ອາເມລິກາໄດ້ເຕືອນອີກໃຫ້ສ.ປ.ປ.ເກົາຫຼີກັບຄືນສູ່ການເຈລະຈາຫົກຝ່າຍຢ່າງບໍ່ມີເງື່ອນໄຂ
cri
Author: q
ຕາມຂ່າວCRI,ວັນທີ31ມີນາ,ໃນງານຖະແຫຼງຂ່າວທີ່ຈັດຂຶ້ນຢູ່ວໍຊິງຕັນ,ທ່ານບາວເຊີໂຄສົກກະຊວງການຕ່າງປະເທດອາເມລິກາໄດ້ເຕືອນອີກໃຫ້ສ.ປ.ປ.ເກົາຫຼີກັບຄືນສູ່ຂອບເຈລະຈາຫົກຝ່າຍຢ່າງບໍ່ມີເງື່ອນໄຂ.
ກ່ອນໜ້ານີ້,ໂຄສົກກະຊວງການຕ່າງປະເທດສ.ປ.ປ.ເກົາຫຼີໄດ້ອອກຖະແຫຼງການໂດຍກ່າວເນັ້ນວ່າ,ຄັນຢາກໃຫ້ແຫຼມເກົາຫຼີປາສະຈາກນີວເຄຼຍ,ກໍຕ້ອງລົບລ້າງການຂົ່ມຂູ່ດ້ວຍນີວເຄຼຍຂອງອາເມລິກາທີ່ແນໃສ່ສ.ປ.ປ.ເກົາຫຼີ.ສ່ວນຍ້ອນວ່າສ.ປ.ປ.ເກົາຫຼີໄດ້ກາຍເປັນປະເທດນີວເຄຼຍແລ້ວ,ການເຈລະຈາຫົກຝ່າຍກ່ຽວກັບບັນຫານີວເຄຼຍກໍຕ້ອງຫັນເປັນການເຈລະຈາຫຼຸດກຳລັງລົບດ້ານນີວເຄຼຍຮອບດ້ານ.
|
|