|
 |
(GMT+08:00)
2005-05-04 22:20:13
|
ຊາວໜຸ່ມຈີນຈັດການເຄື່ອນໄຫວຫຼາຍຢ່າງສະຫຼອງວັນຊາວໜຸ່ມຈີນ
cri
Author: Q
ຕາມຂ່າວສານຊິນຮວາ,ວັນທີ4ພຶດສະພາແມ່ນວັນຊາວໜຸ່ມຈີນ,ຊາວໜຸ່ມຈີນໄດ້ຈັດການເຄື່ອນໄຫວສະຫຼອງ ຫຼາຍຮູບຫຼາຍແບບຢູ່ແຫ່ງຕ່າງໆ.
ວັນທີ4ພຶດສະພາ,ຢູ່ທີ່ປັກກິ່ງ,ພາກສ່ວນທີ່ກ່ຽວຂ້ອງໄດ້ມອບຫຼຽນຍ້ອງຍໍ4ພຶດສະພາຊາວໜຸ່ມຈີນ ເຊິ່ງເປັນນາມມະຍົດສູງສຸດຂອງຊາວໜຸ່ມຈີນໃຫ້ຕົວແທນຊາວໜຸ່ມຈີນຜູ້ດີເດັ່ນ15ຄົນ.ທ່ານວາງຈ້າວໂກວ ຮອງປະທານສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນໄດ້ພົບປະພວກທ່ານ,ທ່ານກ່າວວ່າ,ຫວັງໃຫ້ຊາວໜຸ່ມຈີນສ້າງປະເທດຈີນໃຫ້ເຂັ້ມແຂງຮັ່ງມີແລະດີງາມກວ່າເກົ່າດ້ວຍການກະທຳຕົວຈິງ.
ຢູ່ປັກກິ່ງ,ນັກຮຽນມັດທະຍົມເກືອບ1ໝື່ນຄົນໄດ້ຈັດພິທີສາບານຕົວເປັນຜູ້ໃຫຍ່ເຊິ່ງໃນໂອກາດເຕັມກະສຽນອາຍຸ18ປີຢູ່ສະໜາມຫຼວງທຽນອານເມິນ.
|
|
|