|
 |
(GMT+08:00)
2005-04-18 18:17:22
|
 |
ຢູ່ຫຼາຍຕົວເມືອງຈີນນິຍົມຈັດການແຂ່ງຂັນມາລາທອນ(ສຽງ)
cri
Author: huachunmei
ປະຈຸບັນ ຈາກນະຄອນຫຼວງປັກກິ່ງຮອດນະຄອນອູຮັ້ນ ເຊິ່ງເປັນເມືອງໃຫຍ່ຢູ່ພາກກາງຂອງຈີນ, ຈາກຮົງກົງເຊິ່ງຖືກຂະໜານນາມເປັນ "ໄຂ່ມຸກບູລະພາ" ຮອດເມືອງລາຊາທີ່ຕັ້ງຢູ່ພູພຽງຊິງໄຫຕິເບດທີ່ເອິ້ນເປັນຫຼັງຄາໂລກ, ຕົວເມືອງຫຼາຍໆແຫ່ງຂອງຈີນລ້ວນແຕ່ຈັດຫຼືກຽມຈັດງານແຂ່ງຂັນມາລາທອນ, ແຕ່ລະປີ, ຜູ່ຫຼິ້ນກິລາມາລາທອນນອກອາຊີບຂອງຈີນກໍ່ເພີ່ມຂຶ້ນຄົບເທົ່າ.
ທ່ານມາກ ເວັດໂມ CEO ບໍລິສັດທຸລະກິດຕະຫຼາດກິລາທົ່ວໂລກຈຳກັດທີ່ເຂົ້າຮ່ວມກອງປະຊຸມເວທີສຸດຍອດມາລາທອນຕາມຄຳເຊີນເວົ້າວ່າ: "ດີໃຈຫຼາຍທີ່ໄດ້ເຫັນກິລາມາລາທອນຈີນໄດ້ພັດທະນາໄວຄືແນວນີ້, ຂ້າພະເຈົ້າເຫັນວ່າຜ່ານການຈັດງານແຂ່ງຂັນມາລາທອນເລື້ອຍໆ, ຈະໃຫ້ທົ່ວໂລກຮັບຮູ້ຈີນເປັນຢ່າງດີ, ໂດຍສະເພາະແມ່ນຢູ່ເບື້ອງຫຼັງໃຫຍ່ຂອງງານກິລາໂອລິມປິກປັກກິ່ງປີ 2008, ນັກກິລາຕ່າງປະເທດທີ່ມາເຂົ້າຮ່ວມການແຂ່ງຂັນນັ້ນກໍຈະຮູ້ຈັກວຽກງານຈັດຕັ້ງອັນດີເດັ່ນແລະຄວາມສາມາດຕ້ອນຮັບຂອງຈີນດີກວ້າເກົ່າ."
ແນ່ນອນແລ້ວ, ການເຜີຍແຜ່ກິລາມາລາທອນໃຫ້ທົ່ວເຖິງກັນຢູ່ຈີນກໍ່ຕ້ອງຄ່ອຍເປັນຄ່ອຍໄປ. ທ່ານຫວັງຕ້າເວິ້ຍກ່າວວ່າ, ເຖິງວ່າໃນ 20 ກວ່າປີມານີ້, ຂະໜາດຂອງງານແຂ່ງຂັນມາລາທອນຈີນໃຫຍ່ກວ່າເກົ່າແລະລະດັບນັກກິລາອາຊີບທີ່ເຂົ້າຮ່ວມການແຂ່ງຂັນໄດ້ສູງຂຶ້ນກໍ່ຕາມ, ແຕ່ລະດັບການເຜີຍແຜ່ຍັງຂ້ອນຂ້າງຕ່ຳ, ພຽງແຕ່ຈັດຂຶ້ນຢູ່ຕົວເມືອງແລະທ້ອງຖິ່ນທີ່ເສດຖະກິດຈະເລີນແລະລະດັບຊີວິດການເປັນຢູ່ຂອງປະຊາຊົນຂ້ອນຂ້າງສູງເຊັ່ນ ປັກກິ່ງ ຊຽງໄຮ້ ຕ້າຫຼຽນ ເຊ້ຍເໝິນ ຮົງກົງແລະມາກາວເປັນຕົ້ນ, ນັກກິລານອກອາຊີບທີ່ເຂົ້າຮ່ວມການແຂ່ງຂັນຕົ້ນຕໍມາຈາກພາກກາງແລະພາກຕາເວັນອອກຂອງຈີນ. ພ້ອມກັນນັ້ນ, ລະດັບຂອງນັກກິລາອາຊີບມາລາທອນຈີນກໍ່ບໍ່ສູງຍັງຕ່ຳກວ່າລະດັບກ້າວໜ້າຂອງໂລກ.
ທ່ານຫວັງຕ້າເວິ້ຍເວົ້າວ່າ: "ນັກກິລາມາລາທອນເພດຍິງຈີນມີຫຼາຍຄົນມີລະດັບສູງຢູ່, ເຂົາເຈົ້າແລ່ນຢູ່ລະຫວ່າງ 2 ຊົ່ວໂມງ 20 ນາທີຫາ 2 ຊົ່ວໂມງ 25 ນາທີ, ມີຫວັງເຂົ້າຮອບ 8 ຄົນສຸດທ້າຍຈົນກະທັ້ງຊິງເອົາຫຼຽນໃນງານກິລາໂອລິມປິກປັກກິ່ງ, ແຕ່ພວກຂ້າພະເຈົ້າກໍ່ຕ້ອງຮັບຮູ້ວ່າ ພວກຂ້າພະເຈົ້າມີຄູ່ແຂ່ງຂັນເກັ່ງສົມຄວນຄືມາລາທອນເພດຍິງຍີ່ປຸ່ນ, ພວກເຂົາເຈົ້າຊິງໄດ້ຫຼຽນຄຳໃນງານກິລາໂອລິມປິກຊິດນີແລະອາແຕນ, ພູມສັນຖານ ດິນຟ້າອາກາດຂອງຍີ່ປຸ່ນຄ້າຍຄືກັນກັບຈີນ, ສະນັ້ນ, ພວກຂ້າພະເຈົ້າມີທ່າແຮງບໍ່ຫຼາຍໃນເຖິງວ່າເປັນເຈົ້າພາບງານກິລາໂອລິມປິກປັກກິ່ງ."
ລະດັບຂອງນັກກິລາອາຊີບກໍ່ມີຜົນສະທ້ອນຕໍ່ຄວາມສາມາດແກ່ງແຍ່ງ ອິດທິພົນແລະລະດັບຄວາມສົນໃຈຂອງຜູ່ຊົມໃນເວລາຈີນຈັດງານແຂ່ງຂັນມາລາທອນ. ທ່ານຫວັງຕ້າເວິ້ຍຍັງກ່າວວ່າ, ປະຈຸບັນ, ຕົວເມືອງນັບມື້ນັບຫຼາຍຫວັງຢາກຈັດງານແຂ່ງຂັນມາລາທອນ, ແຕ່ກໍ່ຕ້ອງຄຳນຶງເຖິງບັນຫາຈັດງານແຂ່ງຂັນແບບຍືນຍົງ. ສະຫະພັນກິລາແລ່ນແລະລານສາກົນກຳນົດໄວ້ວ່າ, ມີແຕ່ໃຫ້ນັກກິລາລະດັບສຸດຍອດຜູ່ໜຶ່ງເຂົ້າຮ່ວມງານແຂ່ງຂັນມາລາທອນພຽງສອງເທື່ອໃນປີໜຶ່ງ, ສະນັ້ນ, ຈະເຮັດແນວໃດດຶງດູດນັກກິລາຜູ່ດີເດັ່ນມາເຂົ້າຮ່ວມການແຂ່ງຂັນ, ດຶງດູດມວນຊົນຫຼາຍກວ່າເກົ່າມາເຂົ້າຮ່ວມ, ດຶງດູດນັກທຸລະກິດອຸປະຖຳ, ຮັບປະກັນຄວາມປອດໄພຂອງນັກກິລາທີ່ເຂົ້າຮ່ວມການແຂ່ງຂັນ, ລ້ວນແຕ່ກ່ຽວພັນເຖິງການຈັດງານແຂ່ງຂັນມາລາທອນແບບຍືນຍົງ. ບໍ່ວ່າຈະແມ່ນຕົວເມືອງທີ່ໄດ້ຈັດງານແຂ່ງຂັນມາລາທອນແລ້ວ, ຫຼືແມ່ນືວ່າຕົວເມືອງທີ່ກຽມຈະຈັດງານແຂ່ງຂັນມາລາທອນ, ລ້ວນແຕ່ຕ້ອງຕັ້ງໜ້າພິຈະລະນາບັນຫາປອດໃສແລະແບບຍືນຍົງຂອງງານແຂ່ງຂັນ. ມີແຕ່ເຮັດແນວນີ້ແລ້ວ, ງານແຂ່ງຂັນມາລາທອນຕົວເມືອງຈີນຈຶ່ງຈະໄດ້ດຳເນີນຕໍ່ໄປຢ່າງຟົດຟື້ນ, ກາຍເປັນງານແຂ່ງຂັນດັ້ງເດີມເຊັ່ນດຽວກັນກັບງານແຂ່ງຂັນມາລາທອນລອນດອນ ງານແຂ່ງຂັນມາລາທອນນິວຢອກ. 1 2
|
|
|