ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-03 10:45:47    
ເພງ​ອອກ​ແຮງ​ງານ​(ສຽງ)

cri Author: huachunmei

​ຕາມ​ສະ​ຖິ​ຕິ, ​ໃນ​ປະ​ຊາ​ກອນ 1 ຕື້ 300 ລ້ານ​ຄົນ​ຂອງ​ຈີນ​ມີ​ກຳ​ມະ​ກອນ​ອຸດ​ສາ​ຫະ​ກຳ 100 ລ້ານ​ຄົນ. ​ໃນ​ເວ​ລາ​ວັນ​ບຸນ​ຂອງ​ຕົນ​ວຽນ​ມາ​ເຖິງ​ນັ້ນ, ​ພວກ​ເຂົາ​ເຈົ້າ​ໄດ້​ພາ​ກັນ​ຈັດ​ການ​ເຄື່ອນ​ໄຫວ​ສະ​ຫຼອງ​ຕ່າງ​ໆ, ​ລະ​ບາຍ​ຄວາມ​ຮັກ​​ຫອມ​ການ​ອອກ​ແຮງ​ງານ​ດ້ວຍ​ສຽງ​ເພງ​ອັນ​ດັງ​ກ້ອງ​ກັງ​ວານ. ​ກຳ​ມະ​ກອນ​ກໍ່​ສ້າງ​ຕົວ​ເມືອງ​ຂອງ​ຈີນ​​ຮ້ອງ​ເພງ​ດ້ວຍ​ຄວາມ​ພູມ​ໃຈ​ວ່າ, ​"ຕຶກ​ສູງ​ທີ່​ສ້າງ​ຂຶ້ນ​ຕັ້ງ​ຊ້ອງ​ໆ,​ ທາງ​ໃຫຍ່​ເສັ້ນ​ໃຫຍ່​ຕໍ່​ຍາວ​ອອກ​ບໍ່​ຂາດ​ສາຍ. ​ນີ້​ຜົນ​ງານ​ຂອງ​ນ້ຳ​ເຫື່ອ​ພວກ​ເຮົາ, ຂ້າ​ຂໍ​ບອກ​ທ່ານ​ດ້ວຍ​ຄວາມ​ພູມ​ໃຈ​ວ່າ, ​ຂ້າ​ແມ່ນ​ກຳ​ມະ​ກອນ​ກໍ່​ສ້າງ​ຕົວ​ເມືອງ​. "

ທ່ານ​ຜູ່​ຟັງ, ​ຕໍ່​ໄປ​ເຊີນ​ຟັງ​ເພງ: " ອ້າຍ​ຂັບ​ລົດ​ໄຟ​, ​ເຊີນ​ອ້າຍ​ເຊົາ​ພັກ​ຜ່ອນ​ກ່ອນ​ແດ່". ​ເພງ​ນີ້​​ເຕັມ​ໄປ​ດ້ວຍ​ເອ​ກະ​ລັກ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຈີນ​ຢ່າງ​ເຂັ້ມ​ຂຸ້ນ, ​ວາດ​ພາບ​ການ​ປ່ຽນ​ແປງ​ທາງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ຄົນ​ທັງ​ຫຼາຍ​ແຕ່​ລົດ​ໄຟ​​ແລ່ນ​ເຂົ້າ​ບ້ານ​ພູ​ດອຍ​ທີ່​ສອກ​ຫຼີກ​ເປັນ​ຕົ້ນ​ມາ.

ທ່ານ​ຜູ້​ຟັງ​ທີ່​ໂຄລົບ, ຢູ່​ຈີນ​ມີ​ຄຳບູຮານຄຳໜຶ່ງ​ວ່າ, "ຍາມ​ນ້ອຍ​ບໍ່​ຮ່ຳຮຽນ, ​​ເຖົ້າມາ​ຈຶ່ງ​ກິນ​ແໜງ." ຫຼັງຈາກວັນ​ກຳມະກອນ​ສາກົນ, ຊາວ​ໜຸ່ມ​ຈີນ​ຈະ​ຕ້ອນຮັບ​ວັນ​ບຸນ​ຂອງ​ຕົນ ຄື, ວັນ​ຊາວ​ໜຸ່ມ 4 ພຶດສະພາ. ​ໃນຕອນ​ສຸດ​ທ້າຍຂອງ​ລາຍການ​ມື້ນີ້, ສົມບູນ​​ໄດ້ຈັດ​ເພງ​ທີ່​ນິຍົມ​ກັນ​ຢູ່​ຈີນ​ເພງ​ໜຶ່ງ​ມາສູ່​ຟັງ ຄື, ​ເພງ "ນຽນ​ຊິ່ງ​ເຕີ​ເພິ​ງ​ໂຢວລາຍ​ຊ່ຽງ​ຮຸ່ຍ" ​ເພື່ອນ​​ໜຸ່ມ​ມາ​ພົບ​ກັນ, ​ເພື່ອ​ໃຫ້​ກຳລັງ​ໃຈ​ແກ່​ກັນ. ​ເນື້ອ​ເພງ​ມີ​ດັ່ງ​ນີ້, 20 ປີ​ຜ່ານ​ໄປ, ພວກ​ເຮົາ​ມາ​ພົບ​ກັນ, ຍົກ​ຈອດສັນລະ​ເສີນ​ວິລະ​ຊົນ, ​ກຽດ​​ເປັນ​ຂອງ​ໃຜ, ​ພວກ​ເຮົາທຸ່ມ​ເຫື່ອ​ເທ​ແຮງ​ເພື່ອ​ສ້າງສີ່​ທັນ​ສະ​ໄໝ​. ​ເມື່ອ​ຫວນຄຶດຄືນຫຼັງບໍ່​ມີ​ຫຍັງ​ກິນ​ແໜງ. ​ໂອ, ​ເພື່ອນ​ທີ່​ຮັກ​​ແພງ, ອາ​ໄສ​ໃຜ​ສ້າງ​ສິ່ງອັດສະຈັນ​ໃນ​ຊີວິດ​, ອາ​ໄສ​ເຈົ້າ, ອາ​ໄສ​ຂ້ອຍ, ອາ​ໄສ​ພວກ​ເຮົາ​ຮຸ້ນ​ຕໍ່ໆ​ໄປ.

ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ​ໃນ​ລາຍການນັດ​ພົບ​ໃນ​ວັນ​ອາທິດ​ພາກ​ນີ້, ​ພວ​ກ​ເຮົາ​ໄດ້​ສະ​ເໜີ​ເພງ​ຈີນ ​ປະມວນ​ໜຶ່ງທີ່​ສັນລະ​ເສີນ​ການ​ອອກ​ແຮງ​ງານ, ​ເຊື່ອ​ວ່າ, ຢູ່​ລາວ​ກໍ​ມີ​ເພງປະ​ເພດ​ນີ້​ທີ່​ມ່ວນໆ, ​ເອົາ​ໄວ້​ເທື່ອ​ໜ້າ, ​ເມື່ອ​ພວກ​ເຮົາ​ມີ​ເພງ​ລາວ​ປະ​ເພດ​ນີ້​ແລ້ວ, ຈະ​ຈັດ​ສູ່​ທ່ານ​ຟັງ​ເພື່ອ​ໃຫ້​ກຳລັງ​ໃຈ​ແກ່​ກັນ. ​ເອົາລະ, ລາຍການພາກ​ນີ້​ຂໍ​ຈົບ​ລົງພ​ຽງທໍ່​ນີ້, ຂອບ​ໃຈ​ທີ່​ທ່ານ​ຮັບ​ຟັງ, ສະບາຍດີ!
1  2