|
 |
(GMT+08:00)
2005-04-11 18:11:20
|
 |
ຈີນຝຣັ່ງຫາລືການເພີ່ມທະວີການແລກປ່ຽນແລະຮ່ວມມືກັນໃນຂົງເຂດສິດຊັບສິນທາງປັນຍາ
cri
Author: li
ຕາມຂ່າວສານຊິນຮວາ: ກອງປະຊຸມສຳມະນາສາກົນທີ່ມີວັດຖຸປະສົງເພີ່ມທະວີການແລກປ່ຽນແລະຮ່ວມມືໃນຂົງເຂດສິດຊັບສິນທາງປັນຍາລະຫວ່າງຈີນກັບຝຣັ່ງນັ້ນໄດ້ໄຂຂຶ້ນຢູ່ປັກກິ່ງໃນວັນທີ 11 ເມສາ,ເຈົ້າໜ້າທີ່,ຜູ້ຊ່ຽວຊານແລະຜູ້ຕາງໜ້າວິສາຫະກິດ 150 ກວ່າຄົນຂອງຈີນແລະຝຣັ່ງຈະຫາລືກັນກ່ຽວກັບບັນຫາທີ່ສອງຝ່າຍເອົາໃຈໃສ່ນຳກັນໃນຂົງເຂດສິດຊັບສິນທາງປັນຍາ.
ໃນພິທີໄຂກອງປະຊຸມສຳມະນາ ທ່ານວັງຈິງຊວນ ຫົວໜ້າກົມສິດຊັບສິນທາງປັນຍາແຫ່ງຊາດຈີນກ່າວວ່າ,ຝຣັ່ງມີບົດຮຽນອັນອຸດົມສົມບູນໃນດ້ານບໍລິການໃຫ້ວິສາຫະກິດຂະໜາດກາງແລະນ້ອຍ,ຊຸກຍູ້ໃຫ້ວິສາຫະກິດປະດິດສ້າງເຕັກນິກໃໝ່ແລະຫັນເປັນອຸດສາຫະກຳ,ໃຫ້ສາທາລະນະຊົນມີສະຕິໂຄລົບແລະປົກປ້ອງສິດຊັບສິນທາງປັນຍາສູງຂຶ້ນ,ເພີ່ມທະວີການປະຕິບັດກົດໝາຍປົກປ້ອງສິດຊັບສິນທາງປັນຍາແລະດ້ານອື່ນໆ. ຈີນຝຣັ່ງພ້ອມກັນຫາລືບັນຫານຳໃຊ້ລະບອບສິດຊັບສິນທາງປັນຍາມາຊຸກຍູ້ການຂະຫຍາຍຕົວຂອງວິສາຫະກິດນັ້ນແມ່ນມີປະໂຫຍດທີ່ສຸດ.
|
|
|