|
 |
(GMT+08:00)
2005-04-26 16:37:42
|
ສິງກະໂປກັບມາເລເຊຍເຊັນສັນຍາເພື່ອແກ້ໄຂການວິວາດກັນທີ່ເກີດຂຶ້ນຍ້ອນຖົມທະເລ
cri
Author: q
ຕາມຂ່າວສານຊິນຮວາ,ວັນທີ26ເມສາ,ສິງກະໂປກັບມາເລເຊຍໄດ້ເຊັນສັນຍາສະບັບໜຶ່ງ,ເພື່ອແກ້ໄຂການວິວາດກັນລະຫວ່າງສອງປະເທດທີ່ເກີດຂຶ້ນຍ້ອນສິງກະໂປຖົມທະເລຢູ່ມໍ່ຊ່ອງແຄບໂຈໂຮ.
ສອງຝ່າຍອອກຖະແຫຼງການຮ່ວມໂດຍກ່າວວ່າ,ການເຊັນສັນຍາດັ່ງກ່າວເປັນຂີດໝາຍສະແດງໃຫ້ເຫັນວ່າການວິວາດກັນລະຫວ່າງສອງປະເທດທີ່ເກີດຂຶ້ນຍ້ອນສິງກະໂປຖົມທະເລນັ້ນໄດ້ຮັບການແກ້ໄຂໃນຂັ້ນສຸດທ້າຍແລ້ວ.
ຕາມສັນຍາດັ່ງກ່າວ,ສິງກະໂປຈະໃຫ້ຄ່າທົດແທນສ່ວນໃດສ່ວນໜຶ່ງແກ່ຊາວປະມົງມາເລເຊຍທີ່ປະສົບຄວາມເສຍຫາຍຍ້ອນໂຄງການຖົມທະເລແລະຈະປັບປຸງໂຄງການສ່ວນໜຶ່ງ.ມາເລເຊຍຈະຖອນການກ່າວຟ້ອງກ່ຽວກັບເລື່ອງນີ້ໃນສານກົດໝາຍທະເລສາກົນ.
|
|
|