|
 |
(GMT+08:00)
2005-03-30 18:32:36
|
 |
ປະຊາຄົມໂລກຕັ້ງໜ້າເຮັດວຽກຊ່ອຍກອບກູ້ຫຼັງໄພຂອງອິນໂດເນເຊຍ
cri
Author: li
ຕາມຂ່າວ CRI: ພາຍຫຼັງເຂດທະເລມໍ່ເກາະຊູມາຕຼາຂອງອິນໂດເນເຊຍເກີດແຜ່ນດິນໄຫວແຮງໃນຕອນກາງຄືນວັນທີ 28 ມີນາແລ້ວ,ວັນທີ 29 ມີນາ ອິນໂດເນເຊຍ ປະເທດປະສົບໄພແລະປະຊາຄົມໂລກພາກັນໃຊ້ມາດຕະການ,ຊ່ອຍກອບກູ້ເຂດປະສົບໄພໂດຍດ່ວນ.
ວັນທີ 29 ມີນາ ກອງຊ່ອຍກອບກູ້ຂອງອິນໂດເນເຊຍໄດ້ໄປຮອດເກາະນີອັສ ເຂດປະສົບໄພຢ່າງໜັກໜ່ວງ,ກອງທັບອິນໂດເນເຊຍກໍໄດ້ແຕ່ງທະຫານລາດກອງພັນໜຶ່ງແລະກ່ຳປັ່ນລົບ 3 ລຳພ້ອມດ້ວຍຍົນເຮລີກົບຫຼາຍລຳໄປກອບກູ້ຢູ່ເຂດປະສົບໄພ. ທ່ານຊູຊີໂລ ປະທານາທິບໍດີອິນໂດເນເຊຍຈະໄປກວດການຢູ່ເຂດປະສົບໄພໃນຫວ່າງມໍ່ໆນີ້,ເພື່ອບັນຊາແລະປະສານງານວຽກງານກູ້ໄພ.
ວັນທີ 29 ມີນາ ອົງການສະຫະປະຊາຊາດໄດ້ແຕ່ງໜ່ວຍກອບກູ້ໄປເຂດປະສົບໄພ. ອົງການອະນາໄມໂລກ,ກອງທຶນເດັກນ້ອຍສະຫະປະຊາຊາດ,ອົງການແຜນການທັນຍາຫານໂລກ,ສະພາກາແດງສາກົນແລະອົງການອື່ນໆກໍໄດ້ແຕ່ງພະນັກງານກອບກູ້ຫຼືຂົນສົ່ງພັດສະດຸກອບກູ້ໃຫ້ເຂດປະສົບໄພ.
ໃນມື້ດຽວກັນ,ສະພາກາແດງຈີນຕົກລົງເບີກເງິນ 3 ແສນໂດລາສະຫະລັດໃຫ້ເຂດປະສົບໄພຂອງອິນໂດເນເຊຍ.
ນັບມາຮອດຕອນຄ່ຳວັນທີ 29 ມີນາ ຢູ່ອິນໂດເນເຊຍ ຢ່າງໜ້ອຍມີ 430 ຄົນເສຍຊີວິດໃນແຜ່ນດິນໄຫວ.
|
|
|