ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-12 17:19:17    
ຊາວ​ມາ​ກາວ​ທີ່​ຢູ່​ເຢັນ​ເປັນ​ສຸກ​(ພາບ)(ສຽງ)

cri Author: q

ໂບດເຊນໂນເຊີຂອງມາກາວ ທີ່ເປັນສິ່ງກໍ່ສ້າງແບບຢ່າງທີ່ວັດທະນະທຳຈີນ
ແລະຕາເວັນຕົກເຊື່ອມໂຍງເຂົ້າກັນ

ອາລິຍະ​ທຳ​ຈີນ​ແລະ​ວັດທະນະທຳ​ປອກຕຸຍ​ການທີ່​ໄດ້​ເຊື່ອມ​ໂຍງ​ເຂົ້າກັນ​ປະ​ມານ​400​ປີ​ມາ​ນີ້​ໄດ້​ເຮັດ​​ໃຫ້​ມາ​ກາວ​ມີສະ​ເໜ​ພິ​ເສດ​ຂອງ​ຕົນ.ຢູ່​ມາ​ກາວ,​ທ່ານ​ບໍ່ພ​ຽງ​ແຕ່​ຈະ​ໄດ້​ເຫັນ​ຮ້ານ​ອາ​ຫານ​ປອກຕຸຍ​ການ,ສິ່ງ​ກໍ່ສ້າງ​ແບບ​ປອກຕຸຍ​ການ​ຫຼາຍ​ແຫ່ງທໍ່​ນັ້ນ,​ຍັງ​ມີຮ້ານ​ຂາຍ​ປຶ້ມ​ພາ​ສາ​ປອກ​ຕຸຍ​ການ​ອີກ​ດ້ວຍ.ຊູ່​ມື້​ນີ້,ມາ​ກາວ​ມີ​ປະຊາກອນ​ມີ3%​ແມ່ນ​​ເຊື້ອ​ສາຍ​ຊາວ​ປອກ​ຕຸຍ​ການ​ຫຼື​ຊາວ​ຍົກ​ຍ້າຍ​ທີ່​ມາ​ຈາກ​ປອກ​ຕຸຍ​ການ.ຊາວ​ປອກ​ຕຸຍ​ການ​​ທີ່​ເກີດ​ຢູ່​ມາ​ກາວ​ແລະ​ຊາວ​ປອກ​ຕຸຍ​ການ​ທີ່​ອາ​ໄສຢູ່​ມາ​ກາວ​ເຫຼົ່າ​ນີ້​ໄດ້​ພ້ອມ​ກັນ​ກັບ​ຊາວ​ມາ​ກາວ​ອື່ນໆກັນ​ສຳນຶກ​ຮູ້​ການ​ປ່ຽນ​ແປງ​ແລະ​ການ​ພັດ​ທະ​ນາ​ຂອງ​ມາ​ກາວ​ໃນ​ຊູ່​ມື້​ນີ້.

ຢູ່​ຖະໜົນ​ປານ​ຈັ່ງ​ຖາງ ຖະໜົນ​ການ​ຄ້າ​ສຳຄັນ​ຂອງ​ມາ​ກາວ,ມີ​ຮ້ານ​ຂາຍ​ປຶ້ມ​ພາ​ສາ​ປອກ​ຕຸຍ​ການ​ແຫ່ງ​ໜຶ່ງ.ຜູ້ອຳນວຍການ​ຂອງ​ຮ້ານ​ຂາຍ​ປຶ້ມ​ແຫ່ງ​ນີ້​ແມ່ນ​ຊາວ​ປອກ​ຕຸຍ​ການ​ທີ່ອາ​ໄສ​ຢູ່​ມາ​ກາວ​,ທ່ານ​ຊື່ວ່າ​ສູ​ຈຸ້ນ​ມິນ.ທ່ານ​ໄດ້​ດຳລົງ​ຊີວິດ​ຢູ່​ມາ​ກາວ​ເປັນ​ເວລາ18​ປີ​ແລ້ວ.​ເມຍ​ຂອງ​ທ່ານ​ກໍ​ເຮັດວຽກ​ຢູ່​ມາ​ກາວ,ທ່ານ​ຍັງ​ມີ​ລູກ​ສາວ​ອາຍຸ7​ຂວບ​ຜູ້​ໜຶ່ງ,​ພວມ​ເຂົ້າ​ໂຮງຮຽນ​ຢູ່​ມາ​ກາວ.ທ່ານ​ບອກ​ນັກ​ຂ່າວ​ຢ່າງ​ດີ​ອົກດີ​ໃຈ​ວ່າ,ລູກ​ສາວ​ຂອງ​ທ່ານພວມ​ຮຽນ​ພາ​ສາ​ຈີນ​ກາງ.

ເມື່ອ​ກ່າວ​​ເຖິງ​ພາຍຫຼັງມາ​ກາວ​ກັບ​ຄືນ​ສູ່​ປະ​ເທດ​ຈີນ​ແລ້ວ, ມີ​ການ​ປ່ຽນ​ແປງ​ຫຍັງ​​ແດ່?​ທ່ານ​ສູ​ຈຸ້ນມິນ​ໄດ້​​ເວົ້າ​ຫຼາຍ​ຢ່າງ​ທີ່​ບໍ່​ນຶກ​ບໍ່​ຝັນ.ໜຶ່ງ​ບໍ່​ນຶກ​ບໍ່​ຝັນ​ວ່າ​ດ້ານ​ຕ່າງໆຂອງ​ມາ​ກາວ​ໄດ້​ມີ​ການປ່ຽນ​ແປງ​ ​ດີ​ປານ​ນີ້.ສອງ​,​ແມ່ນ​ບໍ່​ນຶກ​ບໍ່​ຝັນວ່າ,​ເສດ​ຖະ​ກິດ​ມາກາວ​ຈ​ະ​ພັດ​ທະ​ນາ​ໄດ້​ໄວ​ປານ​ນີ້.ສາມ,​ທ່ານ​ບໍ່​ນຶກ​ບໍ່​ຝັນ​ວ່າ,​ສິ່ງ​ແວດ​ລ້ອມ​ມາ​ກາວ​ໄດ້​ປ່ຽນ​ແປງ​ສວຍ​ງາມ​ປານ​ນີ້.ເມື່ອ​ເວົ້າ​ເຖິງ​ຊີວິດ​ກນເປັນ​ຢູ່​ຢູ່​ມາກາວ,​ທ່ານສູຈຸ້ນມິນ​ແມ່ນ​ເຕັມ​ໄປ​ດ້ວຍ​ຄວາມ​ຫວັງ.​ທ່ານ​ເວົ້າ​ວ່າ:

"ຂ້ອຍມັກມາກາວ,ຢູ່ແຫ່ງນີ້ຂ້ອຍມີໝູ່ເພື່ອນຫຼວງຫຼາຍ,ຂ້ອຍເຊື່ອໝັ້ນໝູ່ເພື່ອນເຫຼົ່ານີ້ແລະກໍ
ເຊື່ອໝັ້ນອົງການປົກຄອງເຂດບໍລິຫານພິເສດມາກາວ.ຖ້າໃຫ້ຂ້ອຍມີຊີວິດອີກ50ປີ,ຂ້ອຍຍັງ
ຢາກດຳລົງຊີວິດຢູ່ມາກາວ.ໃນພາຍໜ້າ,ຖ້າເປັນໄປໄດ້,ຂ້ອຍຢາກເປີດຮ້ານຂາຍປຶ້ມແລະຮູບ
ແຕ້ມແຫ່ງໜຶ່ງເປັນຂອງຕົນເອງ."

ທິວທັດມາກາວ

ທ່ານສູຈຸ້ນມິນຍັງບອກນັກຂ່າວວ່າ,ພາຍຫຼັງມາກາວກັບຄືນສູ່ປະເທດຈີນມານີ້ລະຫວ່າງ
ກຸ່ມຄົນຕ່າງໆໃນສັງຄົມມາກາວມີການພົວພັນຢ່າງກົມກຽວກວ່າເກົ່າໄທເມືອງມາກາວທີ່
ເປັນຊາວປອກຕຸຍການດັ້ງເດີມສ່ວນໜຶ່ງທີ່ໄດ້ກັບຄືນປອກຕຸຍການໃນເວລາມາກາວກັບ
ຄືນສູ່ຈີນນັ້ນກໍໄດ້ກັບຄືນມາກາວອີກ,ເພື່ອຕັ້ງຖິ່ນຖານຢູ່ມາກາວ.


1  2  3  4