕ້ານ​ຟັດ​ສິດ​ຂອງ​ໂລກ​ໄດ້​ໄຊ​ຮັບ​ຊະນະ​ຄົບຮອບ60​ປີ. ນອກຈາກ​ຈີນ​ແລ້ວ, ປະ​ມຸກ​ລັດ​ແລະ​ຫົວໜ້າ​ລັດຖະບານ​ຂອງ50ກ​ວ່າ​ປະ​ເທດ​ເຊັ່ນ​ອາ​ເມ​ລິ​ກາ, ປະຊາ​ຄົມ​ລັດ​ເອກະລາດ, ປະ​ເທດ​ສະມາຊິກ​ສະຫະພາບ​ເອີ​ລົບ​ແລະ​ອິນ​ເດຍ​ເປັນ​ຕົ້ນ​ແລະ​ຜູ້​ແທນ​ຂອງ3​ອົງການ​ຈັດ​ຕັ້ງ​ສາກົນ​ເຊິ່ງລວມທັງ​ທ່ານ​ອານ​ນານ ​ເລ​ຂາ​ທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ຈະ​ເຂົ້າ​ຮ່ວມ​ງານ​ສະຫຼອງ.