|
 |
(GMT+08:00)
2005-04-08 08:45:09
|
 |
ຂະບວນວິວັດສະຕະວັດພັດທະນາຂອງຂະແໜງການແຜ່ນສຽງຂອງຈີນ(ສຽງ)
cri
Author: huachunmei
ແຕ່ປີ 1979 ເປັນຕົ້ນມາ, ຄຽງຄູ່ກັບການປະຕິຮູບແລະໄຂປະຕູສູ່ພາຍນອກຂອງຈີນລົງສູ່ລວງເລິກ, ກະແຊັດອັດສຽງ ເຊິ່ງເປັນເຄື່ອງສຽງແນວໃໝ່ໄດ້ຮັບຄວາມນິຍົມຊົມຊອບໃນທົ່ວປະເທດຈີນໂດຍຄຽງຄູ່ກັບດົນຕີສະໄໝນິຍົມ, ເຄື່ອງອັດສຽງກະແຊັດຈຶ່ງໄດ້ກາຍເປັນສິ່ງທີ່ຄອບຄົວຈີນນິຍົມໃໝ່. ພ້ອມກັນນັ້ນ, ບໍລິສັດຮູບເງົາເຄື່ອງສຽງທ້າຍພີງຢາງກວາງໂຈວສ້າງຕັ້ງຂຶ້ນນັ້ນ, ໄດ້ທຳລາຍສະພາບທີ່ມີແຕ່ບໍລິສັດແຜ່ນສຽງຈີນແຫ່ງດຽວ, ແລ້ວໄດ້ສ້າງຍຸກສະໄໝເຄື່ອງສຽງແລະພາບໃນໄລຍະໃໝ່ຂອງຈີນ.
ໃນລະຫວ່າງບໍ່ຮອດ 10 ປີຫລັງຈາກນັ້ນ, ແຫ່ງຕ່າງໆຂອງຈີນໄດ້ສ້າງຕັ້ງຫົວໜ່ວຍອັດຈຳໜ່າຍເຄື່ອງສຽງແລະພາບ 300 ກວ່າແຫ່ງ, ບໍລິສັດອັດສຽງຫລາຍຮ້ອຍແຫ່ງ, ແລະຮ້ານຈຳໜ່າຍ 1ແສນກວ່າແຫ່ງປາຍຄົນ, ໄດ້ຈໍ່ຕົວຂຶ້ນເປັນສະພາບເບື້ອງຕົ້ນຂອງອຸດສາຫະກຳເຄື່ອງສຽງແລະພາບແຫ່ງຊາດຈີນໃນຍຸກປັດຈຸບັນ, ໄດ້ສ້າງພື້ນຖານອັນໜາແໜ້ນໃຫ້ແກ່ຈີນພັດທະນາອຸດສາຫະກຳເຄື່ອງສຽງແລະພາບແລະອຸດສາຫະກຳວັດທະນະທຳຢ່າງແຂງແຮງໃນພາຍຫຼັງມາ. ພ້ອມກັນນັ້ນ, ການແຜ່ຂະຫຍາຍດົນຕີສະໄໝນິຍົມ, ກໍໄດ້ຊຸກຍູ້ການພັດທະນາໃຫ້ຂະແໜງການແຜ່ນສຽງຂອງຈີນ, ເລັ່ງລັດໃຫ້ຂະແໜງການແຜ່ນສຽງເຊື່ອມໂຍງກັບສາກົນໃນດ້ານການຜະລິດແລະການອັດຈຳໜ່າຍ. ເຄື່ອງສຽງແລະພາບຕ່າງໆຄື CD LD VCD DVD ເປັນຕົ້ນໄດ້ເຂົ້າສູ່ຕະຫລາດຈີນຢ່າງຕໍ່ເນື່ອງກັນ, ຄຳວ່າ"ແຜ່ນສຽງ" ໄດ້ກວມຢູ່ໃນຄຳວ່າ"ເຄື່ອງສຽງແລະພາບ". ຂະແໜງການແຜ່ນສຽງຈີນບໍ່ວ່າໃນດ້ານເນື້ອໃນຫລືວ່າໃນດ້ານຮູບຊົງຂອງຜະລິດຕະພັນ, ລ້ວນແຕ່ອຸດົມສົມບູນກວ່າເກົ່າ. ປີກາຍນີ້, ເຄື່ອງສຽງແລະພາບທີ່ຈີນອັດຈຳໜ່າຍນັ້ນມີ 28 ພັນກວ່າຊະນິດ, ຍອດມູນຄ່າຈຳໜ່າຍມີ 2 ຕື້ 700 ລ້ານກວ່າຢວນ,ໄດ້ປະກອບສ່ວນອັນສຳຄັນເຂົ້າໃນການເຮັດໃຫ້ສິລະປະວັດທະນະທຳສິວິໄລ, ຕອບສະໜອງຄວາມຕ້ອງການວັດທະນະທຳດ້ານຈິດໃຈຂອງປະຊາຊົນ, ແລະຊຸກຍູ້ການແລກປ່ຽນວັດທະນະທຳລະຫວ່າງຈີນກັບຕ່າງປະເທດ.
ຄຽງຄູ່ກັບນະໂຍບາຍອຸດສາຫະກຳວັດທະນະທຳຈີນໄດ້ໄຂປະຕູເປັນເທື່ອລະກ້າວ, ວິສາຫະກິດເອກະຊົນຂອງຈີນແລະກຳລັງທຶນຕ່າງປະເທດໄດ້ເຂົ້າຮ່ວມຂະແໜງການແຜ່ນສຽງ.
ທ່ານລິວໂກວຊົງ ປະທານສະມາຄົມເຄື່ອງສຽງແລະພາບຈີນກ່າວວ່າ, "ບໍລິສັດແຜ່ນສຽງພາຍໃນປະເທດຈີນສາມາດສວຍໂອກາດນີ້ມາພັດທະນາຂະແໜ່ງການແຜ່ນສຽງແຫ່ງຊາດຈີນ, ແລະກໍສາມາດນຳເອົາແຜ່ນສຽງຂອງຈີນເຂົ້າສູ່ໄປສູ່ຕະຫລາດສາກົນ."
ທ່ານລິວໂກວຊົງກ່າວວ່າ, " ປັດຈຸບັນ, ຂະແໜງການເຄື່ອງສຽງແລະພາບຂອງຈີນໄດ້ຈໍ່ຕົວຂຶ້ນເປັນການພົວພັນຕ່າງຊຸກຍູ້ກັນກັບອຸດສາຫະກຳທີ່ກ່ຽວຂ້ອງຄືຂໍ້ມູນຂ່າວສານໂທລະຄົມ, ການຜະລິດເຄື່ອງໄຟຟ້າໃຊ້ໃນເຮືອນເປັນຕົ້ນ, ເຊື່ອວ່າ, ຂະແໜງການແຜ່ນສຽງຂອງຈີນໃນອະນາຄົດຍ່ອມຈະຕ້ອນຮັບຮ້ອຍປີທີ່ສະຫງ່າລາສີໃນພາຍໜ້າ." 1 2
|
|
|