ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-09 15:32:00    
ດອກ​ຊົງ​ໂຄ​ບານ​ເຮືອງ​ສົ່ງ​ກິ່ນ​ຫອມ​ຫວນ

cri

ຫວ່າງກ່ອນນີ້ບໍ່ດົນ,ນັກຂ່າວໄດ້ໄປສຳພາດຢູ່ມະຫາວິທະຍາໄລຊິງຮວາເຊິ່ງເປັນມະຫາ
ວິທະຍາໄລຊື່ດັງຂອງຈີນທີ່ປັກກິ່ງ,ເມື່ອຍ່າງເຂົ້າເດີ່ນໂຮງຮຽນທີ່ສວຍງາມ,ຢູ່ເດີ່ນຫຍ້າ
ທີ່ຂຽວອຸ່ມທຸ່ມໄດ້ປັກປ້າຍປະກາດນ້ອຍໆແລ້ວດູດດຶງສາຍຕາຂອງນັກຂ່າວ,ເທິງປ້າຍ
ປະກາດໄດ້ຂຽນວ່າ,ຫຍ້າອ່ອນຢ້ານຕີນເຈົ້າຢຽບ,ຕົ້ນຫຍ້າກໍ່ມີຊີວິດ,ອາຈານຄວງຮຸຍ
ໃຫ້ສຳພາດຕໍ່ນັກຂ່າວວ່າ,ນີ້ແມ່ນນັກສຶກສາໃນຄະນະອາສາສະຫມັກດອກຊົງໂຄເຊິ່ງ
ເປັນອົງການອາສາສະຫມັກຂອງມະຫາວິທະຍາໄລເຮັດເປັນພິເສດເພື່ອຮັກສາເດີ່ນ
ຫຍ້າ,ອາຈານຄວງຮຸຍສະເຫນີໃຫ້ຮູ້ວ່າ,ຄະນະອາສາສະຫມັກດອກຊົງໂຄຂອງມະຫາ
ວິທະຍາໄລປະກອບດ້ວຍນັກສຶກສາ 2 ພັນກວ່າຄົນ,ບັນດາອາສາສະຫມັກໄດ້ເຮັດ
ເລື່ອງເລັກໆນ້ອຍໆຢ່າງຫຼວງຫຼາຍແລະມີຜົນປະໂຫຍດຫຼາຍທີ່ສຸດເພື່ອມະຫາວິທະ
ຍາໄລແລະສັງຄົມ.

ອົງການອາສາສະຫມັກຂອງມະຫາວິທະຍາໄລໄດ້ຕັ້ງຊື່ດ້ວຍດອກຊົງໂຄເຊິ່ງເປັນດອກ
ໄມ້ປະຈຳມະຫາວິທະຍາໄລຊິງຮວາແລະສ້າງຕັ້ງຂຶ້ນເມື່ອປີ 1996,ໃນເວລາ 8 ປີ
ມານີ້,ອົງການດັ່ງກ່າວໄດ້ເຂົ້າຮ່ວມການເຄື່ອນໄຫວສາທາລະນະປະໂຫຍດຫຼາຍຊະ
ນິດພາຍໃນແລະນອກມະຫາວິທະຍາໄລ,ທັງໄດ້ຮັບໃຊ້ຜູ້ອື່ນທັງເຮັດໃຫ້ຜູ້ອາສາສະ
ຫມັກໄດ້ຮັບການສຶກສາຈາການເຄື່ອນໄຫວເຫຼ່ົານີ້.ຫົວຫນ້າຄະນະດອກຊົງໂຄໃນປະ
ຈຸບັນນີ້ແມ່ນທ່ານກົວຊຸນ ນັກສຶກສາຂະແຫນງການເຄມີປີທີ 4 ຂອງມະຫາວິທະຍາ
ໄລ,ລາວເຂົ້າຮ່ວມການເຄື່ອນໄຫວຜູ້ອາສາສະຫມັກເປັນເວລາ 2 ປີປາຍແລ້ວ,ໃນການ
ເຄື່ອນໄຫວລະລຶກການສະຫຼອງມະຫາວິທະຍາໄລຊິງຮວາເທື່ອນຶ່ງ,ລາວເລີ່ມເປັນຜູ້ອາ
ສາສະຫມັກ,ໃນຄາວນັ້ນ,ລາວພ້ອມກັນກັບນັກສຶກສາຢ່າງຫຼວງຫຼາຍເປັນຜູ້ພາທາງ,
ຮັບຜິດຊອບພາແຂກທີ່ມາເຂົ້າຮ່ວມການເຄື່ອນໄຫວໄປບ່ອນທຳການເຄື່ອນໄຫວ,ເຖິງ
ແມ່ນວ່າ,ວຽກງານນີ້ງ່າຍດາຍ,ແຕ່ລາວເຫັນວ່າ,ມີຄວາມຫມາຍຫຼາຍ,ລາວເວົ້າວ່າ,
ໃນການເຄື່ອນໄຫວສະຫຼອງມະຫາວິທະຍາໄລເທື່ອນັ້ນ,ມີເລື່ອງນຶ່ງເຮັດໃຫ້ລາວລືມ
ຍາກຈົນຮອດປະຈຸບັນແລະກໍ່ໄດ້ຊຸກຍູ້ໃຫ້ລາວຕັ້ງຫນ້າເຂົ້າຮ່ວມການເຄື່ອນໄຫວຜູ້
ອາສາສະຫມັກໂດຍຕະຫຼອດ.

ໃນມື້ສະຫຼອງວັນສ້າງຕັ້ງມະຫາວິທະຍາໄລ,ມີຜູ້ເຖົ້າຜູ້ນຶ່ງນັ່ງລົດລໍ້ຕ້ອງການຂຶ້ນຂັ້ນໄດ,
ນັກສຶກສາຫຼາຍຄົນກໍ່ຊ່ອຍຫາມລົດລໍ້,ຍາມນັ້ນ,ຝົນຕົກຢ່າງກະທັນຫັນ, ມີນັກສຶກສາຜູ້
ຊາຍຜູ້ນຶ່ງກໍ່ແກ້ເສື້ອອອກກັ້ງລົດລໍ້ຂອງຜູ້ເຖົ້າ,ເລື່ອງນີ້ເຮັດໃຫ້ຂ້ອຍຮູ້ສຶກກະຕຸ້ນໃຈຫຼາຍ
ທີ່ສຸດ,ພາຍຫລັງມາ,ຂ້ອຍຍັງຫວນຄືນເລື່ອງນີ້ເລື້ອຍໆ.

ທ່ານກົວຊຸນເວົ້າວ່າ,ເຖິງແມ່ນວ່າເລື່ອງນີ້ແມ່ນເລື່ອງນ້ອຍກໍ່ຕາມ,ແຕ່ພັດສະແດງໃຫ້
ເຫັນຈິດໃຈຂອງຜູ້ສະຫມັກທີ່ຍິນດີຊ່ອຍເຫຼືອຜູ້ອື່ນແລະເອົາໃຈໃສ່ນຳພາລະກິດສາທາ
ລະນະປະໂຫຍດ,ສ່ວນຈິດໃຈຂອງຄະນະອາສາສະຫມັກດອກຊົງໂຄກໍແມ່ນສະແດງ
ອອກໃນເລື່ອງເລັກໆນ້ອຍໆເຫຼົ່ານີ້,ຕົວຢ່າງຄື:ຄຽງຄູ່ກັບຈຳນວນນັກສຶກສາທີ່ໃຊ້ໂທລະ
ສັບມືຖືນັບມື້ນັບຫຼາຍຂຶ້ນ,ຜູ້ອາສາສະຫມັກດອກຊົງໂຄໄດ້ແຕ້ມຮູບສຽດສີດ້ານມາລະ
ຍາດແລະໃບປັກຫນັງສືຈຳນວນນຶ່ງ,ທັງໄດ້ຕິດຮູບສຽດສີທີ່ມີຊິວິດຊີວາແລະຕະຫຼົກຢູ່
ໃນຫ້ອງຮຽນ,ແລະແຈກໃບປັກຫນັງສືໃຫ້ນັກສຶກສາ,ເຕື່ອນນັກສຶກສາທັງຫຼາຍຢ່າງກະ
ທົບກະເທືອນລະບຽບຫ້ອງຮຽນຍ້ອນໃຊ້ໂທລະສັບມືຖື,ເຫັນວ່າໄດ້ຮັບຜົນດີທີ່ສຸດ,ນອກ
ນີ້,ໃນຫໍສະຫມຸດຂອງມະຫາວິທະຍາໄລຜູ້ອາສາສະຫມັກດອກຊົງໂຄຍັງໄດ້ກຽມເຈັ້ຍ
ບັນທຶກແລະສໍເພື່ອອຳນວຍຄວາມສະດວກໃຫ້ແກ່ນັກສຶກສາຊອກຫາເອກະສານຢູ່ບ່ອນ
ຈອດລົດຖີບ,ຜູ້ອາສາສະຫມັກຍັງໄດ້ຂີດເສັ້ນຈອດລົດທີ່ເປັນລະບຽບຮຽບຮ້ອຍ.ພວກ
ເຂົາເຈົ້າຍັງສົ່ງເສີມໃຫ້ຮ້ານອາຫານຂອງໂຮງຮຽນເຊົາໃຊ້ໄມ້ຖູທີ່ໃຊ້ແຕ່ເທື່ອດຽວແລະ
ຍັງຊອກຫາຜູ້ຮັກສາເດີ່ນຫຍ້າ 20 ກວ່າແຫ່ງຂອງໂຮງຮຽນ.

ຜູ້ອາສາສະຫມັກດອກຊົງໂຄບໍ່ພຽງແຕ່ຮັບໃຊ້ນັກສຶກສາພາຍໃນໂຮງຮຽນທໍ່ນັ້ນ,ຫາກ
ຍັງບໍລິການຢູ່ນອກໂຮງຮຽນ,ພວກເຂົາເຈົ້າໄດ້ຈັດຕູ້ໄປສະນີດອກຊົງໂຄໃຫ້ນັກຮຽນປະ
ຖົມແລະມັດທະຍົມໃນທົ່ວປະເທດຈີນ,ຊ່ອຍເຫຼືອພວກເຂົາເຈົ້າແກ້ຂໍ້ຂ້ອງໃຈ,ແລກປ່ຽນ
ຄວາມຮູ້ສຶກໃນການຮ່ຳຮຽນ,ນັບມາຮອດປະຈຸບັນນີ້,ຕູ້ໄປສະນີດອກຊົງໂຄໄດ້ຮັບຈົດ
ຫມາຍຈາກແຫ່ງຕ່າງໆລວມ 4 ພັນກວ່າກ້ານ

ຜູ້ອາສາສະຫມັກໄດ້ຕອບຈົດຫມາຍເຫຼ່ົານີ້ຢ່າງເອົາຈິງເອົາຈັງ,ຜູ້ອາສາສະຫມັກບາງຄົນ
ຍັງໄດ້ຝາກຫນັງສືແລະວາລະສານໃຫ້ນັກຮຽນທີ່ຢູ່ເຂດພູດອຍ,ໃນວັນຂຶ້ນປີໃຫມ່ປີກາຍ,
ຄະນະອາສາສະຫມັກດອກຊົງໂຄໄດ້ຮັບຜ້າຮາດາສີຂາວຜືນນຶ່ງເຊຶ່ງແມ່ນນັກຮຽນມັດ
ທະຍົມຜູ້ນຶ່ງຝາກມາຈາກຕີເຊິງ ແຂວງຢຸນນານພາກຕາເວັນຕົກສຽງໄຕ້ຂອງຈີນ,ຂອງ
ຂວັນພິເສດນີ້ໄດ້ເຊີດຊູກຳລັງໃຈຂອງຜູ້ອາສາສະຫມັກຢ່າງໃຫຍ່.

ຫວ່າງກ່ອນນີ້ບໍ່ດົນ,ຜູ້ອາສາສະຫມັກດອກຊົງໂຄຍັງໄປຮັບໃຊ້ຢູ່ໂຮງຫມໍຊົງທັງນະ
ຄອນປັກກິ່ງເພື່ອເບິ່ງແຍງຜູ້ເຖົ້າອາຍຸບັ້ນປາຍ,ແຕ່ເຊົ້າໆ,ພວກເຂົາເຈົ້າກໍ່ມາເຖິງໂຮງ
ຫມໍຊ່ອຍເຫຼືອຜູ້ເຖົ້າຜູ້ແກ່ຍ້າຍຫ້ອງ,ຜູ້ເຖົ້າໃນໂຮງຫມໍນີ້ສ່ວນຫຼາຍໄປມາບໍ່ສະດວກ,
ບາງຄົນຕ້ອນການມີຄົນໂຊມ,ບາງຄົນນອນເທິງຄັນຫາມ,ຜູ້ອາສາສະຫນັກທັງຕ້ອງ
ຍ້າຍເຄື່ອງຂອງທັງຕ້ອງເບິ່ງແຍງຜູ້ເຖົ້າ,ວຸ້ນນຳວຽກຮອດຕອນທ່ຽງຈົນບໍ່ມີເວລາໄປກິນ
ເຂົ້າ,ທັງນີ້ເຮັດໃຫ້ຜູ້ເຖົ້າຜູ້ແກ່ຮູ້ສຶກກະຕຸ້ນໃຈຫຼາຍ,ມີຜູ້ເຖົ້າຜູ້ນຶ່ງເວົ້າບໍ່ອອກແຕ່ພັດໄດ້
ກຳມືຂອງຜູ້ອາສາສະຫມັກດ້ວຍຄວາມຕື້ນຕັນໃຈແລ້ວຂຽນຢ່າງຕັ້ງອົກຕັ້ງໃຈວ່າຂອບ
ໃຈ.ປະຈຸບັນນີ້,ການຮ່ຳຮຽນຂອງນັກສຶກສາກໍຫນັກຫຼາຍ,ຖ້າໄປເປັນຜູ້ອາສາສະຫມັກ
ຈະມີຜົນສະທ້ອນຕໍ່ການຮ່ຳຮຽນຫຼືບໍ່?ຕໍ່ເລື່ອງນີ້,ນາງພັນເຈຍ ໃຫ້ສຳພາດຕໍ່ນັກຂ່າວ
ວ່າ ເວົ້າສຳລັບພວກຂ້ອຍແລ້ວ,ບໍ່ແມ່ນເວລາບໍ່ພໍໃຊ້,ແຕ່ຫາກແມ່ນນຳໃຊ້ເວລາເປັນ
ຢ່າງດີໄດ້ຫຼືບໍ່,ບາງທີ່ນັກສຶກສາບາງຄົນອາດຈະອອກໄປທ່ຽວຫຼິ້ນຫຼືເຮັດວຽກອື່ນ,ແຕ່
ຂ້ອຍພັດໄປເຮັດວຽກງານຜູ້ອາສາສະຫມັກ,ທີ່ຈິງແລ້ວ,ແມ່ນຄືກັນ,ຂ້ອຍຮູ້ສຶກວ່າຫລັງ
ຈາກເຮັດວຽກງານຜູ້ອາສາສະຫມັກແລ້ວ,ທ່າທີຂອງຂ້ອຍທີ່ມີຕໍ່ຊີວິດການເປັນຢູ່ນັ້ນ
ຍ່ິງເຄັ່ງຂືມກວ່າເກ່ົາ,ສະນັ້ນ,ຂ້ອຍຮູ້ສຶກວ່າວຽກງານດັ່ງກ່າວເປັນການຊຸກຍູ້ຕົນເອງ,
ມະຫາວິທະຍາໄລຊິງຮວາໄດ້ອອກແຮງສະຫນັບສະຫນູນການເຄື່ອນໄຫວຂອງຜູ້ອາ
ສາສະຫມັກ,ອາ ຈານ ຄວງຮຸຍ ໃຫ້ສຳພາດຕໍ່ນັກຂ່າວວ່າ ເພື່ອສະຫນັບສະນູນການ
ເຄື່ອນໄຫວຂອງຜູ້ອາສາສະຫມັກດອກຊົງໂຄ ທາງໂຮງຮຽນໄດ້ໃຫ້ການສະຫນັບສະ
ນູນໃນຫຼາຍດ້ານ,1 ແມ່ນສ້າງອົງການຢ່າງແຂວງແຮງ,ນີ້ແມ່ນປະຖົມປັດໃຈທີ່ເຮັດໃຫ້
ຜູ້ອາສາສະຫມັກສາມາດດຳເນີນການເຄື່ອນໄຫວຢ່າງກວ້າງຂວາງ,ນອກນີ້,ທາງໂຮງ
ຮຽນ ຍັງໄດ້ໃຫ້ການສະຫນັບສະຫນູນດ້ານຄ່າໃຊ້ຈ່າຍຈຳນວນນຶ່ງ.

ອາຈານຄວງຮຸຍເວົ້າວ່າ,ຄະນະນຳຂອງໂຮງຮຽນເອົາໃຈໃສ່ນຳການເຄື່ອນໄຫວຂອງ
ຜູ້ອາສາສະຫມັກດອກຊົງໂຄທີ່ສຸດ,ແລະເຂົ້າຮ່ວມການເຄື່ອນໄຫວຂອງຜູ້ອາສາສະ
ຫມັກທຸກຄັ້ງທີ່ປະກາດ,ຫວ່າງກອ່ນນີ້ບໍ່ດົນ,ນັກສຶກສາຂອງຄະນະອາສາສະຫມັກໄດ້
ຈັດການເຄື່ອນໄຫວເຮັດນົກຍາງເຈັ້ຍພັນໂຕເພື່ອຢື້ຢາມຖາມຂ່າວນຳພະນັກງານຝ່າຍ
ແພດທີ່ປົວພະຍາດາຊາສ໌ຢູ່ແນວຫນ້າ,ທ່ານບັນດິດອວງຕ້າຈົງອະດີດອະທິການບໍດີ
ຂອງມະຫາວິທະຍາໄລຊີງຮວາໄດ້ເຮັດນົກຍາງເຈັ້ຍນຳກັນກັບນັກສຶກສາ,ຍັງໄດ້ລົງ
ນາມຂອງຕົນຢ່າງເຄັ່ງຂືມ.ອາຈານຢາງເຈີນປິນ ຜູ້ນຳຂອງມະຫາວິທະຍາໄລຍັງຂຽນ
ຫນັງສືໃສ່ນົກຍາງເຈັ້ນທີ່ວ່າຮ່ວມທຸກຮ່ວມສຸກແລະຮ່ວມຈິດຮ່ວມໃຈຜ່ານຜ່າຄວາມ
ຫຍຸ້ງຍາກ.

ໃນເວລາ 18 ປີມານີ້,ຜູ້ອາສາສະຫມັກໄດ້ປ່ຽນຊຸດກັນໄປເລື້ອຍໆ, ຂະຫນາດຂອງຄະ
ນະອາສາສະຫມັກກໍ່ຂະຫຍາຍກວ້າງອອກຢ່າງບ່ໍຢຸດຢັ້ງ,ໃນ 28 ຂະແຫນງວິຊາທ່ົວ
ມະຫາວິທະຍາໄລ,ຂະແຫນງໃດກໍ່ໄດ້ສ້າງສາຂາຂອງຄະນະອາສາສະຫມັກ,ຜູ້ອາສາ
ສະຫມັກດອກຊົງໂຄໄດ້ສ້າງພາບປະທັບໃຈອັນດີງາມຢູ່ໃນດວງໃຈຂອງນັກສຶກສາທົ່ວ
ມະຫາວິທະຍາໄລ,ກາຍເປັນນັກສຶກສາທີ່ເປັນຕາຫນ້າຮັກທີ່ສຸດຂອງມະຫາວິທະຍາ
ໄລ.