|
 |
(GMT+08:00)
2005-03-28 18:04:01
|
ອິສຣາແອນເລື່ອນເວລາມອບຕົວເມືອງແຫ່ງທີ3ຢູ່ຝັ່ງຕາເວັນຕົກແມ່ນ້ຳຈໍແດນໃຫ້ປາເລັສຕິນ
cri
Author: q
ຕາມຂ່າວCRI,ວັນທີ27ມີນາ,ທ່ານໂມຟັສ໌ ລັດຖະມົນຕີກະຊວງປ້ອງກັນປະເທດອິສຣາແອນໄດ້ອອກຄຳສັ່ງໃຫ້ກອງທະຫານອິສຣາແອນເລື່ອນເວລາມອບສິດຄວບຄຸມຄວາມປອດໄພຂອງເມືອງການກີລີຢາ ເມືອງຝັ່ງຕາເວັນຕົກແມ່ນ້ຳຈໍແດນໃຫ້ປາເລັສຕິນ.
ທ່ານໂມຟັສ໌ກ່າວວ່າ,ມູນເຫດທີ່ອິສຣາແອນທຳການຕົກລົງດັ່ງກ່າວແມ່ນຝ່າຍປາເລັສຕິນບໍ່ໄດ້ປົດອາວຸດຂອງຜູ້ປະກອບອາວຸດປາເລັສຕິນທີ່ຖືກອິສຣາແອນສັ່ງຈັບ.ແຕ່ ທ່ານຍັງກ່າວວ່າ,ວຽກງານກະກຽມກ່ຽວກັບການມອບເມືອງການກີລີຢາໃຫ້ປາເລັສຕິນນັ້ນຈະດຳເນີນຕໍ່ໄປ.
|
|
|