ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-21 18:06:27    
ຝ່າຍ​ຈີນ​ຫວັງ​ໃຫ້​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ພ້ອມ​ກັນ​ພະ​ຍາ​ຍາມ​ຢ່າງ​ຕັ້ງ​ໜ້າ​ເພື່ອ​ຈັດ​ການ​ເຈ​ລະ​ຈາ 6 ຝ່າຍ​ຄືນ​ໃໝ່​ໂດຍ​ໄວ​​ເທົ່ວ​ທີ່​ຈະ​ໄວ​ໄດ້

cri Author: li
ຕາມ​ຂ່າວ CRI: ​ໃນ​ງານ​ຊຸມນຸມ​ນັກ​ຂ່າວ​ທີ່​ຈັດ​ຂຶ້ນຢູ່​ປັກ​ກິ່ງ​ໃນ​ວັນ​ທີ 21 ​ເມສາ ທ່ານ​ຊິນ​ກາງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,ຝ່າຍ​ຈີນ​ຫວັງ​ໃຫ້​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ພ້ອມ​ກັນ​ພະຍາຍາມ​ຢ່າງ​ຕັ້ງໜ້າ​ເພື່ອ​ຈັດການ​ເຈລະຈາ 6 ຝ່າຍຢູ່​ປັກ​ກິ່ງ​ຄືນ​ໃໝ່​ໂດຍ​ໄວ​​ເທົ່ວ​ທີ່​ຈະ​ໄວ​ໄດ້.

ຂ່າວ​ແຈ້ງວ່າ,ສປປ​ເກົາຫຼີ​ໄດ້​ປິດ​ເຄື່ອງ​ປະຕິ​ກອນ​ນິ​ວ​ເຄຼຍຢູ່​ຢົງ​ປີ​ອົງ,​ເພື່ອ​​ເຮັດ​ວຽກ​ກະກຽມ​ຜະລິດ​ອາວຸດ​ນິວ​ເຄຼຍ. ທ່ານ​ຊິນ​ກາງ​ໄດ້​​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ເລື່ອງ​ນີ້.

ທ່ານ​ຊິນ​ກາງ​ກ່າວ​ວ່າ,ຝ່າຍ​ຈີນ​ເຫັນ​ວ່າ,ການ​ເຈລະຈາ 6 ​ຝ່າຍ​ແມ່ນ​ຊ່ອງ​ທາງ​ຕົວ​ຈິງ​ແລະ​ບັງ​ເກີດ​ຜົນ​ໃນ​ການ​ແກ້​ໄຂ​ບັນຫາ​ນິວ​ເຄຼຍ​ແຫຼມ​ເກົາຫຼີ,ຕໍ່​ໄປ​ພາຍ​ໜ້າ ຝ່າຍ​ຈີນ​ຍັງ​ຈະ​ສືບ​ຕໍ່ຕັ້ງໜ້າ​ໄກ່​ເກ່ຍ.

ທ່ານ​ກ່າວ​ເນັ້ນວ່າ,ບັນຫາ​ນິວ​ເຄຼຍ​ແຫຼມ​ເກົາຫຼີ​ແມ່ນ​ສັບສົນ​ທີ່​ສຸດ,​ເວົ້າ​ເຖິງ​ກົກ​ເຖິງ​ຮາກ​ແລ້ວ​ຕ້ອງ​ຊອກ​ຫາ​ແຜນການ​ທີ່​ບັນດາ​ຝ່າຍ​ລ້ວນ​ແຕ່​ຮັບ​ເອົາ​ໄດ້.