|
 |
(GMT+08:00)
2005-04-10 17:37:33
|
 |
ບັນດາຝ່າຍປາເລັສຕີນກ່າວປະນາມຢ່າງຮຸນແຮງຕໍ່ເຫດການອິສຣາແອນຍິງເຍົາວະຊົນປາເລັສຕີນຕາຍ
cri
Author: li
ຕາມຂ່າວ CRI: ວັນທີ 9 ເມສາ ບັນດາຝ່າຍຂອງປາເລັສຕີນພາກັນໃຊ້ຮູບການຕ່າງໆ,ກ່າວປະນາມຢ່າງຮຸນແຮງຕໍ່ເຫດການທະຫານອິສຣາແອນຍິງເຍົາວະຊົນປາເລັສຕີນຕາຍ 3 ຄົນໃນວັນທີ 9 ເມສາ.
ວັນທີ 9 ເມສາ ທະຫານອິສຣາແອນທີ່ປະຈຳຢູ່ບ່ອນຕໍ່ແດນລະຫວ່າງພາກໃຕ້ຣາຟາກັບເອຢິບໄດ້ຍິງເຍົາວະຊົນປາເລັສຕີນ 3 ຄົນທີ່ພວມເຕະບານນັ້ນໃຫ້ຕາຍ. ນີ້ແມ່ນເຫດການທະຫານອິສຣາແອນຍິງຊາວປາເລັສຕີນໃຫ້ຕາຍລາຍທຳອິດແຕ່ບັນດາຝ່າຍປາເລັສຕີນປະກາດຮັກສາຄວາມສະຫງົບກັບອິສຣາແອນເມື່ອວັນທີ 17 ມີນາເປັນຕົ້ນມາ.
ຫຼັງຈາກເກີດເຫດການແລ້ວ,ທ່ານອັບບາສ ປະທານອົງການອຳນາດແຫ່ງຊາດປາເລັສຕີນໄດ້ອອກຖະແຫຼງການວ່າ,ນີ້ເປັນການຕັ້ງແກ້ງທຳລາຍຄວາມສະຫງົບລະຫວ່າງປາເລັສຕີນກັບອິສຣາແອນ.
ອົງການຈີຮັດຂອງປາເລັສຕີນກ່າວວ່າ,ການກະທຳຂອງທະຫານອິສຣາແອນດັ່ງກ່າວແມ່ນການກະທຳຕ້ອງໂທດ,ບັນດາຝ່າຍປາເລັສຕີນຄວນໄຂກອງປະຊຸມ,ປະເມີນສະຖານະການປາເລັສຕີນອິສຣາແອນໃນສະເພາະໜ້າຄືນໃໝ່,ແຕ່ປັດຈຸບັນ ອົງການຈີຮັດຈະສືບຕໍ່ໂຄລົບສັນຍາຢຸດຍິງຕໍ່ອິສຣາແອນ.
ອົງການຮາມັສຂອງປາເລັສຕີນກ່າວວ່າ,ຝ່າຍອິສຣາແອນຕ້ອງຫາບແບກໜ້າທີ່ຮັບຜິດຊອບຕໍ່ໂທດກຳຂອງຕົນ. ກອງພົນນ້ອຍກາຊາມ ຝ່າຍທະຫານທີ່ສັງກັດອົງການດັ່ງກ່າວຍັງໄດ້ຍິງລູກປືນໃຫຍ່ທີ່ເຮັດເອງໃສ່ຈຸດຕັ້ງຖີ່ນຖານຂອງຊາວຢິວຫຼາຍແຫ່ງໃນແຖບກາຊາ.
|
|
|