
ຕາມຂ່າວCRI ວັນທີ 27 ເມສາ ຢູ່ທີ່ເຊີແນວ ຄະນະກຳມະການສິດທິເສດຖະກິດ ສັງຄົມແລະວັດທະນະທຳ ຂອງອົງການສະຫະປະຊາຊາດໄດ້ເລີ່ມສຳຫຼວດພິຈາລະນາບົດລາຍງານປະຕິບັດສົນທິສັນຍາສາກົນກ່ຽວກັບສິດທິເສດຖະກິດ ສັງຄົນແລະວັດທະ ນະທຳຄັ້ງທຳອິດຂອງຈີນ ໃນກອງປະຊຸມສຳຫຼວດພິຈາລະນາໃນວັນທີ 27 ທ່ານຊາຈູຄັ່ງ ເອກອັກຄະລັດຖະທູດຈີນປະຈຳອົງການສະຫະປະຊາຊາດທີ່ເຊີແນວໄດ້ຊີ້ອອກວ່າ ຈີນພວມປະຕິບັດພັນທະຢ່າງຊື່ສັດ ທຳຄວາມພະຍາຍາມຈົນສຸດຄວາມສາມາດ ໃຊ້ບາດກ້າວອັນເຫມາະສົມ ເພື່ອບັນລຸສິດທິຕ່າງໆທີ່ລະບຸໄວ້ໃນສົນທິສັນຍາຢ່າງເຕັມສ່ວນເທື່ອລະກ້າວ
ສົນທີສັນຍາສາກົນກ່ຽວກັບສິດທິເສດຖະກິດ ສັງຄົມແລະວັດທະນະທຳແມ່ນເອກະສານສິດທິມະນຸດສາກົນ ຫນຶ່ງທີ່ສຳຄັນທີ່ສຸດ ຈີນໄດ້ລົງນາມໃນເດືອນຕຸລາປີ 1997 ເດືອນມີນາປີ 2001 ກໍໄດ້ຍື່ນສານອະນຸ ມັດ ສົນທິສັນຍານີ້ໄດ້ມີຜົນບັງຄັບໃຊ້ຢູ່ຈີນແຕ່ເດືອນມິຖຸນາປີ 2001ເປັນຕົ້ນມາ . ເດືອນມິຖຸນາປີ 2003 ຈີນໄດ້ສະເຫນີບົດລາຍງານຕໍ່ຄະນະກຳມະການສິດທິເສດຖະກິດ ສັງຄົມແລະວັດທະນະທຳຕາມເວລາກຳນົດ ພາກສ່ວນຂຮົງກົງມາກາວໃນບົດລາຍງານຕ່າງໄດ້ໃຫ້ອົງການປົກຄອງຂອງສອງເຂດພິເສດຂຽນເອງ
ໃນຄຳປາໄສ ທ່ານຊາຈູຄັ່ງຊີ້ອອກວ່າ ຈີນແມ່ນປະເທດພວມພັດທະນາທີ່ໃຫຍ່ກວ່າຫມູ່ເຊິ່ງມີປະຊາກອນ 1 ຕື້ 300 ລ້ານຄົນ ຍ້ອນຖືກລະດັບພັດທະນາຜູກມັດ ຖານລະດັບມີສິດທິເສດຖະກິດ ສັງຄົມແລະວັດທະນະທຂອງປະຊາຊົນຈີນຕ່ຳຫຼາຍ ທ່ານໄດ້ແນະນຳສະພາບໃຫມ່ສຸດ6 ດ້ານໃນການປະຕິບັດສົນທິ ສັນຍາຂອງຈີນເຊັ່ນ ຍົກລະດັບແລະຄຸນນະພາບຊີວິດການເປັນຢູ່ກວມລວມຂອງປະຊາຊົນໃຫ້ສູງຂຶ້ນ ພັດທະນາພາລະກິດການປິ່ນປົວສາທາລະນະສຸກ ຊ່ອຍເຂດຊົນເຜົ່າສ່ວນຫນ້ອຍພັດທະນາແລະຊຸກຍູ້ໃຫ້ບັນດາຊົນເຜົ່າສາມັກຄີແລະສະເຫມີພາບກັນເປັນຕົ້ນ
ປີ 2004 ລັດຖະບານຈີນໄດ້ສືບຕໍ່ຈັດເອົາການແກ້ໄຂບັນຫາກະສິກຳ ຊົນນະບົດແລະຊາວນາໃຫ້ດີເປັນຈຸດຫນັກທີ່ສຸດຂອງວຽກງານທັງຫມົດ ໃນປີດັ່ງກ່າວ ຍ້ອນວ່າສູນກາງໄດ້ເພີ່ມທຶນສະຫນັບ ສະ ຫນູນການບຳບັດຄວາມທຸກຍາກຢ່າງແຂງແຮງ ປະຊາກອນທີ່ທຸກຍາກໃນຊົນນະບົດໄດ້ຫຼຸດຫນ້ອຍກວ່າປີກ່ອນ 2 ລ້ານ 9 ແສນຄົນ
ເພື່ອຊຸກຍູ້ການປະກອບອາຊີບແລະປະກອບອາຊີບຄືນໃຫມ່ ລັດຖະບານຈີນໄດ້ໃຊ້ມາດຕະການຫຼາຍຢ່າງ ໃນປີກາຍ ທົ່ວປະເທດໄດ້ມີຜູ່ປະກອບອາຊີບເພີ່ມຂຶ້ນ 9 ລ້ານ 8 ແສນຄົນ ອັດຕາຫວ່າງງານທີ່ຈົດທະບຽນໃນຕົວເມືອງແລະຊົນນະບົດໄດ້ຫຼຸດຫນ້ອຍກວ່າປີກ່ອນ 0.1%
ໃນດ້ານການປິ່ນປົວແລະສາທາລະນະສຸກ ປັດຈຸບັນ ລະດັບສຸຂະພາບຂອງປະຊາຊົນຈີນໄດ້ລື່ນກາຍລະດັບສະເລ່ຍຂອງປະເທດທີ່ມີລາຍໄດ້ຜ້ານກາງ ນຳຫນ້າປະເທດພວມພັດທະນາ ອາຍຸສະເລ່ຍທີ່ຄາດຫວັງາໄດ້ຈາກ 35ປີກ່ອນສ້າງຕັ້ງປະເທດຈີນໃຫມ່ເມື່ອປີ 1949 ສູງຂຶ້ນຮອດ 71,4ປີໃນປັດຈຸບັນ ອັດຕາຕາຍຂອງ ແມ່ມານແລະແມ່ລູກອ່ອນໄດ້ຫຼຸດຈາກ1500 ສ່ວນຫນຶ່ງແສນກ່ອນສ້າງຕັ້ງປະເທດຈີນໃຫມ່ລົງຮອດ 51,3 ສ່ວນຫນຶ່ງແສນໃນປີ 2003 ອັດຕາເດັກແດງຕາຍໄດ້ຫຼຸດຈາກ 200ສ່ວນພັນກ່ອນສ້າງຕັ້ງປະເທດຈີນໃຫມ່ລົງຮອດ 25,5 ສ່ວນພັນໃນປີ 2003
ໃນດ້ານປ້ອງກັນສິດແລະຜົນປະໂຫຍດຂອງຄົນພິການ,ແຕ່ປີ 2004 ເປັນຕົ້ນມາ ໃນທົ່ວປະເທດມີຄົນພິການລວມ 4 ລ້ານ 4 ແສນ 7 ຫມື່ນຄົນໄດ້ຮັບການປະກັນສັງຄົມດ້ວຍຮູບການຕ່າງໆ ອັດຕາປະກອບອາຊີບຂອງຄົນພິການໄດ້ບັນລຸເຖິງ 80% ຂຶ້ນໄປ ເພື່ອຊຸກຍູ້ໃຫ້ເຂດຊົນເຜົ່າສ່ວນຫນ້ອຍ ພັດທະນາຕື່ມອີກ,ແຕ່ປີ 2000 ຮອດປີ 2004 ການເງິນສູນກາງໄດ້ປະຕິບັດໂຄງການໃຫ້ເຂດຊາຍແດນຈະເລີນແລະໃຫ້ປະຊາຊົນຮັ່ງມີ 2 ຫມື່ນກວ່າໂຄງການ ຕົ້ນຕໍໃຊ້ເຂົ້າໃນການສ້າງສາ ພື້ນຖານໂຄງລ່າງ ການຜະລິດຜົນກະສິກຳ ການອະນຸລັກຊີວະພາບແລະການສຶກສາວັດທະນະທຳ,ພ້ອມກັນນັ້ນ ລັດຖະບານໄດ້ຍຶດຫມັ້ນການສຶກສາທີ່ຊົນເຜົ່າສາມັກຄີສະເຫມີພາບກັນ ຊຸກຍູ້ໃຫ້ບັນດາຊົນເຜົ່າຢູ່ຮ່ວມກັນດ້ວຍໄມຕິຈິດແລະສະເຫມີພາບ ກັນ
ຄະນະກຳມະການສິດທິເສດຖະກິດ ສັງຄົມແລະວັດທະນະທຳແມ່ນອົງການທີ່ຮັບຜີດຊອບຕິດຕາມກວດກາສະພາບປະຕິບັດສົນທິສັນຍາສັນຍາສາກົນກ່ຽວກັບ ສິດທິເສດຖະກິດ ສັງຄົມແລະວັດທະນະທຂອງປະເທດລົງນາມໂດຍມີຄະນະມົນຕີເສດຖະກິດສັງຄົມຂອງອົງການສະຫະປະຊາຊາດເປັນຜູ່ກຳກັບ ເທື່ອນີ້ແມ່ນກອງປະຊຸມຄັ້ງທີ 34 ກຳນົດຈະສິ້ນສຸດລົງໃນວັນທີ 29 ເມສາ ໃນໄລຍະກອງປະຊຸມ ຄະນະຜູ່ແທນຈີນຈະສົນທະນາກັບຄະນະກຳມະການດັ່ງກ່າວ ຈະແນະນຳສະພາບປະຕິບັດສົນທິສັນຍາຂອງຝ່າຍຈີນຕື່ມອີກ
|