ຕາມຂ່າວສານຊິນຮວາ:ແຕ່ວັນທີ16ຮອດວັນທີ18ເມສາປີນີ້ແມ່ນວັນບໍລິການຊາວ ໜຸ່ມທົ່ວໂລກຄັ້ງທີ5.ວັນທີ16ເມສາ,ຜູ່ອາສາສະໝັກຈົດທະບຽນ5ໝື່ນ8ພັນຄົນຢູ່ເມືອງ ເຊິນເຈີ້ນຈີນໄດ້ເຂົ້າຮ່ວມວັນບໍລິການຊາວໜຸ່ມທົ່ວໂລກຮູບການຕ່າງໆ.
33ອົງການຈັດຕັ້ງສາກົນແລະ100ກວ່າປະເທດພ້ອມກັນລິເລີ່ມຕັ້ງວັນບໍລິການຊາວ ໜຸ່ມທົ່ວໂລກ,ນັບມາຮອດປະຈຸບັນນີ້,ໄດ້ປຸກລະດົມຊາວໜຸ່ມຫຼາຍຮ້ອຍລ້ານຄົນໃນ ແຫ່ງຕ່າງໆທົ່ວໂລກພ້ອມກັນຈັດການເຄື່ອນໄຫວບໍລິການຄຸ້ມເຮືອນຢູ່ປະເທດແລະ ໂລກ.
ຕາມສະຖິຕິບໍ່ຄົບຖ້ວນ,ໄທເມືອງເຊິນເຈີ້ນທີ່ໄດ້ເຂົ້າຮ່ວມການບໍລິການຜູ່ອາສາສະໝັກ ນັ້ນໄດ້ລື່ນກາຍ3ລ້ານເທື່ອຄົນແລ້ວ,ສະເລ່ຍແລ້ວ,ເວລາບໍລິການຂອງຜູ່ອາສາສະໝັກ ຈົດທະບຽນໄດ້ລື່ນກາຍ50ຊົ່ວໂມງຕໍ່ຄົນຕໍ່ປີ,ອັນໄດ້ຮັບຄວາມຍ້ອງຍໍສັນລະເສີນຢ່າງ ກວ້າງຂວາງຈາກສັງຄົມ.
ຜູ່ອາສາສະໝັກຈີນງວດທຳອິດທີ່ໄປເຮັດວຽກລາວກໍ່ແມ່ນມາຈາກເຊິນເຈີ້ນ.
|