ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-30 19:15:57    
ສ.​ເກົາ​ຫຼີ​ຍິນ​ດີ​ຊ່ອຍ​ສ​ປ​ປ​ເກົາ​ຫຼີ​ລົບ​ລ້າງ​ພະ​ຍາດ​ໄຂ້​ຫວັດ​ສັດ​ປີກ

cri Author: da
ຕາມ​ຂ່າວCRI:ວັນ​ທີ 28 ມີນາ ລັດຖະບານ​ສ.​ເກົາຫຼີ​​ເວົ້າວ່າ,ຖ້າ​ຝ່າຍ​ສປປ​ເກົາຫຼີ​ຮ້ອງ​ຂໍ,ຝ່າຍ​ສ.​ເກົາ​ຫຼີຍິນ​ດີ​ສະໜອງຢາ​ປີ່​ນປົວ ​ເຕັກນິກ​ແລະອຸປະກອນ​,​ເພື່ອ​ຊ່ອຍ​ເຫຼືອ​ສປປ​ເກົາຫຼີ​ລົບ​ລ້າງ​ພະຍາດ​ໄຂ້ຫວັດ​ສັດ​ປີກ. ພາຍຫຼັງ​ສປປ​ເກົາຫຼີ​ຢືນຢັນ​ວ່າ​ ຢູ່ພາຍ​ໃນ​ປ​ະ​ເທດ​ມີ​ພະຍາດ​ໄຂ້ຫວັດ​ສັດ​ປີກ​ພຽງ​ມື້​ດຽວ ລັດຖະບານ​ສ.​ເກົາຫຼີ​ກໍມີ​ປະຕິ​ກິລິຍາ​​ໂລດ,ນີ້​ໄດ້​ເຮັດ​​ໃຫ້​ສື່​ມວນ​ຊົນ​ສົນ​ໃຈ​ນຳ.

​ລັດຖະບານ​ສ.​ເກົາຫຼີ​ແມ່ນ​ທຳການ​ຕົກລົງ​ດັ່ງກ່າວ​ໃນ​ກອງ​ປະຊຸມຮັບ​ມື​ບັນຫາ​ພະຍາດ​ໄຂ​ຫວັດ​ສັດ​ປີກ​ຂອງ​ສປປ​ເກົາຫຼີ.ຫຼັງ​ກອງ​ປະຊຸມ ທ່ານລີ​ບົງ​ໂຈ ຮອງ​ລັດຖະມົນຕີ​ກະຊວງ​​ເອກະ​ພາບຂອງ​ສ.​ເກົາຫຼີ​ກ່າວ​ເນັ້ນວ່າ,ກ່ອນ​ອື່ນ ສ.​ເກົາຫຼີ​ຈະ​ເພີ່ມ​ທະວີ​ມາດ​ຕະການ​ປ້ອງ​ກັນ,ສະກັດກັ້ນບໍ່​ໃຫ້​ເຜີຍ​ລະບາດ​ເຂົ້າ​ສ.​ເກົາຫຼີ,ພ້ອມ​ກັນ​ນັ້ນ ກໍຫວັງ​ໃຫ້​ຝ່າຍ​ສປປ​ເກົາຫຼີ​ແຈ້ງສະພາບ​ໄພພິບັດ​​ແລະ​ສະພາບ​ປ້ອງ​ກັນທີ່​ກ່ຽວຂ້ອງບົນ​ພື້ນຖານ​ດັ່ງກ່າວ,ສ.​ເກົາຫຼີ​ຈະ​ສະໜອງ​ການ​ຊ່ອຍ​ເຫຼືອ​ຢ່າງ​ຕັ້ງໜ້າ​,​ທັງ​ຍິນ​ດີ​ຮ່ວມ​ມື​ກັບອົງການ​ຈັດ​ຕັ້ງສາກົນ​ຄື​ອົງການ​ອະນາ​​ໄມ​ໂລກ​ເປັນຕົ້ນຢ່າງ​ຕັ້ງໜ້າ,​ເພື່ອ​ເຮັດ​ໃຫ້​ສປປ​ເກົາຫຼີ​ພົ້ນອອກ​ຈາກ​ສະພາບ​ຫຍຸ້ງ​ຍາກ​ຍ້ອນ​ພະຍາດ​ໄຂ້​ຫວັດ​ສັດ​ປີກ​ໂດຍ​ໄວ.

​ແຕ່​ທ້າຍ​ປີ 2003 ຮອດ 6 ​ເດືອນ​ຕົ້ນປີ 2004 ,ຢູ່​ບາງເຂດຂອງ​ສ.​ເກົາຫຼີ​ໄດ້​ເກີດ​ພະ​ຍາດ​ໄຂ້​ຫວັດ​ສັດ​ປີກ,ອັນ​ເປັນ​ການໂຈມ​ຕີ​ການ​ລ້ຽງສັດ​ປີກ​ຢ່າງ​ໜັກ.ນັບ​ມາ​ຮອດ​ປະຈຸ​ບັນ ​ເຖິງ​ວ່າ​ສ.​ເກົາຫຼີ​ບໍ່​ເຄີຍ​ຊື້​ຜະລິດ​ຕະພັນ​ສັດ​​ປີກ​ລ້ຽງຈາກ​ສປປ​ເກົາຫຼີ​ກໍ​ຕາມ,​ແຕ່​​ໃນ​ປະຈຸ​ບັນ ການ​ໄປມາຫາສູ່​ກັນລະ​ຫວ່າງ​ປະ​ຊາຊົນ​ແລະ​ການຈໍລະ​ຈອນ​ຂອງ​ເຄື່ອງ​ຂອງ​ລະ​ຫວ່າງ​ສອງ​ຝ່າຍ​​ຍັງ​ຫຼາຍ​ຢູ່.ຕາມ​ສະຖິຕິ,ສະ​ເລ່ຍ​ແລ້ວ ​ແຕ່​ລະ​ມື້ ມີ​ຊາວ​ສ.​ເກົາຫຼີ​ຫຼາຍ​ຮ້ອຍ​ຄົນຂ້າມ​ເສັ້ນ​ຊາຍ​ແບ່ງ​ເຂດທະ​ຫານ​ໄປ​ສປປ​ເກົາຫຼີ,​ໃນ​ນັ້ນ ມີ​ພະນັກ​ງານ​ເຂດ​ອຸດສາ​ຫະກຳ​ແກ​ຊາງ​ສປປ​ເກົາຫຼີ​ເຊິ່ງ​ເປັນ​ການ​ຮ່ວມ​ມື​​ລະຫວ່າງ​ສອງ​ປະ​ເທດ,ຍັງ​ມີ​ຜູ້​ທ່ອງ​ທ່ຽວ​ພູ​ກິມ​ມູກາງ​ສປປ​ເກົາ​ຫຼີ.ຖ້າ​ຝ່າຍ​ສ.​ເກົາຫຼີ​​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ​ແລະ​ຮ່ວມ​ມື​ກັບ​ສປປ​ເກົາຫຼີ​ໃນ​ບັນຫາ​ດັ່ງ​ກ່າວ​ໂດຍ​ໄວ​ແລ້ວ,ຈະ​ມີ​ຜົນ​ດີ​ຕໍ່​ເຂົາ​ໃຊ້​ມາດ​ຕະການ​ປ້ອງ​ກັນ​ຢ່າງ​ບັງ​ເກີດ​ຜົນ​ໃນ​ທັນທີ.ນີ້​ແມ່ນ​ສາຍ​ເຫດ​ອັນ​ໜຶ່ງ​ທີ່​ສ.​ເກົາຫຼີ​ຍິນ​ດີ​ຊ່ອຍ​ເຫຼື​ອສປປ​ເກົາຫຼີ​ລົບ​ລ້າງ​ພະຍາດ​ໄຂ້​ຫວັນ​ສັດ​ປີກ​ຢ່າງ​ໄວວາ.

​ເລື່ອງ​ທີ່​ເຮັດ​ໃຫ້​ສື່​ມວນ​ຊົນ​ສົນ​ໃຈນັ້ນ​ແມ່ນ,ລັດຖະບານ​ສ.​ເກົາຫຼີ​ຍັງ​ຢາກ​ສວຍ​ໂອກາດ​ນີ້​ບັນລຸ​ຈຸດປະສົງ​ອີກ​ອັນ​ໜຶ່ງ.​​ແຕ່​ທ້າຍ​ເດືອນ​ກໍລະກົດ​ປີ​ກາຍ​ນີ້​ເປັນຕົ້ນມາ, ລັດຖະບານ​ສ.​ເກົາຫຼີສະ​ກັດ​ກັ້ນ​ເອກະ​ຊົນໄປ​ເຂົ້າຮ່ວມ​ການ​ເຄື່ອນ​ໄຫວສະຫຼອງ​ວັນ​ເກີດ​ຂອງອະດີດ​ຜູ້ນຳ​ສປປ​ເກົາຫຼີ​,ຍັງ​ຍ້ອນປັດ​ໄຈ​ພາຍ​ນອກ​ບາງ​ຢ່າງ,ການ​ສົນທະນາ​ກັນ​ລະຫວ່າງ​ລັດຖະບານ​ສ.​ເກົາຫຼີ​ກັບສປປ​ເກົາຫຼີ​ໃນ​ຂົງ​ເຂດ​ການ​ເມືອງ ​ເສດຖະກິດ​ການຄ້າ ​ແລະ​ການ​ທະຫານ​ໄດ້​ຕົກ​ຢູ່​ໃນ​ສະພາວະ​ຢຸດ​ສະ​ງັກໂດຍ​ຕະຫຼອດ,ຝ່າຍ​ສ.​ເກົາຫຼີ​ເມີ​ເຈດ​ຕະນາ​ຢາກ​ທຳລາຍ​ສະພາບ​ແຂງ​ກະດ້າງດັ່ງກ່າວ​ຫຼາຍ​ເທື່ອ.ຖ້າ​ສ.​ເກົາຫຼີ​ແລະ​ສປປ​ເກົາຫຼີ​ສາມາດ​ຮ່ວມ​ມື​ກັນ​ຢ່າງ​ສະດວກ​ໃນ​ການ​ເຄື່ອນ​ໄຫວ​ລົບ​ລ້າງ​ພະຍາດ​ໄຂ້​ຫວັດ​ສັດ​ປີກ​ເທື່ອ​ນີ້​ແລ້ວ,​​ໂດຍບໍ່​ຕ້ອງ​ສົງ​ໄສ​​ເລີຍວ່າ ຈະ​ສ້າງ​ບັນຍາກາດ​ດີ​​ໃຫ້​ແກ່​ການຟື້ນ​ຟູ​ການ​ສົນທະນາ​ເໜືອ​ໃຕ້​ຄືນ​ໃໝ່.