
ທ່ານຜູ່ຟັງທີ່ໂຄລົບ, ງານກິລາໂອລິມປິກລະດູຮ້ອນທີ່ບາ 4 ປີຈັດຂຶ້ນເທື່ອໜຶ່ງແມ່ນງານກິລາມະໂຫລານ ທັງແມ່ນງານວັດທະນະທຳມະໂຫລານ. ແຕ່ໃດມາພິທີໄຂງານກິລາໂອລິມປິກກໍແມ່ນງານມະໂຫລານຂອງບັນດາປະເທດເຈົ້າພາບເພື່ອສະແດງໃຫ້ເຫັນວັດທະ ນະທຳຊາດຕົນຢ່າງເຕັມສ່ວນ ແລະເປັນໂອກາດດີເພື່ອແລກປ່ຽນວັດທະນະທຳກັບນານາຊາດ, ໃນງານກິລາໂອລິມປິກອາແຕນແມ່ນແນວນີ້, ງານກິລາໂອລິມປິກປັກກິ່ງປີ 2008 ກໍ່ຈະເຮັດແນວນີ້ເຊັ່ນດຽວກັນ. ເພື່ອຈັດພິທີໄຂງານກິລາໂອລິມປິກໃຫ້ດີ, ຕົ້ນເດືອນມີນາ ປີນີ້ ຄະນະກຳມະການຈັດງານກິລາໂອລິມປິກປັກກິ່ງປະກາດວ່າ, ຈະຂໍແຜນປະກອບພິທີໄຂແລະປິດງານກິລາໂອລິມປິກປີ 2008 ທີ່ມີຫົວຄິດປະດິດສ້າງຈາກທົ່ວໂລກ. ໃນລາຍການພາກນີ້, ເຊີນຟັງບົດແຈ້ງຂ່າວປະກອບສຽງທີ່ພາດຫົວເລື່ອງວ່າ: ປັກກິ່ງຂໍແຜນປະກອບພິທີໄຂແລະປິດງານກິລາໂອລິມປິກປີ 2008 ຈາກທົ່ວໂລກ.
ພິທີໄຂແລະປິດງານກິລາໂອລິມປິກແມ່ນການເຄື່ອນໄຫວວັດທະນະທຳທີ່ສຳຄັນກວ່າໝູ່ໃນງານກິລາໂອລິມປິກທຸກຄັ້ງ, ທັງແມ່ນພິທີສະຫຼອງທີ່ໄດ້ຮັບຄວາມສົນໃຈນຳທີ່ສຸດ. ການອອກແບບພິທີໄຂແລະປິດງານກິລາໂອລິມປິກທີ່ສະແດງເຖິງປະຫວັດສາດອັນເກົ່າແກ່ ວັດທະນະທຳອັນຮຸ່ງເຮືອງຂອງປະຊາຊາດຈີນແລະສະແດງເຖິງຮູບໂສມຈີນໃນສະໄໝປະຈຸບັນ, ດັ່ງນັ້ນຈຶ່ງມີຄວາມໝາຍສຳຄັນສຳລັບງານກິລາໂອລິມປິກທີ່ມີເອກະລັກແລະມີລະດັບສູງ. ທ່ານຈຽງຊ້ຽວອີ ຮອງປະທານຄະນະກຳມະການຈັດງານກິລາໂອລິມປິກປັກກິ່ງຫວັງໃຫ້ອົງການອອກແບບແລະຜູ່ມີຄວາມຮູ້ຄວາມສາມາດທີ່ມີຫົວຄິດປະດິດສ້າງໃໝ່ອ່ຽມໃນທົ່ວໂລກ ສະໜອງແລວຄວາມຄິດແລະແຜນການໃຫ້ງານກິລາໂອລິມປິກປັກກິ່ງ. ທ່ານເວົ້າວ່າ: ຈຸດໝາຍຂອງພວກຂ້າພະເຈົ້າ ແມ່ນປຸກລະດົມອົງການວິຊາສະເພາະແລະຜູ່ມີຄວາມຮູ້ຄວາມສາມາດທີ່ດີເດັ່ນ, ອຸທິດສະຕິປັນຍາແລະຄວາມສາມາດຂອງຕົນເຂົ້າໃນການຈັດພິທີໄຂແລະປິດງານກິລາໂອລິມປິກປັກກິ່ງ, ເພື່ອໃຫ້ພິທີໄຂງານຕື່ນເຕັ້ນໜ້າຊົມ, ສະນັ້ນ ພວກຂ້າພະເຈົ້າຍິນດີຕ້ອນຮັບໝົດທຸກຄົນປະກອບຄຳຄິດຄຳເຫັນແລະແຜນການປາສະຈາກຄວາມລຳອຽງໃດໆແລະມີຄວາມສະເໝີພາບ.
ຕາມການກຳນົດຂອງຄະນະກຳມະການຈັດງານກິລາໂອລິມປິກປັກກິ່ງ, ແຜນພິທີໄຂແລະປິດງານກິລາໂອລິມປິກປີ 2008 ຈະສາມາດເຜີຍແຜ່ນ້ຳໃຈໂອລິມປິກ, ສ້າງບັນຍາກາດມ່ວນຊື່ນແລະໄມຕີຈິດສະຫຼອງງານກິລາໂອລິມປິກທີ່ໃຫຍ່ໂຕມະໂຫລານ, ມີທັດສະນະຄະຕິຂອງງານກິລາໂອລິມປິກປັກກິ່ງ, ຊຸກຍູ້ໃຫ້ທົ່ວໂລກຮູ້ຈັກປະເທດຈີນ, ຮູບການສະແດງສິລະປະຕ້ອງມີຫົວຄິດປະດິດສ້າງແລະໃຊ້ພາຫະນະໄຮເທັກຢ່າງເຕັມສ່ວນ, ເປັນການສະແດງທີ່ເຮັດໃຫ້ຄົນຮູ້ສຶກໃໝ່ຫູໃໝ່ຕາ. ການຂໍແຜນປະກອບພິທີເທື່ອນີ້ຈະສິ້ນສຸດລົງໃນທ້າຍເດືອນກໍລະກົດປີນີ້. ບຸກຄົນທົ່ວໄປ ນິຕິບຸກຄົນແລະອົງການຈັດຕັ້ງອື່ນໆທີ່ມີວິຊາສະເພາະລ້ວນແຕ່ຈະເຂົ້າຮ່ວມໄດ້. ບຸກຄົນທົ່ວໄປ ນິຕິບຸກຄົນແລະອົງການຈັດຕັ້ງທີ່ບໍ່ແມ່ນພົນລະເມືອງຈີນ ຕ້ອງຮ່ວມສຳພັນກັບບຸກຄົນທົ່ວໄປ ນິຕິບຸກຄົນແລະອົງການຈັດຕັ້ງຂອງຈີນແລ້ວຈຶ່ງຈະເຂົ້າຮ່ວມໄດ້.
ພິທີໄຂງານກິລາໂອລິມປິກໃນຫຼາຍຄັ້ງກ່ອນລ້ວນແຕ່ໄດ້ສ້າງຄວາມປະທັບໃຈທີ່ລືມຍາກໃຫ້ຄົນທັງຫຼາຍ. ຕົວຢ່າງຄື ໃນພິທີໄຂງານກິລາໂອລິມປິກເຊອູນສ.ເກົາຫຼີປີ 1988, ໄດ້ຮ້ອງເພງທີ່ຊື່ວ່າ "ຈັບມືຖືແຂນກັນ"(Hand in hand) ທີ່ເປັນສັນຍະລັກແຫ່ງຄວາມເຊື່ອມໂຍງເຂົ້າກັນລະຫວ່າງວັດທະນະທຳຕາເວັນອອກກັບຕາເວັນຕົກໄດ້ນິຍົມກັນໃນທົ່ວໂລກ; ງານກິລາໂອລິມປິກບາກເຊີລອນປີ 1992, ການສະແດງວັດທະນະທຳໃນພິທີໄຂງານໄດ້ສະແດງເຖິງສະເໜພິເສດຂອງວັດທະນະທຳແອສປາຍ; ໃນພິທີໄຂງານກິລາໂອລິມປິກອັດລານຕາປີ 1996, ທ່ານມູຮາເມັດ ອາລີ ອະດີດລາຊານັກມວຍລະດັບໂລກທີ່ເປັນໂຣກຊຶມເຊີ້ໃຊ້ສອງມືທີ່ສັ່ນທົດໆໄຕ້ທວນໄຟສັກສິດ, ເປັນພາບທີ່ເຮັດໃຫ້ຄົນຕື້ນຕັນໃຈທີ່ສຸດໃນພິທີ. ໃນງານກິລາໂອລິມປິກຊິດນີປີ 2000, ທ່ານຟຼີແມນ ນັກກິລາແລ່ນແລະລານທີ່ມີຊື່ສຽງຂອງອົສຕຼາລີຢືນຢູ່ກາງນ້ຳພຸທີ່ສະຫງ່າງາມ, ກົ້ມຫົວໄຕ້ທວນໄຟທີ່ຖືກນ້ຳປົກຫຸ້ມ. ສຳລັບແຜນປະກອບພິທີໄຂງານກິລາໂອລິມປິກປັກກິ່ງ, ທ່ານເຊ້ຍອີເຈີ ຜູ່ຊ່ຽວຊານອອກແບບທີ່ຊື່ດັງຂອງວິທະຍາໄລສິລະປະຫັດຖະກຳຈີນເວົ້າວ່າ: ບໍ່ວ່າແມ່ນການອອກແບບຫຼືວ່າບົດສະແດງໃນພິທີໄຂງານ, ຂ້າພະເຈົ້າເຫັນວ່າເຮັດແຕ່ຜູ່ໃດຜູ່ໜຶ່ງຈະສຳເລັດບໍ່ໄດ້, ແລະມີແຕ່ແຜນດຽວກໍບໍ່ໄດ້. ສຳລັບແຜນປະກອບພິທີໄຂງານຕ້ອງຂະຫຍາຍເທື່ອສອງ. ຖ້າໄດ້ຮັບແຜນປະກອບພິທີທີ່ແຕ່ງດ້ວຍສ່ວນຕົວບຸກຄົນ ແລະສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຢ່າງຄົບຖ້ວນສົມບູນແລະຈົບງາມແລ້ວ, ແມ່ນເລື່ອງດີແນ່ນອນ, ແຕ່ວ່າແຜນສັງລວມຂອງພິທີທີ່ໃຫຍ່ໂຕ, ຄວນແມ່ນແຜນຫົວຄິດປະດິດສ້າງຂອງທິມໜຶ່ງຈະດີກວ່າ.
ພິທີໄຂງານກິລາໂອລິມປິກປີ 2008 ຈະຈັດຂຶ້ນຢູ່ສະໜາມກິລາແຫ່ງຊາດປັກກິ່ງໃນຕອນຄ່ຳວັນທີ 8 ສິງຫາປີ 2008 ຕາມທຳມະດາຈະມີພິທີນັກກິລາລົງສະໜາມກິລາ ປະທານຄະນະກຳມະການຈັດງານກິລາໂອລິມປິກປັກກິ່ງແລະປະທານຄະນະກຳມະການໂອລິມປິກສາກົນກ່າວຄຳປາໄສ ຜູ່ນຳແຫ່ງລັດຈີນປະກາດໄຂງານກິລາໂອລິມປິກ ພິທີໄຕ້ທວນໄຟສັກສິດໂອລິມປິກ ປ່ອຍນົກກາງແກເຊິ່ງເປັນສັນຍະລັກສັນຕິພາບ ນັກກິລາແລະກຳມະການສາບານຕົວ ບັນເລງເພງຊາດຈີນແລະສະແດງລາຍການສິລະປະແລະອື່ນໆ, ກິນເວລາປະມານ 3 ຫາ 4 ຊົ່ວໂມງ. ສ່ວນພິທີປິດງານຈະຈັດຂຶ້ນຢູ່ສະໜາມກິລາແຫ່ງຊາດປັກກິ່ງຈີນໃນຕອນຄ່ຳວັນທີ 24 ສິງຫາປີ 2008, ຜູ່ເຂົ້າຮ່ວມການປະກວດແຜນປະກອບພິທີຈະສັບຊ້ອນຢ່າງເໝາະສົມຕາມລະບຽບພິທີໄຂແລະປິດງານ.
ຄະນະກຳມະການຈັດງານກິລາໂອລິມປິກປັກກິ່ງຫວັງຜ່ານຈາກການຂໍແຜນປະກອບພິທີເທື່ອນີ້ ຄັດເລືອກແລະຕົກລົງແຜນຄົບຖ້ວນພິທີໄຂແລະປິດງານ, ສະໜອງທິດທາງແລະຫົວຄິດປະດິດສ້າງໃຫ້ແກ່ພິທີໄຂແລະປິດງານກິລາໂອລິມປິກປັກກິ່ງ. ຄະນະກຳມະການຈັດງານກິລາໂອລິມປິກປັກກິ່ງຈະຄັດເລືອກແຜນປະກອບທີ່ສອດຄ່ອງກັບຈຸດພິເສດຂອງງານກິລາໂອລິມປິກປັກກິ່ງ ສ້າງພື້ນຖານທີ່ສາມາດຊີ້ນຳແລະປຸກລະດົມໝູ່ຄະນະອອກແບບພິທີໄຂແລະປິດງານ ຫຼືສາມາດສະໜອງທິດທາງແລະຫົວຄິດປະດິດສ້າງໃຫ້ແກ່ການອອກແບບພິທີໄຂແລະປິດງານ.
ເມື່ອໄດ້ຮັບແຜນປະກອບພິທີອັນດີເລີດແລ້ວ, ຍັງຕ້ອງມີທຶນຈຳນວນຫຼວງຫຼາຍ. ປີກາຍນີ້, ພິທີໄຂແລະປິດງານກິລາໂອລິມປິກອາແຕນມີຈຸດພິເສດແລະໃໝ່ອ່ຽມ, ເຕັມໄປດ້ວຍຈິນຕະນາການແລະຄວາມງາມ, ໄດ້ສ້າງພາບປະທັບໃຈອັນເລິກເຊິ່ງໃຫ້ຊາວໂລກ, ແຕ່ຝ່າຍຈັດຕັ້ງກໍ່ໄດ້ໃຊ້ເງິນປະມານ 81 ລ້ານເອີໂລ, ເປັນສະຖິຕິສູງສຸດໃນປະຫວັດຈັດພິທີໄຂງານກິລາໂອລິມປິກ. ກ່ຽວກັບບັນຫານີ້, ທ່ານຈາງເສິງກາງ ເຈົ້າໜ້າທີ່ພະແນກວັດທະນະຄະນະກຳມະການຈັດງານກິລາໂອລິມປິກປັກກິ່ງເວົ້າວ່າ: ພວກຂ້າພະເຈົ້າມີທຶນພຽງພໍສຳລັບພິທີໄຂແລະປິດງານກິລາໂອລິມປິກປັກກິ່ງປີ 2008, ແຕ່ງົບປະມານເດັດຂາດບໍ່ລື່ນກາຍຄ່າໃຊ້ຈ່າຍອາແຕນ, ປັກກິ່ງບໍ່ປຽບທຽບການໃຊ້ເງິນ ຫາກແມ່ນເນັ້ນໜັກຈຸດພິເສດຂອງຕົນເອງ.
|