ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-23 17:09:53    
ເຈົ້າ​ໜ້າ​ທີ່​ມຽນມາ​ກ່າວ​ເນັ້ນ​ວ່າ​ເດັດ​ຂາດ​ບໍ່​ອະ​ນຸ​ຍາດ​ໃຫ້​ສະ​ຫະ​ພາບ​ມຽນ​ມາ​ແຕກ​ແຍກ

cri Author: q
ຕາມ​ຂ່າວສານ​ຊິນ​ຮວາ, ໃນ​ງານ​ຊຸມນຸມ​ນັກ​ຂ່າວທີ່ຈັດຂຶ້ນໃນວັນ​ທີ22​ເມສາ,ທ່ານ​ນາຍ​ພົນ​ຈັດ​ຕະ​ວາ​ກຽວ​ຊານ ​ໂຄສົກ​ລັດຖະບານ ລັດຖະມົນຕີ​ກະຊວງ​ຖະ​ແຫຼ​ງຂ່າວ​ມຽນມາ​ໄດ້​ກ່າວ​ເນັ້ນ​ໂດຍ​ແນ​ໃສ່​ເລື່ອງ​ອົງ​ການ​ເຜົ່າໄທໃຫຍ່​ອົງການ​ໜຶ່ງ​ປະກາດ​ລັດ​ສານ​ເປັນ​ເອ​ກະ​ລາດ​ໃນ​ຫວ່າງ​ມໍ່ໆ​ນີ້​ວ່າ,​ກອງ​ທະ​ຫານ​ມຽນ​ມາ​ຈະ​ເກາະ​ແຂນກັນ​ກັບ​ປະຊາຊົນ​ປົກ​ປັກ​ຮັກ​ສາ​ຄວາມ​ສາ​ມັກ​ຄີ​ຂອງ​ສະ​ຫະ​ພາບ​ມຽນ​ມາ,​ຈະ​ບໍ່​ອະ​ນຸຍາດ​ໃຫ້​ສະຫະພາບ​ມຽນມາ​ແຕກ​ແຍກ​ເດັດຂາດ.

ວັນ​ທີ17​ເມສາ,ອົງການ​ເຜົ່າ​ໄທ​ໃຫຍ່ທີ່​ນຳ​ໂດຍ​ທ່ານ​ຊາວ​​ຄຳ​ພາປະກາດ​ສ້າງ​ຕັ້ງ​ລັດ​ຖະ​ບານ​ສະ​ຫະ​ພາບ​ເຜົ່າ​​ໄທ​​ໃຫຍ່,​​ແຍກຕົວ​ອອກ​ຈາກ​ສະ​ຫະ​ພາບ​ມຽນມາ​ແລ້ວ​ປະ​ກາດ​ເປັນ​ເອ​ກະ​ລາດ.​ວັນ​ທີ19​ເມສາ,ລັດຖະບານ​ມຽນມາ​ໄດ້​ປະກາດ​ວ່າ​,ອົງ​ການ​ດັ່ງ​ກ່າວ​ເປັນ​ອົງ​ການ​ຜິດ​ກົດ​ໝາຍ.