ຕາມຂ່າວCRI: ພາຍຫຼັງໄດ້ເກີດແຜ່ນດິນໄຫວແຮງຢູ່ພູມທະເລມໍ່ເກາະຊູມາຕຼາອິນໂດເນເຊຍໃນກາງຄືນວັນທີ 28 ມີນາແລ້ວ, ວັນທີ 29 ມີນາ ອິນໂດເນເຊຍປະເທດປະສົບໄພແລະປະຊາຄົມໂລກໄດ້ພາກັນໃຊ້ມາດຕະການ, ກອບກູ້ເຂດປະສົບໄພໂດຍດ່ວນ.
ວັນທີ 29 ມີນາ ກອງກອບກູ້ກອງທຳອິດຂອງອິນໂດເນເຊຍໄດ້ໄປຮອດເກາະນິອາສ ເຂດປະສົບໄພໜັກ, ດຳເນີນການກອບກູ້. ກອງທະຫານແຫ່ງຊາດອິນໂດເນເຊຍຍັງແຕ່ງກ່ຳປັ່ນລົບ 3 ລຳແລະຍົນເຮລີກົບຫຼາຍລຳໄປເຂດປະສົບໄພ ຊ່ອຍຂົນສົ່ງວັດຖຸກູ້ໄພ.
ໃນມື້ດຽວກັນ ສະຫະປະຊາຊາດໄດ້ແຕ່ງໜ່ວຍກອບກູ້ໜ່ວຍໜຶ່ງໄປເຂດປະສົບໄພ. ອົງການອະນາໄມໂລກ ອົງການຢູນີເຊັບສະຫະປະຊາຊາດ ອົງການໂຄງການອາຫານໂລກແລະອົງການກາແດງສາກົນກໍ່ໄດ້ແຕ່ງຜູ່ກອບກູ້ຫຼືຂົນສົ່ງວັດຖຸກູ້ໄພໄປເຂດປະສົບໄພ.
ໃນມື້ດຽວກັນ, ອົງການກາແດງຈີນຕົກລົງເບີກເງິນ 3 ແສນໂດລາສະຫະລັດໃຫ້ເຂດປະສົບໄພອິນໂດເນເຊຍໂດຍດ່ວນ.
ນອກນີ້, ອາເມລິກາ ຍີ່ປຸ່ນ ສິງກະໂປແລະນິວຊີແລນເປັນຕົ້ນກໍ່ກ່າວວ່າຈະໃຫ້ການຊ່ອຍເຫຼືອແກ່ປະເທດປະສົບໄພແຜ່ນດິນໄຫວຄືອິນໂດເນເຊຍເປັນຕົ້ນ.
ຕາມຂ່າວແຈ້ງວ່າ, ແຜ່ນດິນໄຫວໄດ້ເຮັດໃຫ້ຊາວອິນໂດເນເຊຍ 430 ຄົນເສຍຊີວິດເປັນຢ່າງໜ້ອຍ.
|