|
 |
(GMT+08:00)
2005-04-06 23:18:05
|
ຈີນມຽນມາຮ່ວມກັນປາບຢາເສບຕິດ
cri
Author: da

ເຂດ"ສາມຫຼ່ຽມຄຳ"ມີຊື່ສຽງໃນໂລກຍ້ອນຜະລິດຢາເສບຕິດ,ແມ່ນເຂດໜຶ່ງທີ່ປູກຝີ່ນຫຼາຍກວ່າໝູ່ໃນໂລກ.ໃນກາງຊຸມປີ 90,ເຮໂລອິນທີ່ຂົນສົ່ງອອກຈາກເຂດນີ້ໄປຂາຍທົ່ວໂລກໃນແຕ່ລະປີກວມຍອດປະລິມານເຮໂລອິນຂອງໂລກ 60%-70%,ໄດ້ຜູກຂາດຕະຫຼາດຝີ່ນແລະເຮໂລອິນທົ່ວໂລກ.ເລີ່ມແຕ່ຊຸມປີ 90,ຢູ່ໃຕ້ການຈັດວາງຢ່າງເປັນເອກະພາບຂອງລັດຖະບານກາງຈີນ,ເຂດຊາຍແດນແຂວງຢູນນານເລີ່ມຊ່ອຍເຫຼືອປະເທດອ້ອມຂ້າງປູກພືດແທນຕົ້ນຝີ່ນ,ນັບມາຮອດປະຈຸບັນໄດ້ຮັບຜົນດີຫຼາຍ.

ວັນທີ 6 ມີນາ,ອົງການປົກຄອງເຂດພິເສດທີສອງລັດຊານມຽນມາແລະຄະນະກຳມະການເກືອບຫ້າມຢາເສບຕິດເມືອງສືເມົາແຂວງຢຸນນານຈີນໄດ້ຈັດການຮ່ວມຫຼົກຕົ້ນຝີ່ນຖິ້ມແລະເຜົາຢາເສບຕິດຢູ່ເຂດພິເສດ,ໄດ້ຫຼົກຕົ້ນຝີ່ນ 25,5 ເຮັກຕາ,ທັງເຜົາເຮໂລອິນ ຢາໄອສ໌ແລະອື່ນໆທີ່ສອງຝ່າຍຮ່ວມກັນຍຶດໄດ້ໃນປີກາຍລວມ 112 ກິໂລກຼາມກວ່າ,ເຄື່ອງມືຜະລິດຢາຝີ່ນຈຳນວນໜຶ່ງກໍຖືກເຜົາຖິ້ມໝົດ.

1 2
|
|
|