ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-17 17:00:17    
ປັກ​ກິ່ງ​ໄດ້​ຕົກລົງ​ທີ່​ປຶກ​ສາ​ເສດ​ຖະ​ກິດ​ຊັ້ນ​ສູງ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ປີ 2008

cri Author: li
ຕາມ​ຂ່າວສານ​ຊິນ​ຮວາ: ຫວ່າງ​ມໍ່ໆ​ນີ້ ປັກ​ກິ່ງ ນະຄອນຫຼວງ​ຂອງ​ຈີນ​ໄດ້​ຕົກລົງ​ທີ່​ປຶກສາ​ເສດຖະກິດ​ຊັ້ນສູງ​ຂອງ​ງານ​ກິລາ​ໂອ​ລິມ​ປິກ​ປີ 2008​,ຈະ​ເຊື້ອ​ເຊີນ​ຜູ້​ຊ່ຽວຊານ 5 ຄົນ​ຂອງ​ແບນ​ຊິກ,ຝຣັ່ງ,ອາ​ເມ​ລິ​ກາ​ແລະ​ຈີນ​ເປັນທີ່​ປຶກສາ​ເສດຖະກິດ​ຊັ້ນສູງ​ຂອງ​ງານ​ກິລາ​ໂອ​ລິມ​ປິກ​ປັກ​ກິ່ງ.

ຕາມ​ແນະນຳ​ວ່າ,5 ຄົນ​ດັ່ງກ່າວ​ລ້ວນ​ແຕ່​ເຄີຍ​ເຂົ້າຮ່ວມ​ວຽກ​ງານ​ຄົ້ນຄວ້າ​ແລະ​ວາງ​ແຜນ​ເສດຖະກິດ​ໂອ​ລິມປິກ​ຂອງ​ຕົວ​ເມືອງ​ຕ່າງໆ​ທີ່​ເຄີຍ​ເປັນ​ເຈົ້າພາບ​ຈັດ​ງານ​ກິລາ​ໂອ​ລິມປິກ,​ໄດ້​ຄົ້ນຄວ້າ​ຢ່າງ​ເລິກ​ເຊິ່ງຕໍ່​ງານ​ກິລາ​ໂອ​ລິມປິກ​ແລະການ​ພັດທະນາ​ເສດຖະກິດ​ຂອງ​ຕົນ​ເມືອງ. ພາຍຫຼັງ​ພວກ​ທ່ານຮັບ​ການ​ເຊື້ອ​ເຊີນ​ຈາກ​ອົງການ​ປົກຄອງ​ນະຄອນ​ປັກ​ກິ່ງ​ແລ້ວ,ຈະ​ອອກ​ຄວາມ​ເຫັນ​ແລະ​ຂໍ້​ສະ​ເໜີ​ຈາກ​ມຸມ​ຕ່າງ​ຕ່າງກ່ຽວ​ກັບ​ການ​ນຳ​ໃຊ້​ໂອກາດ​ການ​ຄ້າ​ຂອງ​ງານ​ກິລາ​ໂອ​ລິມ​ປິກ​ປັກ​ກິ່ງ​ປີ 2008 ຊຸກ​ຍູ້​ການ​ພັດທະນາ​ເສດຖະກິດ​ຂອງ​ປັກ​ກິ່ງ,​ແລະ​ເຂົ້າຮ່ວມ​ການວາງ​ນະ​ໂຍບາຍ​ພັດທະນາ​ເສດຖະກິດ​ໂອ​ລິມ​ປິກ​ປັກ​ກິ່ງ.